ໃນວັນທີ 25 ສິງຫາ ທີ່ຜ່ານມານີ້ ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ອາຫານແຊ່ແຂງ-ອາຫານທະເລ ແລະ ການຕິດສະຫຼາກສິນຄ້າ ເປັນພາສາລາວ ທີ່ຫ້ອງປະຊຸມ ພະແນກ ຂອງຕົນ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິນ ມິດຕະພາບ ຮອງຫົວໜ້າພະແນກ, ມີເຈົ້າໜ້າທີ່ການຄ້າ, ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ ກິດຈະການດັ່ງກ່າວ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ສອນເພັດ ບຸນທະຈິດ ຫົວໜ້າຂະແໜງ ການຄ້າພາຍໃນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ … Continue reading →
ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານແຂ່ງຂັນທາງທຸລະກິດ ແລະ ກອງປະຊຸມທາບທາມຄໍາຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ຂື້ນໃນລະຫວ່າງວັນທີ 22-24 ສິງຫາ 2023, ທີ່ ໂຮງແຮມລາວ-ເອເຊຍ, ແຂວງ ຫຼວງນໍ້າທາ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ໄຊທິເດດ ອິນທະສອນ, ຮອງຫົວໜ້າກົມການຄ້າພາຍໃນ ແລະ ທ່ານ ຄໍາລາ ຂານສະຫງ່າ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ທັງເປັນກໍາມະການພັກແຂວງຫຼວງນໍ້າທາ ຊຶ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຕົ້ນ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ບັນດາຫ້ອງການອຸດສາຫະກໍາ … Continue reading →
ໃນວັນທີ 25 ສິງຫາ 2023, ທີ່ ຫ້ອງປະຊຸມຫ້ອງວ່າສໍານັກງານປະທານປະເທດ ແຫ່ງ ສປປ ລາວ ມີກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກລັດ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ເຂັມມະນິພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ, ທ່ານຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, … Continue reading →
ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ 19/ກມສພ ໂດຍສະເພາະ ວຽກງານສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ, ໃນວັນທີ 25 ສິງຫາ 2023 ນີ້ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ນຳໂດຍ ທ່ານ ກຽງຄຳ ຣາຊະຈັກ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ນຳພາຄະນະວິຊາການ ລົງຕິດຕາມ ຊຸກຍູ້ຜູ້ຜະລິດພາຍໃນ ຢູ່ໂຮງງານນ້ຳສີ ອຸໄລລາວ ເພື່ອສັງລວມຂໍ້ມູນ ສະພາບການຜະລິດ ສ້າງຄວາມເຂັ້ມແຂງໃຫ້ ແກ່ຜູ້ຜະລິດພາຍໃນປະເທດ ສົ່ງເສີມການສ້າງເຄືອຂ່າຍການຜະລິດ-ການຊົມໃຊ້ ກ້າວໄປສູ່ຄວາມສາມາດກຸ້ມຕົນເອງ ແລະ ເພື່ອສົ່ງອອກ. ໂຮງງານນ້ຳສີອຸໄລລາວ, ບໍລິສັດ ອຸໄລພານິດ … Continue reading →
ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຜ່ານຮ່າງເນື້ອໃນແຜນແມ່ບົດຜະລິດຕະພາບແຫ່ງຊາດ (National Productivity Master Plan), ຂື້ນໃນວັນທີ 25 ສິງຫາ 2023 ທີ່ຫ້ອງປະຊຸມຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງການປະຊຸມແມ່ນເພື່ອຜ່ານຮ່າງເນື້ອໃນແຜນແມ່ບົດຜະລິດຕະພາບແຫ່ງຊາດ ສະບັບທຳອິດຂອງ ສປປ ລາວ, … Continue reading →
0851/ກຄພນ
ໃນວັນທີ 18 ສິງຫາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ັຈັດກອງປະຊຸມປຶກສາຫາລືກ່ຽວກັບການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ, ສະມາຄົມຜູ້ຜະລິດ, ຜູ້ປະກອບການ ພ້ອມດ້ວຍວິຊາການເຂົ້າຮ່ວມ. ທ່ານ ສຳລີ ບຸດສະດີ, ຮັກສາການຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກ່າວໃນກອງປະຊຸມວ່າ: ເພື່ອຜັນຂະຫຍາຍມະຕິ 19, ໂດຍສະເພາະແຈ້ງການຂອງ ຫສນຍ ສະບັບເລກທີ 820/ຫສນຍ, ລົງວັນທີ 10 ພຶດສະພາ … Continue reading →
ໃນຕອນເຊົ້າ 9:00 ໂມງ ຂອງວັນທີ 21 ສິງຫາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ບຸນເຖີງ ດວງສະຫວັດ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Xu ningning ປະທານສະພາສົງເສີມທຸລະກິດ ຈີນ-ອາຊຽນ ສປ ຈີນໃນໂອກາດເຂົ້າພົບປະປຶກສາຫາລືມີຜູ້ຕາງໜ້າເຂົ້າຮ່ວມ ຫົວໜ້າກົມ ຮອງຫົວໜ້າກົມ … Continue reading →
ໃນລະຫວ່າງວັນທີ 18 ຫາ 22 ສິງຫາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ (AEM) ຄັ້ງທີ 55 ແລະ ກອງປະຊຸມກ່ຽວຂ້ອງ, ເຊິ່ງຈັດຂື້ນທີ່ເມືອງເຊີມາຮັງປະເທດ ອິນໂດເນເຊຍ ພາຍໃຕ້ການເປັນປະທານ ຂອງ ທ່ານ Zulkifli Hasan, ລັດຖະມົນຕີກະຊວງການຄ້າ ຂອງ ອິນໂດເນເຊຍ ໃນນາມເປັນປະທານໝູນວຽນອາຊຽນ ໃນປີ 2023 ໂດຍມີບັນດາທ່ານລັດຖະມົນຕີ … Continue reading →
ໃນວັນທີ 16 ສິງຫາ 2023, ທີ່ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ (VITA Park), ທ່ານ ສອນທະນູ ສິງດາລາ, ປະທານສະພາບໍລິຫານເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ ໃຫ້ສໍາພາດວ່າ: ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ ຂຽນຫຍໍ້ວ່າ “ນອຄວ” ຫຼື ພາສາສາກົນແມ່ນ VIENTIANE INDUSTRY AND TRADE AREA ຂຽນຫຍໍ້ວ່າ “VITA PARK” ໄດ້ຖືກສ້າງຕັ້ງຂື້ນພາຍໃຕ້ສັນຍາຮ່ວມມືພັດທະນາ ລະຫວ່າງລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍກະຊວງອຸດສາຫະກຳ ແລະ ການຄ້າ) … Continue reading →