ລົງຊຸກຍູ້ຕິດຕາມ ໂຮງງານນ້ຳສີ ອຸໄລລາວ ຜະລິດນ້ຳສີມີຄຸນນະພາບ ຮັບໃຊ້ສັງຄົມ
By ໄພວັນ On 28 Aug, 2023 At 10:50 AM | Categorized As ຂ່າວພາຍໃນ | With 0 Comments

1ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ 19/ກມສພ ໂດຍສະເພາະ ວຽກງານສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ, ໃນວັນທີ 25 ສິງຫາ 2023 ນີ້ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ນຳໂດຍ ທ່ານ ກຽງຄຳ ຣາຊະຈັກ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ນຳພາຄະນະວິຊາການ ລົງຕິດຕາມ ຊຸກຍູ້ຜູ້ຜະລິດພາຍໃນ ຢູ່ໂຮງງານນ້ຳສີ ອຸໄລລາວ  ເພື່ອສັງລວມຂໍ້ມູນ ສະພາບການຜະລິດ ສ້າງຄວາມເຂັ້ມແຂງໃຫ້ ແກ່ຜູ້ຜະລິດພາຍໃນປະເທດ ສົ່ງເສີມການສ້າງເຄືອຂ່າຍການຜະລິດ-ການຊົມໃຊ້ ກ້າວໄປສູ່ຄວາມສາມາດກຸ້ມຕົນເອງ ແລະ ເພື່ອສົ່ງອອກ.

3jpg

ໂຮງງານນ້ຳສີອຸໄລລາວ, ບໍລິສັດ ອຸໄລພານິດ ປະເທດລາວ ຈໍາກັດ ສ້າງຕັັ້ງຂຶ້ນໃນປີ 1999, ໂຮງງານຕັ້ງຢູ່ບ້ານສົມສະໜຸກ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ດໍາເນີນກິດຈະການຜະລິດນ້ຳສີ ແລະ ຜະລິດຕະພັນເຄີ ດ້ວຍຄຸນນະພາບສູງ 8 ປະເພດຫຼັກ ຄື: ສີນ້ຳ ສາມາດຜະລິດໄດ້ 3.385 ໂຕນ/ປີ, ສີນໍ້າມັນ 350 ໂຕນ/ປີ, ສີທາໄມ້ 316 ໂຕນ/ປີ, ສີອຸດສາຫະກຳ 140 ໂຕນ/ປີ, ສີສະເປ 17 ໂຕນ/ປີ, ຜະລິດຕະພັນເຄມີ 167 ໂຕນ/ປີ, ກາວ 200 ໂຕນ/ປີ ແລະ ທິນເນີ້ 570 ໂຕນ/ປີ. ຜະລິດຕະພັນມີຄຸນນະພາບເປັນທີ່ຍອມຮັບຂອງສັງຄົມ.

5

ການສະໜອງຕະຫຼາດພາຍໃນສາມາດກວມເອົາປະມານ 90%. ໂຮງງານຢູ່ນະຄອນຫຼວງວຽງຈັນ ສາມາດສ້າງວຽກເຮັດງານທຳໄດ້ 141 ຄົນ. ບໍລິສັດຍັງມີໂຮງງານຕັ້ງຢູ່ ບ້ານສີວິໄລ, ເມືອງຊະນະສົມບູນ, ແຂວງຈຳປາສັກ ສ້າງວຽກເຮັດງານທຳໄດ້  43 ຄົນ ແລະ ໂຮງງານຕັ້ງຢູ່ໃນເຂດເສດຖະກິດພິເສດແຂວງສະຫວັນນະເຂດ ສ້າງວຽກເຮັດງານທຳໄດ້ 24 ຄົນ ໂຮງງານນີ້ຜະລິດສົ່ງອອກຕ່າງປະເທດ 100%.

4jpg

ໂຮງງານສາມາດປະຕິບັດມາດຕະຖານດ້ານສິ່ງແວດລ້ອມ ແລະ ກິດຈະກຳຊ່ວຍເຫຼືອສັງຄົມໄດ້ເປັນຢ່າງດີ ຊຶ່ງນັບແຕ່ປີ 2012 ເປັນຕົ້ນມາ ໄດ້ສ້າງໂຮງຮຽນປະຖົມໄດ້ເຖິງ 8 ແຫ່ງ, ນອກຈາກນີ້ຍັງຊ່ວຍສ້ອມແປງໂຮງຮຽນ, ຊ່ວຍອຸປະກອນການຮຽນ-ການສຶກສາ, ອາຫານ ແລະ ສະໜັບສະໜູນທຶນການສຶກສາຕ່າງໆ ທຸກໆປີ.

ຂ່າວ-ພາບ: ກົມອຸດສາຫະກໍາ ແລະ ຫັດຖະກໍາ

ລົງຂ່າວໂດຍ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -