ປຶກສາຫາລື ກ່ຽວກັບອາຫານແຊ່ແຂງ-ອາຫານທະເລ ແລະ ການຕິດສະຫຼາກສິນຄ້າ ເປັນພາສາລາວ
By ໄພວັນ On 29 Aug, 2023 At 12:54 PM | Categorized As ຂ່າວພາຍໃນ | With 0 Comments

 

3jpgໃນວັນທີ 25 ສິງຫາ  ທີ່ຜ່ານມານີ້ ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ອາຫານແຊ່ແຂງ-ອາຫານທະເລ ແລະ ການຕິດສະຫຼາກສິນຄ້າ ເປັນພາສາລາວ ທີ່ຫ້ອງປະຊຸມ ພະແນກ ຂອງຕົນ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິນ ມິດຕະພາບ ຮອງຫົວໜ້າພະແນກ, ມີເຈົ້າໜ້າທີ່ການຄ້າ, ​ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ ກິດຈະການດັ່ງກ່າວ ເຂົ້າຮ່ວມ.

2jpg

ໃນກອງປະຊຸມ ທ່ານ ສອນເພັດ ບຸນທະຈິດ ຫົວໜ້າຂະແໜງ ການຄ້າພາຍໃນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ ກໍ່ໄດ້ຍົກເອົາບັນຫາການຄ້າຂາຍອາຫານແຊ່ແຂງ-ອາຫານທະເລ ທີ່ນໍາເຂົ້າບໍ່ຖຶກຕ້ອງ ແລະ ບໍ່ຕິດສະຫຼາກ ບອກລາຍລະອຽດເຖິ່ງທີ່ໄປທີ່ມາ, ວັນເດືອນປີຜະລິດ,​ ວັນເດືອນໜົດອາຍຸຂອງສິນຄ້າ ເພື່ອມາປຶກສາຫາລືໃນກອງປະຊຸມ ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານ ທີ່ກ່ຽວຂ້ອງຈໍານວນໜຶ່ງ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍປົກປ້ອງຜູ້ຊົມໃຊ້, ດໍາລັດວ່າດ້ວຍການຄຸ້ມຄອງສິນຄ້າ ແລະ ຄ່າບໍລິການ, ຄໍາສັ່ງ ວ່າດ້ວຍ ການຕິດຕາມ, ກວດກາ ແລະ ສະກັດກັ້ນ ການນໍາເຂົ້າ, ເຄື່ອນຍ້າຍ ແລະ ຈໍາໝ່າຍ, ໝູຊີ້ນ, ຊີ້ນໝູ (ສົດ ແລະ ແຊ່ແຂງ) ແລະ ສີ້ນສ່ວນຜະລິດຕະພັນສັດ, ດໍາລັດວ່າດ້ວຍການກວດກາການຄ້າ, ຂໍ້ຕົກລົງວ່າດ້ວຍ ການປະຕິບັດວຽກງານກວດກາການຄ້າ.

1

ໃນຕອນທ້າຍ ທ່ານ ສຸລິນ ມິດຕະພາບ ປະທານກອງປະຊຸມ ກໍ່ໄດ້ມີຄໍາເຫັນເນັ້ນໜັກໃຫ້ແຕ່ລະພາກສ່ວນເອົາໃຈໃສ່ກວດກາ, ຕິດຕາມ, ເຝົ້າລະວັງ ຕໍ່ກັບການນໍາເຂົ້າສິນຄ້າທີ່ບໍຖຶກຕ້ອງມາຂາຍຕາມທ້ອງຕະຫຼາດ ທີ່ຈະສົ່ງຜົນກະທົບທາງກົງ ແລະ ທາງອອ້ມ ຕໍ່ຜູ້ບໍລິໂພກ ໂດຍສະເພາະແມ່ນ ແມ່ຄ້າຊາວຂາຍ ອາຫານປະເພດດັ່ງກ່າວ ໃຫ້ມີສະຕິ ແລະ ເອົາໃຈໃສ່ ໃນການເລືອກຟັ້ນເອົາສິນຄ້າທີ່ດີ, ມີຄຸນນະພາບ, ມີສະຫຼາກຕິດ ແລະ ມີການນໍາເຂົ້າທີ່ຖຶກຕ້ອງ ເພື່ອເປັນການຫັນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ ກອງປະຊຸມໄດ້ດໍາເນີນເປັນເວລາໜຶ່ງຕອນກໍ່ໄດ້ປິດລົງດ້ວຍຜົນສໍາເລັດ.

ຂ່າວ-ພາບ:​ ໂພໄຊ ໄຊຍະວົງ

ລົງຂ່າວໂດຍ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -