Author

ໂດຍ: ໄພວັນ ວັນທີ 26 Apr, 2025 ເວລາ 06:49 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0788.jpg1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2025 ໃນວັນທີ 26 ເມສາ 2025 ທີ່ ສູນການຄ້າພາກຊັນ, ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຊີ້ນຳກົມຊັບສິນທາງປັນຍາ, ມີ ທ່ານ Dong Ho Kim, ຮອງປະທານອົງການຮ່ວມມືສາກົນຂອງ ສ. ເກົາຫຼີ (KOICA). ໃນງານຄັ້ງນີ້ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ບັນດາທ່ານ ທູຕານຸທູດ, … Continue reading

ໂດຍ: ໄພວັນ ວັນທີ 25 Apr, 2025 ເວລາ 07:40 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0535.jpg1

ໃນວັນທີ 25 ເມສາ 2025, ທີ່ຫ້ອງປະຊຸມຊັ້ນ 1 ຂອງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ອົງການຮ່ວມມືສາກົນ ແຫ່ງ ສ.ເກົາຫຼີ (KOICA) ແລະ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບ “ໂຄງການສ້າງອາຄານສູນບໍລິການນະວັດຕະກຳ ຊັບສິນທາງປັນຍາແຫ່ງຊາດ ແລະ ຍົກລະດັບລະບົບຄຸ້ມຄອງຊັບສິນທາງປັນຍາ ຂອງ ສປປ ລາວ”. ໃນພິທີດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Jung … Continue reading

ໂດຍ: ໄພວັນ ວັນທີ 11 Apr, 2025 ເວລາ 10:07 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_4167.jpg1

ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 9 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຜູ້ຊີ້ນຳການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ  ບົວຄົງ ນາມມະວົງ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກຳມະການຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ທ່ານ  ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງ ອຄ ເຂົ້າຮ່ວມມີ ຄະນະປະຈຳພັກ, … Continue reading

ໂດຍ: ໄພວັນ ວັນທີ 3 Apr, 2025 ເວລາ 04:22 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_3835.jpg1

ກອງປະຊຸມທຸລະກິດລາວປະຈໍາປີ ໄດ້ປຶກສາຫາລື ແລະ ຮັບຮອງ ຂໍ້ສະເໜີບູລິມະສິດ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ສໍາລັບປີ 2025-2026 ທີ່ນະຄອນຫຼວງວຽງຈັນ, ວັນທີ 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈຳປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດຢູ່ ສປປ ລາວ. ມີຕົວແທນຈາກທຸລະກິດພາຍໃນ ແລະ ຕ່າງປະເທດ, ໜ່ວຍງານພາກລັດ, ທູຕານຸທູດ ແລະ ຄູ່ຮ່ວມພັດທະນາຫຼາຍກ່ວາ 450 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນບົດກ່າວເປີດກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ … Continue reading

ໂດຍ: ໄພວັນ ວັນທີ 31 Mar, 2025 ເວລາ 12:44 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_3434.jpg1

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານອ້ອມຂ້າງ ກະຊວງ ອຄ  ໄດ້ຈັດຂຶ້ນ ໃນວັນທີ 31 ມີນາ 2025  ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ,  ທ່ານ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີສະຫາຍ ເລຂາ ຮອງເລຂາ ຜູ່ຕ່າງໜ້າາໜ່ວຍພັກຫ້ອງການ, ກົມ, ສໍານັກງານ, ສະຖາບັນ, ສຄອຊ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ,  … Continue reading

ໂດຍ: ໄພວັນ ວັນທີ 28 Mar, 2025 ເວລາ 11:22 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_8354 (1).jpg1

ໃນວັນທີ 27 ມີນາ 2025, ທີ່ ໂຮງແຮມດັບເບິນທີ ບາຍຮິວຕັນ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານສຳມະນາ “ການສົ່ງເສີມລະບົບຈົດທະບຽນ ຊັບສິນທາງປັນຍາອາຊຽນ” ASEAN Intellectual Property Register, ໂດຍການສະໜັບສະໜູນຂອງ ອົງການຊັບສິນທາງປັນຍາໂລກ WIPO, ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນ. ທິຕາພາ ວັດທະນະພຸດທິໄພສານ, ຫົວໜ້າສຳນັກງານ ອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ, ເຂົ້າຮ່ວມເປັນປະທານ ຜ່ານກອງປະຊຸມທາງໄກ ອອນລາຍ. ໃນງານສໍາມະນາຄັ້ງນີ້ມີທ່ານ ໄຊບັນດິດ … Continue reading

ໂດຍ: ໄພວັນ ວັນທີ 26 Mar, 2025 ເວລາ 09:37 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ໃນວັນທີ 26 ມີນາ 2025 , ອົງຄະນະພັກ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22/3/1955 – 22/3/2025) ໃຫ້ສະມາຊິກພັກ ຜູ້ທີ່ຍັງປະຈໍາການ ແລະ ສະມາຊິກພັກອາວຸໂສບໍານານ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ, ມີບັນດາສະຫາຍ ຄະນະພັກ, ບັນດາສະຫາຍ ທີ່ໄດ້ຮັບການປະດັບຫຼຽນ, ບັນດາສະຫາຍຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ-ພະນັກງານ … Continue reading

ໂດຍ: ໄພວັນ ວັນທີ 26 Mar, 2025 ເວລາ 11:01 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_2225.jpg1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ທິລລິກິ ແອນ ກິບບິນສ໌ລາວ ຈຳກັດ, ຈັດກອງປະຊຸມສໍາມະນາ ກ່ຽວກັບການບັງຄັບໃຊ້ສິດຊັບສິນທາງປັນຍາ ແລະ ການຈໍາແນກສິນຄ້າຂອງແທ້-ຂອງປອມ ໃນລະຫວ່າງວັນທີ 25-26 ມີນາ 2025. ທີ່ຫ້ອງປະຊຸມຊັ້ນ 05, ສໍານັກງານ SMEs ກະຊວງ ອຄ, ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນາງ ປິດສະໜາ ສັງວັນນະ ຜູ້ອໍານວຍ ບໍລິສັດ ທິລລິກິ ແອນ ກິບບິນສ໌ລາວ ຈຳກັດ. … Continue reading

ໂດຍ: ໄພວັນ ວັນທີ 24 Mar, 2025 ເວລາ 11:01 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_2011.jpg3

ໃນວັນທີ 21 ມີນາ 2025 ທີ່ສູນການຄ້າລາວໄອເຕັກ ຫຼັງເກົ່າ ໄດ້ມີການຈັດງານ Vientiane Eco Motor EXPO 2025 ຂຶ້ນໂດຍການຈັດຂຶ້ນລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສະຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ເຂົ້າຮ່ວມຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ທ່ານ ສຸພາວັນ … Continue reading

ໂດຍ: ໄພວັນ ວັນທີ 22 Mar, 2025 ເວລາ 05:56 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_1791.jpg2

ເພື່ອປະຕິບັດຕາມທິດຊີ້ນໍາ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ, ໃນຕອນບ່າຍ ຂອງວັນທີ 21 ມີນາ 2025, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຕັ້ງພິທີ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ Xl ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ມະໄລທອງ ກົມມະສິດ  ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງມີ: ບັນດາ … Continue reading