ກອງປະຊຸມກວດກາ ເນື້ອໃນຂັ້ນວິຊາການຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ)
By ໄພວັນ On 31 Aug, 2023 At 12:15 PM | Categorized As ຂ່າວພາຍໃນ | With 0 Comments

1jpg

ໃນວັນທີ 29-31 ສິງຫາ 2023, ທີ່ຫ້ອງປະຊຸມລ້ອງງື່ມວິວ ຣີສອດ, ບ້ານທ່າລາດ, ແຂວງວຽງຈັນ, ກົມກົດໝາຍ, ສະພາແຫ່ງຊາດ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກົມກົດ    ໝາຍ, ກະຊວງຍຸຕິທໍາ, ຈັດກອງປະຊຸມກວດກາ ເນື້ອໃນຂັ້ນວິຊາການຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາຄ່ອງ ສີຫາປັນຍາ, ຫົວໜ້າກົມກົດໝາຍ, ສະພາແຫ່ງຊາດ, ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສຸລິຍາ ສີດາວົງ, ຫົວໜ້າກົມກົດໝາຍ, ກະຊວງຍຸຕິທໍາ.

2

ໃນກອງປະຊຸມຄັ້ງນີ້ ມີທ່ານ ສຈ. ດາວອນ ຫວ່າງວິຈິດ, ທີ່ປຶກສາທາງດ້ານກົດໝາຍ, ຂອງຄະນະປະຈໍາສະພາແຫ່ງຊາດ, ທ່ານ ນ. ບຸນພອນ ເຮືອງມະນີ, ທີ່ປຶກສາທາງດ້ານກົດໝາຍ, ຂອງຄະນະປະຈໍາສະພາແຫ່ງຊາດ, ທ່ານ ສົມບູນ ໂຄດໄຊ, ຫົວໜ້າກົມເສດຖະກິດການຜະລິດ, ສະພາແຫ່ງຊາດ, ມີບັນດາທ່ານ ຮອງຫົວໜ້າກົມ, ບັນດາທ່ານຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ 30 ກວ່າທ່ານ.

9

ທ່ານ ຄໍາຄ່ອງ ສີຫາປັນຍາ, ຫົວໜ້າກົມກົດໝາຍ ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້ ວ່າ: ໂດຍອີງຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ ສະບັບເລກທີ: 06 /ສພຊ, ລົງວັນທີ 16 ພະຈິກ 2021, ໂດຍປະຕິບັດຕາມທິດຊີ້ນໍາຂອງ ທ່ານຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ໃຫ້ກົມກົດໝາຍ, ກໍາມາທິການທິການກົດໝາຍ, ສະພາແຫ່ງຊາດ, ປະສານສົມທົບກັບ ກົມເສດຖະກິດການຜະລິດຂອງ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ກົມຊັບສິນທາງປັນຍາ, ກະຊວງອຸດສາກະກໍາ ແລະ ການຄ້າ ຈັດກອງປະຊຸມກວດກາຂັ້ນວິຊາການດັ່ງກ່າວ ເພື່ອກະກຽມເນື້ອໃນຂອງຮ່າງກົດໝາຍ ສະບັບນີ້ໃຫ້ລະອຽດ, ຄົບຖ້ວນ ແລະ ຮັກກຸມ, ເພື່ອລາຍງານຜົນການຄົ້ນຄວ້າ ຕໍ່ກອງປະຊຸມກວດກາເນື້ອໃນຮອບດ້ານຂັ້ນຄະນະນໍາ ທີ່ຈະຈັດຂຶ້ນໃນວັນທີ 20-21 ກັນຍາ 2023.

10jpg

ທ່ານ ກ່າວຕື່ມວ່າ: ກອງປະຊຸມໃນຄັ້ງນີ້ ດໍາເນີນເປັນເວລາ 03 ວັນ, ເພື່ອໃຫ້ຜູ້ເຂົ້າຮ່ວມປຶກສາຫາລື, ຄົ້ນຄວ້າ ແລະ ກວດກາ ຮ່າງກົດໝາຍຢ່າງຮອບດ້ານ, ລະອຽດ ແຕ່ມາດຕາ 1 ຫາ ມາດຕາສຸດທ້າຍ ຂອງກົດໝາຍດັ່ງກ່າວ ລວມທັງມາດຕາທີ່ບໍ່ໄດ້ປັບປຸງ ຖ້າຫາກເນື້ອໃນກ່ຽວພັນກັນ ກອງປະຊຸມຈະໄດ້ນໍາມາພິຈາລະນາຕື່ມ, ເພື່ອຮັບປະກັນທາງດ້ານເນື້ອໃນຂອງ ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ນີ້, ໄດ້ຮັບການພິຈາລະນາຢ່າງຖີ່ຖ້ວນ, ຮອບດ້ານ ແລະ ເລິກເຊິ່ງ, ຊຶ່ງທ່ານ ໄດ້ສະເໜີວິທີປຶກສາຫາລື ດັ່ງນີ້: ສະເໜີໃຫ້ຕາງໜ້າກົມກົດໝາຍ, ສະພາແຫ່ງຊາດ ສະເໜີຜ່ານຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ໄປແຕ່ລະມາດຕາຕໍ່ກອງປະຊຸມ; ສະເໜີໃຫ້ຜູ້ເຂົ້າຮ່ວມກອງປະຊຸມພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ; ສະເໜີໃຫ້ຄະນະຮັບຜິດຊອບ ມີຄໍາເຫັນອະທິບາຍ ແລະ ຊີ້ແຈງຕື່ມ, ຖ້າເຫັນວ່າມີຄວາມຈໍາເປັນ ເພື່ອໃຫ້ເປັນເອກະພາບກັນ ແລ້ວຈຶ່ງໄປມາດຕາໃໝ່ ຫຼື ບັນຫາໃໝ່ ແລະ ບັນຫາໃດທີ່ກອງປະຊຸມ ບໍ່ສາມາດຕົກລົງເປັນເອກະພາບກັນ ຈະໄດ້ນໍາໄປລາຍງານຂໍຄໍາເຫັນ ຕໍ່ກອງປະຊຸມກວດກາເນື້ອໃນຂັ້ນຄະນະນໍາ ໃນເດືອນ ກັນຍາ 2023 ນີ້.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

 ລົງຂ່າວໂດຍ: ທ ໄພວັນ ໂຄດວັນທາ ສຸນສະຖິຕິ ແລະ ຂໍ້ມູນຂ່າວສານ

About -