ກອງປະຊຸມເຜີຍແຜ່ກົດໝາຍ ແລະ ນິຕິກໍາກ່ຽວຂ້ອງວຽກງານການແຂ່ງຂັນທາງທຸລະກິດ
By ໄພວັນ On 29 Aug, 2023 At 11:47 AM | Categorized As ຂ່າວພາຍໃນ | With 0 Comments

1jpg

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານແຂ່ງຂັນທາງທຸລະກິດ ແລະ ກອງປະຊຸມທາບທາມຄໍາຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ຂື້ນໃນລະຫວ່າງວັນທີ 22-24 ສິງຫາ 2023, ທີ່ ໂຮງແຮມລາວ-ເອເຊຍ, ແຂວງ ຫຼວງນໍ້າທາ. ກອງ​ປະຊຸມໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ໄຊທິເດດ ອິນທະສອນ​, ຮອງຫົວໜ້າກົມການຄ້າພາຍໃນ ແລະ ທ່ານ ຄໍາລາ ຂານສະຫງ່າ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ທັງເປັນກໍາມະການພັກແຂວງຫຼວງນໍ້າທາ ຊຶ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຕົ້ນ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພາຍໃນແຂວງຫຼວງນໍ້າທາ ແລະ ຂະແໜງການກ່ຽວຂ້ອງ (ພາສີ, ອາກອນ, ກະສິກໍາ ແລະ ປ່າໄມ້, ສາທາລະນະສຸກ, ໄປສະນີ, ວິທະຍາສາດ ແລະ ເຕັກໂນໂລຊີ, ອົງການໄອຍະການ, ຍຸຕິທໍາ, ປກສ, ແຜນການ ແລະ ການຮ່ວມມື, ຫ້ອງວ່າການແຂວງ, ຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ) ພາຍໃນແຂວງຫຼວງນໍ້າທາ, ພະແນກ ນິຕິກໍາ (ຫ້ອງການກະຊວງ ອຄ), ກົມກົດໝາຍ (ກະຊວງ ຍຸຕິທໍາ), ພະນັກງານຈາກພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ແລະ ພະນັກງານຈາກພະແນກທີ່ກ່ຽວຂ້ອງກົມການຄ້າພາຍໃນ ຈໍານວນ 60 ທ່ານ.

5

ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເຜີຍແຜ່ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງວຽກງານການແຂ່ງຂັນທາງທຸລະກິດ ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ເຮັດບົດຝຶກຫັດກ່ຽວກັບຫົວຂໍ້: ກໍລະນີສຶກສາການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທໍາ, ການແກ້ໄຂຂໍ້ຂັດແຍ່ງວຽກງານປົກປ້ອງຜູ້ຊົມໃຊ້, ການນໍາໃຊ້ Google Form ໃນການຍື່ນເອກະສານຂໍໃບຢັ້ງຢືນຮັບຮູ້ ແລະ ໃບອະນຸຍາດ ການຄ້າທາງເອເລັກໂຕຣນິກ. ພ້ອມດຽວກັນກໍ່ໄດ້ມີການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດການສ້າງ “ຮ່າງ’’ ດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ພ້ອມທັງ ເປັນການທາບທາມຄໍາຄິດເຫັນໃສ່ “ຮ່າງ” ດໍາລັດດັ່ງກ່າວ.

3jpg

ຜ່ານການຮັບຟັງການບັນຍາຍໃນຫົວຂໍ້ຕ່າງໆກ່ຽວກັບວຽກງານການແຂ່ງຂັນທາງທຸລະກິດ ຊຶ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈ, ກໍາໄດ້ເນື້ອໃນສໍາຄັນ ແລະ ຄວາມຮູ້ດ້ານວິຊາການ ຊຶ່ງທັງໝົດນີ້ ໄດ້ເປັນການຍົກສູງຄວາມຮູ້ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນໃຫ້ສູງຂຶ້ນຕື່ມ ເພື່ອເປັນການສົ່ງເສີມການແຂ່ງຂັນທາງທຸລະກິດພາຍໃຕ້ກົດໝາຍ ແລະ ລະບຽບການ. ພ້ອມນັ້ນທາງຄະນະຮັບຜິດຊອບ ກໍ່ຄືຄະນະກອງເລຂາ ​ຍັງຈະໄດ້ນໍາເອົາການປະກອບຄໍາເຫັນຂອງບັນດາທ່ານຕໍ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ເພື່ອໄປປັບປຸງ ຊຶ່ງຈະເຮັດໃຫ້ຮ່າງດໍາລັດດັ່ງກ່າວສົມບູນຂຶ້ນ. ຄາດວ່າ ຮ່າງດໍາລັດສະບັບດັ່ງກ່າວ ຈະສໍາເລັດຕາມແຜນການທີ່ວາງໄວ້ ເພື່ອຈະເປັນເຄື່ອງມືທີ່ສໍາຄັນ ນໍາໄປຈັດຕັ້ງປະຕິບັດວຽກງານໃຫ້ເກີດມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.

ຂ່າວ-ພາບ: ກົມການຄ້າພາຍໃນ

ລົງຂ່າວໂດຍ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -