ກົມແຜນການ ແລະ ການຮ່ວມມື ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ
By ໄພວັນ On 15 Sep, 2023 At 02:50 PM | Categorized As ຂ່າວພາຍໃນ | With 0 Comments

IMG_0002

ໃນວັນທີ 08 ກັນຍາ 2023 ຜ່ານມາ, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມແຜນການ ແລະ ການຮ່ວມມື  ໄດ້ເປີດຂະບວນ​ການແຂ່ງຂັນ  ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ.

ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ  ຮັກຊາດ ແລະ ພັດທະນາ ຂອງກົມແຜນການ ແລະ ການຮ່ວມມື ໃຫ້ເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ ແລະ ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ ແລະ ພະນັກງານ – ລັດຖະກອນທັງໝົດ ຂອງກົມແຜນການ ແລະ ການຮ່ວມມື ແລະ ທັງເປັນການປຸກລະດົມກໍາລັງແຮງຂອງພະນັກງານ – ລັດຖະກອນ ໃຫ້ມີຄວາມບຸກບືນ, ຫ້າວຫັນດຸໝັ່ນ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ.

ທ່ານໄດ້ກ່າວຕື່ມວ່າ: ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ເປັນວຽກໜຶ່ງທີ່ສໍາຄັນ ເພື່ອປຸກລະດົມກໍາລັງແຮງຂອງທຸກພາກສ່ວນ, ອົງການຈັດຕັ້ງ, ພະນັກງານ-ລັດຖະກອນ ໃຫ້ມີຄວາມດຸໝັ່ນຫ້າວຫັນສ້າງໃຫ້ມີຕົວແບບທີ່ດີເດັ່ນກ້າວໜ້າໃນຂະບວນການວຽກງານ.

IMG_0085

ກອງປະຊຸມເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມແຜນການ ແລະ ການຮ່ວມມື ຈະໄດ້ຜ່ານເອກະສານສໍາຄັນຄື: ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການແຂ່ງຂັນ ຮັກຊາດ ແລະ ພັດທະນາ ສະບັບເລກທີ 0654/ກຜຮ, ລົງວັນທີ 28 ສິງຫາ 2023; ແຜນການແຂ່ງຂັນ ຮັກຊາດ ແລະ ພັດທະນາຂອງກົມ ຮອດປີ 2025 ຂອງກົມ; ແລະ ຂຶ້ນຈັບມືແຂ່ງຂັນຮັກຊາດ ແລະ ພັດທະນາ ລະຫວ່າງ ພະແນກ ກັບ ພະແນກ (ຂັ້ນຫົວໜ້າພະແນກ) ແລະ ຂັ້ນບຸກຄົນ ກັບ ບຸກຄົນ (ຂັ້ນຮອງຫົວໜ້າພະແນກ ແລະ ວິຊາການ) ເພື່ອເປັນການຢັ້ງຢືນໃຫ້ບັນດາພະນັກງານພາຍໃນແຕ່ລະພະແນກ ພ້ອມຈັດຕັ້ງປະຕິບັດການເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້.

IMG_0089

ຕອນທ້າຍທ່ານຮຽກຮ້ອງມາຍັງ ພະນັກງານ – ລັດຖະກອນ ທັງໝົດຂອງກົມແຜນການ ແລະ ການຮ່ວມມື ພ້ອມກັນເຊີດຊູຄວາມຮັບຜິດຊອບ ໃນການເຊື່ອມຊືມເນື້ອໃນກອງປະຊຸມເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ສໍາເລັດຕາມເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ທີ່ແຕ່ລະແນກໄດ້ກໍານົດໄວ້ຢ່າງມີຄວາມຮັບຜິດຊອບສູງ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ, ກຜຮ/ກະຊວງ ອຄ

About -