ໃນວັນທີ 08 ກັນຍາ 2023 ຜ່ານມາ, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມແຜນການ ແລະ ການຮ່ວມມື ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມແຜນການ ແລະ … Continue reading →
ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບກົນໄກການປະສານງານ, ການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນ ກ່ຽວກັບວຽກງານເຄມີ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງສາທາລະນະສຸກ, ຂື້ນໃນຕອນເຊົ້າຂອງວັນທີ 08 ກັນຍາ 2023 ຜ່ານມາ, ໂດຍການເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີຜູ້ເຂົ້າຮ່ວມຈາກ ກົມກົດໝາຍ ກະຊວງຍຸຕິທໍາ; ກົມເສດຖະກິດການຜະລິດ, ກໍາມະທິການເສດຖະກິດ ແລະ ເຕັກໂນໂລຊີ ສະພາແຫ່ງຊາດ; … Continue reading →
ໃນວັນທີ 14 ກັນຍາ 2023 ພະແນກຄຸ້ມຄອງການແຂ່ງຂັນທຸລະກິດ, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮ່າງ ດໍາລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ເພື່ອໃຫ້ບັນດາທ່ານມີຄໍາເຫັນເພີ່ມເຕີມຕໍ່ຮ່າງດັ່ງກ່າວ ຊຶ່ງມີລາຍລະອຽດດັ່ງນີ້: ຮ່າງ ດໍາລັດ ກຄພນ
ແຈ້ງການ 0941 ກຄພນ
ຕອນບ່າຍ ເວລາ 4: 30 ໂມງ ຂອງວັນທີ 12 ກັນຍາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານຂອງ ທ່ານ IKEDA Mitsuru, ທີ່ປືກສາປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 25 ກວ່າທ່ານ. … Continue reading →
ບົດຄົ້ນຄວ້າຫຍໍ້ ຂອງສຄອຄ
ໃນວັນທີ 05 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຈັດຕັ້ງ ແລະ ພະນັກງານ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນ ໂດຍການເຂົ້າຮ່ວມເປັນ ປະທານ ຂອງ ທ່ານ ນ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ (ກຈພງ) ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ເພື່ອເປັນການປະຕິບັດຕາມ ດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ສະບັບເລກທີ 116/ລບ, ລົງວັນທີ … Continue reading →
ໃນວັນທີ 03 ກັນຍາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 23 ທີ່ຈາກາຕາ, ປະເທດ ອິນໂດເນເຊຍ ພາຍໃຕ້ການເປັນປະທານຂອງທ່ານ ລັດຖະມົນຕີ ກະຊວງປະສານງານດ້ານການພົວພັນເສດຖະກິດ ອິນໂດເນເຊຍ ໃນຖານະປະທານອາຊຽນ ປີ 2023 ໂດຍມີບັນດາລັດຖະມົນຕີ ສະພາປະຊາຄົມເສດຖະກິດອາຊຽນ, ລັດຖະມົນຕີ ກະຊວງປະສານງານດ້ານການພົວພັນເສດຖະກິດ ຕິມໍເລສເຕ (ໃນນາມຜູ້ສັງເກດການ) ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືພາຍໃນອາຊຽນກ່ຽວກັບການຮ່ວມມືດ້ານເສດຖະກິດອາຊຽນ ໂດຍສະເພາະແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດ (PEDs) ພາຍໃຕ້ການເປັນປະທານອາຊຽນຂອງປະເທດອິນໂດເນເຊຍໃນປີ 2023, … Continue reading →
ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບການຢັ້ງຢືນໃຫ້ຫົວໜ່ວຍວິສາຫະກິດທີ່ໄດ້ຮັບຮອງການຢັ້ງຢືນມາດຕະຖານ GMP,GHP,HACCP ແລະ ປິດໂຄງການຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກຳ ໂດຍຜ່ານການຢັ້ງຢືນການຜະລິດທີ່ດີ ແລະ ລະບົບວິເຄາະ – ຄວບຄຸມຈຸດວິກິດ “Enhancing Competitiveness of Agri-business Sector Through Certification of GMP and HACCP” ຂື້ນໃນວັນທີ 31 ສິງຫາ 2023, ທີ່ ໂຮງແຮມ ລາວພຣາຊາ ພາຍໃຕ້ການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ … Continue reading →
ໃນວັນທີ 29-31 ສິງຫາ 2023, ທີ່ຫ້ອງປະຊຸມລ້ອງງື່ມວິວ ຣີສອດ, ບ້ານທ່າລາດ, ແຂວງວຽງຈັນ, ກົມກົດໝາຍ, ສະພາແຫ່ງຊາດ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກົມກົດ ໝາຍ, ກະຊວງຍຸຕິທໍາ, ຈັດກອງປະຊຸມກວດກາ ເນື້ອໃນຂັ້ນວິຊາການຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາຄ່ອງ ສີຫາປັນຍາ, ຫົວໜ້າກົມກົດໝາຍ, ສະພາແຫ່ງຊາດ, ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສຸລິຍາ ສີດາວົງ, … Continue reading →