ສຳພາດກ່ຽວກັບນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ VITA Park
By ໄພວັນ On 17 Aug, 2023 At 05:13 PM | Categorized As ຂ່າວພາຍໃນ | With 0 Comments

2

ໃນວັນທີ 16 ສິງຫາ 2023, ທີ່ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ (VITA Park), ທ່ານ ສອນທະນູ ສິງດາລາ, ປະທານສະພາບໍລິຫານເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ ໃຫ້ສໍາພາດວ່າ:

ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ ຂຽນຫຍໍ້ວ່າ “ນອຄວ” ຫຼື ພາສາສາກົນແມ່ນ VIENTIANE INDUSTRY AND TRADE AREA ຂຽນຫຍໍ້ວ່າ “VITA PARK” ໄດ້ຖືກສ້າງຕັ້ງຂື້ນພາຍໃຕ້ສັນຍາຮ່ວມມືພັດທະນາ ລະຫວ່າງລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍກະຊວງອຸດສາຫະກຳ ແລະ ການຄ້າ) ຖືຮຸ້ນ 30% ກັບ ນັກລົງທືນຕ່າງປະເທດ ຈີນ ໄຕ້ຫວັນ (ບໍລິສັດ ໝຳເວພັດທະນາ ຈຳກັດ) ຖືຮຸ້ນ 70%, ໂດຍໄດ້ຖືກຮັບຮອງ ແລະ ສ້າງຕັ້ງຂື້ນຢ່າງເປັນທາງການ (ຕາມຂໍ້ຕົກລົງຂອງຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເລກທີ 02/ຄຂພສ, ລົງວັນທີ 01/11/2010)  ທີ່ຕັ້ງຢູ່ເຂດຫຼັກ 22, ບ້ານໂນນທອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເພື່ອດຳເນີນກິດຈະການ ພັດທະນາພື້ນຖານໂຄງລ່າງ ແລະ ດຶງດູດເອົານັກລົງທຶນມາລົງທຶນດ້ານການຜະລິດອຸດສາຫະກຳປຸງແຕ່ງເພື່ອສົ່ງອອກ, ການຄ້າ ແລະ ການບໍລິການ, ພັດທະນາໃຫ້ກາຍເປັນເຂດອຸດສາຫະກຳ, ການຄ້າ ແລະ ການບໍລິການທີ່ທັນສະໄໝ ແລະ ເປັນນິຄົມອຸດສາຫະກຳຕົວແບບ ໂດຍສອດຄ່ອງກັບ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ຕາມສັນຍາຮ່ວມມືພັດທະນາ. ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ມີເນື້ອທີ່ພັດທະນາໄລຍະ​ທີ 01 ທີ່ໄດ້ພັດທະນາສຳເລັດໄປແລ້ວ 110 ເຮັກຕາ, ກຳລັງຂະຫຍາຍ ໄລຍະ 02 ໃນ​ເນື້ອ​ທີ່ 142 ​ເຮັກຕາ, ຕາມສັນຍາຮ່ວມມື ພາກລັດຕ້ອງໄດ້ສະໜອງເນື້ອທີ່ຢ່າງໜ້ອຍແມ່ນ 600 ເຮັກຕາ. ຄາດວ່າສໍາເລັດໄລຍະ 02 ແລ້ວແມ່ນຍັງຈະໄດ້ສືບຕໍ່.

7

ມາຮອດປະຈຸບັນ, ມີນັກລົງທຶນຕ່າງປະເທດ ໄດ້ເຂົ້າມາຈັບຈອງເນື້ອທີ່ດິນເພື່ອລົງທຶນ ແລະ ຂຶ້ນທະບຽນເພື່ອດຳເນີນທຸລະກິດ ຈຳນວນ 71 ບໍລິສັັດ ມີທຶນຈົດທະບຽນທັງ ໝົດ 81 ລ້ານກວ່າໂດລາສະຫະລັດ. ໃນນີ້,  ໄດ້ດຳເນີນການເຄື່ອນໄຫວຕົວຈີງມີ 29 ບໍລິສັດ, ກໍາລັງກໍ່ສ້າງ 1 ບໍລິສັດ/ໂຮງງານ, ສ່ວນທີ່ເຫຼືອແມ່ນຢູ່ໃນໄລຍະກະກຽມການສ້າງຕັ້ງໂຮງງານ/ບໍລິສັດ. ນັກລົງທຶນສ່ວນໃຫຍ່ ແມ່ນມາຈາກຈີນ ໄຕ້ຫວັນ (12 ບໍລິສັດ), ສປ ຈີນ (12 ບໍລິສັດ), ຍີ່ປຸ່ນ (10 ບໍລິສັດ), ໄທ (10 ບໍລິສັດ) ແລະ ອື່ນໆ (ຫວຽດນາມ, ເດັນມາກ, ການາດາ..). ມູນຄ່າການນຳເຂົ້າສິນຄ້າ (ວັດຖຸດິບ, ເຄື່ອງຈັກ, ວັດຖຸອຸປະກອນຮັບໃຊ້ການຜະລິດ ແລະ ກໍ່ສ້າງ) ມາຮອດປີ 2022 ມີທັງໝົດ 905 ລ້ານກວ່າໂດລາສະຫະລັດ ແລະ ມູນຄ່າການສົ່ງອອກສິນຄ້າ 462 ລ້ານກວ່າໂດລາສະຫະລັດ (ສິນຄ້າສົ່ງອອກມີ ເຄື່ອງນຸ່ງຫົ່ມ, ສິ້ນສ່ວນອຸປະກອນເອເລັກໂຕຼນິກ, ສາຍໄຟສຳລັບປັບອຸນຫະພູມແອເຢັນ, ເຄື່ອງຫລີ້ນເດັກນ້ອຍ, ທູບຈອດ, ເຄື່ອງມືອຸປະກອນການຜະລິດເຕັກນິກ, ໝາກລໍ້ແກ່ເຄື່ອງ, ເຄື່ອງມືອຸປະກອນການແພດ ແລະ  ແຜ່ນແພ.  ສິນຄ້າຈຳໜ່າຍພາຍໃນປະເທດມີ ອາຫານສັດ, ນໍ້າດື່ມ ແລະ ເຄື່ອງປຸງອາຫານ, ຜະລິດຕະພັນປລາສຕິກ, ລົດຈັກ ແລະ ນໍ້າຢາປະສົມຄອນກຣີດ). ປະຈຸບັນ ນິຄົມສາມາດສ້າງວຽກເຮັດງານທຳໄດ້ 6,568 ຄົນ (ໃນນັ້ນຕ່າງປະເທດ 98 ຄົນ).

5

ການລົງທຶນທີ່ເປັນລາຍໃຫຍ່ມີຄື: 1. ບໍລິສັດມັດສຄອດອິນເຕີເນເຊີນໍ (ລາວ) ໂຊນ ຈຳກັດ, ດຳເນີນກິດຈະການຕັດຫຍິບເຄື່ອງນຸ່ງຫົ່ມ ເພື່ອສົ່ງອອກຕ່າງປະເທດ, ມູນຄ່າການລົງທຶນ 20 ລ້ານໂດລາສະຫະລັດ, ນັກລົງທຶນຈາກປະເທດການາດາ ແລະ ມີການຈ້າງານ 2,967 ຄົນ; 2. ບໍລິສັດ ເອັມເອັມຊີ ອີເລັກໂທຣນິກລາວຈຳກັດ, ດຳເນີນກິດຈະການຜະລິດສິ້ນສ່ວນເອເລັກໂທຣນິກ ເພື່ອສົ່ງອອກຕ່າງປະເທດ, ມູນຄ່າການລົງທຶນ 20 ລ້ານໂດລາສະຫະລັດ, ນັກລົງທຶນຈາກປະເທດຍີ່ປຸ່ນ ແລະ ມີການຈ້າງງານ 741 ຄົນ.

ທ່ານໃຫ້ຮູ້ຕື່ມວ່າ: ການຂະຫຍາຍນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ ໄລຍະ 02 ໃນ​ເນື້ອ​ທີ່ 142 ​ເຮັກຕາ ແມ່ນໄດ້ດຳເນີນການຊົດເຊີຍໃຫ້ແກ່ຜູ້ຖືກຜົນກະທົບຈາກໂຄງການພັດທະນານິຄົມ ສຳເລັດແລ້ວ ເກືອບ 50%. ສ່ວນທີ່ຍັງເຫລືອແມ່ນຈໍານວນຄອບຄົວທີ່ຍັງຄວາມຫຍຸ້ງຍາກແຕຕ່າງກັນໄປ, ແຕ່ໂດຍລວມກໍແມ່ນເປັນຍ້ອນບໍ່ເຂົ້າໃຈຕໍ່ແນວທາງນະໂຍບາຍ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ, ແລະ ມີຈໍານວນນ້ອຍໜຶ່ງແມ່ນຕອນດິນທີ່ບໍ່ຮູ້ຊື່ເຈົ້າຂອງ ຫລື ບໍ່ມີເຈົ້າຂອງມາຕິດຕໍ່ຮັບເອົາເງິນຊົດເຊີຍ ແລະ ຈຳນວນນຶ່ງແມ່ນເຈົ້າຂອງຕອນດິນບໍ່ຍອມຮັບເອົາເງິນຊົດເຊີຍ. ພາຍຫລັງມີແຈ້ງການຂອງຫ້ອງວ່າການນະຄອນຫລວງວຽງຈັນ ສະບັບເລກທີ 058/ຫວນວ, ລົງວັນທີ 29/11/2022 ໃຫ້ສາມາດບຸກເບີກພື້ນທີ່ໂຄງການໄດ້, ຜູ້ພັດທະນາກໍ່ເລີ່ມການບຸກເບີກ ປັບໜ້າດິນ ແລະ ຂຸດຄອງລະບາຍນ້ໍາອ້ອມຂອບເຂດເນື້ອທີ່ 142 ເຮັກຕາ ຊຶ່ງອີງຕາມແຜນການພັດທະນາພື້ນຖານໂຄງລ່າງຂອງນິຄົມໄລຍະ 2 ຈະໃຊ້ເວລາປະມານ 3 ປີ ຈຶ່ງຈະສຳເລັດ.

9

ການພັດທະນາ ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ຍັງມີຫລາຍບັນຫາທີ່ເປັນສິ່ງທ້າທາຍ ຄື: 1). ໂຄງການພັດທະນານິຄົມໄລຍະ 2 ມີປະຊາຊົນຈຳນວນນຶ່ງຍັງບໍ່ເຂົ້າໃຈນະໂຍບາຍຂອງລັດຖະບານ ບໍ່ຍອມຮັບຄ່າຊົດເຊີຍ  ແລະ ບໍ່ຍອມຍົກຍ້າຍອອກຈາກໂຄງການ ຊຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການດຳເນີນການບຸກເບີກ ແລະ ພັດທະນາ, ປະຈຸບັນ ນິຄົມກຳລັງປະສານສົມທົບກັບເມືອງ ແລະ ນະຄອນຫລວງ ເພື່ອເຮັດການເມືອງແນວຄິດໃຫ້ພວກຜູ້ກ່ຽວ ເພື່ອໃຫ້ເຂົ້າໃຈແນວທາງນະໂຍບາຍຂອງລັດຖະບານ ແລະ ຮັບເອົາຄ່າຊົດເຊີຍ ພ້ອມທັງຍົກຍ້າຍອອກຈາກໂຄງການ. ເພື່ອແກ້ໄຂບັນຫາຫຍຸ້ງຍາກດັ່ງກ່າວ ຂໍສະເໜີໃຫ້ການຈັດຕັ້ງຂອງພວກຜູ້ກ່ຽວ ຊ່ວຍຄົ້ນຄວ້ານະໂຍບາຍຊ່ວຍຊຸກຍູ້ໃຫ້ພວກຜູ້ກ່ຽວຕື່ມອີກຊ່ອງທາງນຶ່ງ ແລະ ລະດົມໃຫ້ຍອມຮັບເອົາຄ່າຊົດເຊີຍ ແລະ ຍົກຍ້າຍອອກຈະໂຄງການ; 2). ການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນໄຟຟ້າ ແລະ ນໍ້າປະປາ ກໍ່ເປັນບັນຫານຶ່ງ ເພື່ອດຶງດູດ ແລະ ອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ປະຈຸບັນນິຄົມກຳລັງເລັ່ງບຸກເບີກ ແລະ ພັດທະນາໂຄງການໄລຍະ 2 ເພື່ອຮອງຮັບໃຫ້ແກ່ການລົງທຶນ ຊຶ່ງກໍມີນັກລົງທຶນລາຍໃຫຍ່ຫລາຍລາຍມີຄວາມສົນໃຈຢາກມາລົງທຶນໃນພື້ນທີ່ໂຄງການໄລຍະ 2. ສະນັ້ນ ເພື່ອຮັບປະກັນການນຳໃຊ້ພະລັງງານໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ລົງທຶນ, ນິຄົມໄດ້ສະເໜີຂໍຂະຫຍາຍຕິດຕັ້ງໝໍ້ແປງໄຟຟ້າເພີ່ມຕື່ມອີກ 80 MV ຈາກ 30 MW ເປັນ 110 MW, ຈຶ່ງສະເໜີຂໍຄວາມຮ່ວມມືນຳໃຫ້ລັດວິສາຫະກິດໄຟຟ້າລາວ ຊ່ວຍພິຈາລະນາໃນການຕິດຕັ້ງໝໍ້ແປງໄຟຟ້າເພີ່ມດັ່ງກ່າວໂດຍໄວ. ການຂະຫຍາຍທໍ່ສົ່ງນຳ້ປະປາ ເຂົ້າມາຮັບໃຊ້ໃນນິຄົມ ກໍ່ແມ່ນບັນຫາທີ່ຕ້ອງໄດ້ເລັ່ງ ຊຶ່ງຜ່ານມາກໍ່ໄດ້ມີການປຶກສາຫາລືເບື່ອງຕົ້ນໃນຂັ້ນນະຄອນຫລວງ, ສະເໜີໃຫ້ນະຄອນຫລວງສືບຕໍ່ຊ່ວຍຊຸກຍູ້ການຂະຫຍາຍທໍ່ສົ່ງນໍ້າປະປາດັ່ງກ່າວ; ແລະ ບັນຫາການຂາດແຄນແຮງງານກໍ່ເປັນບັນຫານຶ່ງທີ່ທ້າທາຍ ເນື່ອງຈາກສະພາບເງິນກີບອ່ອນຄ່າ ຫລື ໄພເງິນເຟີ້ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ຊຶ່ງເປັນປັດໃຈຫລັກ ເຮັດໃຫ້ແຮງງານພາຍໃນຕັດສິນໃຈອອກໄປໃຊ້ແຮງງານຢູ່ປະເທດເພື່ອນບ້ານ ແລະ ຕ່າງປະເທດ ທີ່ໃຫ້ເງິນເດືອນສູງກວ່າ ຊຶ່ງເຫັນວ່າເປັນບັນຫາທີ່ຕ້ອງໄດ້ມີການແກ້ໄຂຢ່າງເປັນລະບົບ. ສະເໜີໃຫ້ກະຊວງແຮງງານ ແລະ ສະຫວັດດີການ ແລະ ສັງຄົມ ຄົ້ນຄວ້າປັບປຸງຄ່າແຮງງານຂັ້ນຕໍ່າຢ່າງເໝາະສົມ ແລະ ໃຫ້ການໂຄສະນາ, ຂົນຂວາຍ ການປະກອບອາຊີບໃຫ້ແກ່ປະຊາຊົນຫລາຍຂຶ້ນ ແລະ ສົ່ງເສີມການນຳໃຊ້ແຮງງານພາຍໃນໂດຍຍົກລະດັບຄ່າແຮງງານຂື້ນຕື່ມ.

ຂ່າວ: ໄພວັນ ໂຄດວັນທາ

ພາບ: ໜັງສືພີມເສດຖະກິດການຄ້າ

About -