ເປີດໂຕໂຄງການຕົວແບບການສ້າງຄວາມເຂັ້ມແຂງດ້ານຜະລິດຕະພາບ ໃນການຢັ້ງຢືນມາດຕະຖານອາຫານ ຮາລາ ໃນ ສປປ ລາວ
By ໄພວັນ On 12 May, 2025 At 06:27 PM | Categorized As ຂ່າວສຳຄັນ | With 0 Comments

IMG_4184.jpg1

ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດໂຕໂຄງການຕົວແບບການສ້າງຄວາມເຂັ້ມແຂງດ້ານຜະລິດຕະພາບ ໃນການຢັ້ງຢືນມາດຕະຖານອາຫານ ຮາລາລ ໃນ ສປປ ລາວ   Development of Demonstration Companies (DMP), Project on Enhancing Productivity for Halal Certification ໂດຍຈັດຂຶ້ນໃນວັນທີ 12 ພຶດສະພາ 2025 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງ ທ່ານ  ມະໄລທອງ ກົມມະສີິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຜູ້ຕາງໜ້າ ຈາກພາກລັດ, ພາກທຸລະກິດ, ພ້ອມດ້ວຍຈາກ ອົງການຈັດຕັ້ງສາກົນ ລວມທັງຕາງໜ້າ ຈາກ ອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື ເອີ້ນຫຍໍ້ APO), ມີທັງໝົດ ຈໍນວນ 70 ທ່ານ ເຂົ້າຮ່ວມງານດັ່ງກ່າວ.

ໃນຄຳເຫັນກ່າວເປີດງານ ທ່ານ ມະໄລທອງ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງວຽກງານຜະລິດຕະພາບ ໃນການປະກອບສ່ວນແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ  ຊຶ່ງການພັດທະນາດ້ານຜະລິດຕະພາບ ແມ່ນຈະເຮັດໃຫ້ການຜະລິດມີຄວາມເຂັ້ມແຂງ, ເພີ່ມຄວາມສາມາດໃນການແຂ່ງຂັນ, ເຮັດໃຫ້ທຸະລກິດເຕີບໃຫຍ່ເຂັ້ມແຂງ ແລະ ຍຶນສົ່ງ, ເຮັດໃຫ້ມີການສ້າງວຽກເຮັດງານທຳ, ການສ້າງດ້ານນະວະຕະກຳ ແລະ ການພັດທະນາໃນດ້ານຕ່າງໆ.  ພ້ອມນັ້ນ ກໍ່ໄດ້ໃຫ້ຮູ້ວ່າ ໄລຍະຜ່ານມາ ລັດຖະບານກໍ່ໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ວຽກງານຜະລິດຕະພາບ ໂດຍອອກນິຕິກຳ ແລະ ນະໂຍບາຍຕ່າງໆ ເປັນຕົ້ນ ກົດໝາຍ ວ່າດ້ວຍການສົ່ງເສີມ MSME ແລະ ໄດ້ສ້າງແຜນແມ່ບົດຜະລິດຕະພາບເຖິງ ປີ 2030.

IMG_0046.jpg1

ໃນການຈັດຕັ້ງປະຕິບັດຕົວຈິງ ລັດຖະບານກໍ່ໄດ້ພະຍາຍາມຊ່ວຍ MSME ທີ່ມີທ່າແຮງ ໃຫ້ໄດ້ຮັບການຮັບຮອງດ້ານຄະນະພາບລະດັບມາດຕະຖານສາກົນຕ່າງໆ ເປັນຕົ້ນ ISO, HACCP, Halal ແລະ ອື່ນໆ ເພື່ອຊ່ວຍໃນການປັບປຸງ ຄຸນນະພາບ, ຄວາມປອດໄພ ແລະ ເພິ່ມການແຂ່ງຂັນຂອງ ຜະລິດຕະພັນລາວ. ຜະລິດຕະພັນທີ່ໄດ້ຮັບຮອງມາດຕະຖານລະດັບສາກົນ ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນການສົ່ງເສີມການສົ່ງອອກ ແລະ ການສ້າງມູນຄ່າເພີ່ມຂອງຜະລິດຕະພັນ.

IMG_0001.jpg1

ໂຄງການ ການສ້າງຄວາມເຂັ້ມແຂງດ້ານຜະລິດຕະພາບ ໃນການຢັ້ງຢືນມາດຕະຖານອາຫານ ຮາລາ ໃນ ສປປ ລາວ ທີ່ເປີດໂຄງການຢ່າງເປັນທາງການ ໃນມື້ນີ້  ແມ່ນເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອ ຈາກ APO ຊຶ່ງມີມູນຄ່າໂຄງການ ຈຳນວນ 130,000ໂດລາ, ໄລຍະເວລາຈັດຕັ້ງປະຕິບັດແມ່ນ 1ປີ ໂດຍໄດ້ຄັດເລືອກ ບໍລິສັດ/ໂຮງງານ ທີ່ມີເງື່່ອນໄຂເໝາະສົມເຂົ້້າຮ່ວມໂຄງການ ຊຶ່ງໄດ້ເລືອກເຟັ້ນເອົາຫົວໜ່ວຍຜະລິດຕະພັນທີ່ມີທ່າແຮງໃນການສົ່ງອອກ ແລະ ມີແຜນຕ້ອງການຂະຫຍາຍຕະຫຼາດໄປຍັງກຸ່ມປະເທດມຸດສະລີມ ຜ່ານການຄົ້ນຄວ້າຂອງຄະນະຮັບຜິດຊອບ ໄດ້ເລືອກເອົາ 2 ຜະລິດຕະພັນ ຈາກ 3  ຄື: u ບໍລິລັດເກືອເວີນຄໍາ, v ບໍລິສັດກາເຟສົມໄຊຈະເລີນສົ່ງເສີມການກະເສດ ແລະ w ກຸ່ມບໍລິສັດດາວເຮືອງ.

IMG_0005.jpg1

ຈຸປະສົງ ຂອງໂຄງການດັ່ງກ່າວແມ່ນ ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຂອງລາວ ໃຫ້ສາມາດເຂົ້າເຖິງຕະຫຼາດຕ່າງປະເທດໄດ້ຫຼາຍຂຶ້ນ ໂດຍສະເພາະກູ່ມປະເທດມຸດສະລີມ ຊື່ງເປັນຕະຫລາດທີ່ໃຫຍ່ ແລະ ບໍລິໂພກສິນຄ້າທີ່ໄດ້ຮັບຮອງມາດຕະຖານອາຫານຮາລາ    ຊຶ່ງຜະລິດຕະພັນເກືອ ແລະ ກາເຟ ຢູ່ ສປປ ລາວ ແມ່ນເປັນສິນຄ້າທີ່ມີທ່າແຮງ ຖ້າໄດ້ຮັບການຍົກລະດັບການປັບປຸງດ້ານຜະລິດຕະພາບ ແລະ ຄຸນນະພາບ ໃຫ້ໄດ້ຮັບການຢັ້ງຢືນດ້ານມາດຕະຖານຮາລາ  ແມ່ນຈະເຮັດໃຫ້ຜະລິດຕະພັນເລົ່ານີ້ ສາມາດສົ່ງອອກໄດ້ຢ່າງຫຼວງຫຼາຍ

ຂ່າວ: ໄພວັນ, ພາບ: ສູນທອງ

About -