ກົມຈັດຕັ້ງ ແລະ ພະນັກງານ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ
By ໄພວັນ On 7 Sep, 2023 At 03:13 PM | Categorized As ຂ່າວພາຍໃນ | With 0 Comments

   IMG_0026

ໃນວັນທີ 05 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຈັດຕັ້ງ ແລະ ພະນັກງານ ໄດ້ເປີດຂະບວນ​ການແຂ່ງຂັນ  ຮັກຊາດ ແລະ ພັດທະນາ ຂື້ນ ໂດຍການເຂົ້າຮ່ວມເປັນ ປະທານ ຂອງ ທ່ານ ນ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ (ກຈພງ) ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ.

        ເພື່ອເປັນການປະຕິບັດຕາມ ດຳລັດຂອງ​ລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ສະບັບ​ເລກທີ 116/ລບ, ລົງ​ວັນ​ທີ 22 ເມສາ 2019; ແຈ້ງການຂອງຄະນະຊີ້ນໍາລະດັບຊາດ ການແຂ່ງຂັນ – ຍ້ອງຍໍ ຮັກຊາດ ແລະ ພັດທະນາ ກ່ຽວກັບສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງ ໃນຂອບເຂດທົ່ວປະເທດສະບັບເລກທີ 01/ຄຊຂຍ, ລົງວັນທີ 31 ຕຸລາ 2022 ແລະ ແຜນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມຈັດຕັ້ງ ແລະ ພະນັກງານ ຮອດປີ 2025 ສະບັບເລກທີ 695/ກຈພງ, ລົງວັນທີ 25 ສິງຫາ 2023.

ທ່ານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ (ກຈພງ) ໄດ້ກ່າວວ່າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ  ຮັກຊາດ ແລະ ພັດທະນາ ຂອງກົມຈັດຕັ້ງ ແລະ ພະນັກງານ ກາຍເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ ແລະ ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ ແລະ ພະນັກງານ – ລັດຖະກອນທັງໝົດ ຂອງກົມຈັດຕັ້ງ ແລະ ພະນັກງານ ແລະ ທັງເປັນການປຸກລະດົມກໍາລັງແຮງຂອງພະນັກງານ – ລັດຖະກອນ ໃຫ້ມີຄວາມບຸກບືນ, ຫ້າວຫັນດຸໝັ່ນ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ.

IMG_0065

ທ່ານໄດ້ກ່າວຕື່ມວ່າ: ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ເປັນວຽກໜຶ່ງທີ່ສໍາຄັນ ເພື່ອປຸກລະດົມກໍາລັງແຮງຂອງທຸກພາກສ່ວນ, ອົງການຈັດຕັ້ງ, ພະນັກງານ – ລັດຖະກອນ ໃຫ້ມີຄວາມດຸໝັ່ນຫ້າວຫັນສ້າງໃຫ້ມີຕົວແບບທີ່ດີເດັ່ນກ້າວໜ້າໃນຂະບວນການວຽກງານ.

ກອງປະຊຸມເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຂອງກົມຈັດຕັ້ງ ແລະ ພະນັກງານ ໃນຄັ້ງນີ້ ເຊິ່ງຈະໄດ້ຜ່ານແຜນການແຂ່ງຂັນ ຮັກຊາດ ແລະ ພັດທະນາຂອງກົມ ຮອດປີ 2025, ແຜນການແຂ່ງຂັນດັ່ງກ່າວນີ້ ແຕ່ລະພະແນກແມ່ນມີຂໍ້ແຂ່ງຂັນສະເພາະຂອງຕົນເອງ ແລະ ແຕ່ລະພະແນກ, ບຸກຄົນ ຈະໄດ້ຂື້ນຈັບມືແຂ່ງຂັນກັນ.    IMG_0068

ພະນັກງານ – ລັດຖະກອນທັງໝົດຂອງກົມຈັດຕັ້ງ ແລະ ພະນັກງານ  ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ ໃນການເຊື່ອມຊືມເນື້ອໃນກອງປະຊຸມເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຄາດໝາຍເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ທີ່ແຕ່ລະແນກໄດ້ກໍານົດໄວ້ໃຫ້ບັນລຸຕາມແຜນທີ່ໄດ້ວາງໄວ້.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ

About -