ຂ່າວ

ໂດຍ: ໄພວັນ ວັນທີ 31 Dec, 2023 ເວລາ 07:23 PM | ແຍກຕາມຫມວດ ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
9

ໃນຕອນເຊົ້າຂອງວັນທີ 29 ທັນວາ 2023 ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າມີການຂົນ, ຂ່ຽນຖ່າຍເຄື່ອງຂອງຈາກລົດບັນທຸກ 22 ລໍ້ ໃສ່ລົດກະບະ ແຕ່ເຊົ້າມືດ ທີ່ສົງໃສວ່າມີການລະເມີດ ຢູ່ເດີ່ນດິນເປົ່າວ່າງ ຮ່ອມ 2 ເຂດບ້ານ ໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຄະນະກວດກາ ແລະ ແກ້ໄຂການຄ້າສິນຄ້ານອກລະບົບ ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງໄດ້ຊີ້ນໍາໃຫ້ຄະນະເຈົ້າໜ້າທີ່ກວດກາການຄ້າ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ລົງກວດກາສະພາບຕົວຈິງ ພົບເຫັນມີສິນຄ້າເທິງລົດບັນທຸກເຄື່ອງ ຂະໜາດ 22 ລໍ້ ເປັນຜະລິດຕະພັນຊີ້ນແຊ່ແຂງ ປະກອບມີຊີ້ນງົວ, ຂາໝູ ແລະ ຕີນໄກ່ ບໍ່ມີເອກະສານຕິດຕາມສິນຄ້າ. … Continue reading

ໂດຍ: ໄພວັນ ວັນທີ 29 Dec, 2023 ເວລາ 11:12 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດກອງປະຊຸມສະ   ໄໝສາມັນຄັ້ງທີ II ຂອງສະພາບໍລິຫານກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນ ໃນວັນທີ 28 ທັນວາ 2023 ທີ່ໂຮງແຮມ ຄຣາວພາຊາ ວຽງຈັນ ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ), ປະທານສະພາບໍລິຫານ ທສວ ໂດຍມີສະມາຊິກສະພາບໍລິຫານ ແລະ ກອງເລຂາ ທສວ ເຂົ້າຮ່ວມລວມທັງໝົດ 21 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີສອງ ຂອງສະມາຊິກສະພາບໍລິຫານ ທສວ … Continue reading

ໂດຍ: ໄພວັນ ວັນທີ 29 Dec, 2023 ເວລາ 09:51 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0024

ກົມ​ກວດ​ກາ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ(ອ​ຄ) ຈັດ​ກອງ​ປະ​ຊຸມ ສຳມະນາວິທະຍາສາດວຽກງານສະກັດກັ້ນການສໍ້ລາດບັງຫຼວງ ຂຶ້ນ​ໃນ​ວັນ​ທີ 26 ທັນ​ວາ 2023 ທີ່​ກະ​ຊວງ ອ​ຄ ເຂົ້າ​ຮ່ວມ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ຈັນ​ສຸກ ແສງ​ພະ​ຈັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ, ມີພະນັກງານ-ລັດຖະກອນລວມເຖິງບັນດາບໍລິສັດ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ອ​ຄ ເຂົ້າຮ່ວມ ທ່ານ ນາງ ຈັນ​ສຸກ ແສງ​ພະ​ຈັນ ​ໄດ້​ກ່າວ​ວ່າ: ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ  ລັດຖະບານ ໄດ້ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະໄດ້ມີນະໂຍບາຍຢ່າງຈະແຈ້ງ ແລະ ເດັດຂາດ ໃນການຕ້ານການສໍ້ລາດບັງຫຼວງເຊິ່ງ ເປັນສິ່ງກິດຂວາງ ແລະ ອຸປະສັກຕໍ່ການພັດທະນາ. ການສໍ້ລາດບັງຫຼວງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພາກລັດ, … Continue reading

ໂດຍ: admin ວັນທີ 27 Dec, 2023 ເວລາ 12:07 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

      ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ  ໄດ້ໃຫ້ສຳພາດວ່າ “ ກົມຊັບສິນທາງປັນຍາ ໃຫ້ຄວາມສຳຄັນ ແລະ ສົ່ງເສີມ ສິນຄ້າຖິ່ນກຳເນີດ ຫຼື GI ລາວຢ່າງຕໍ່ເນື່ອງ ເພື່ອໃຫ້ຄວາມຄຸ້ມຄອງ ແລະ ຍົກລະດັບສິນຄ້າ ຈາກທ້ອງຖິ່ນໃຫ້ເປັນທີ່ຮູ້ຈັກຢ່າງແຜ່ຫຼາຍ ທັງຕະຫຼາດພາຍໃນ ແລະ ສາກົນ” ລວມທັງການພັກດັນ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ GI ຜ່ານໂຄງການຕ່າງໆ ເພື່ອຂະຫຍາຍຊ່ອງທາງການຕະຫຼາດ ແລະ ການສ້າງຄວາມເຊື່ອໝັັ້ນໃນຄຸນນະພາບ, ເອກະລັກສະເພາະ ແລະ ມາດຕະຖານ GI  ໃຫ້ກັບຜູ້ບໍລິໂພກ.       … Continue reading

ໂດຍ: ໄພວັນ ວັນທີ 26 Dec, 2023 ເວລາ 01:18 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0414

ບໍລິສັດ ລາວວີຕາ ພັດທະນາ ຈຳກັດ ໄດ້ຊ່ວຍເຫຼືອລ້າໃນການກໍ່ສ້າງ-ຕິດຕັ້ງໄຟເຍືອງທາງ ໂຊລ່າເຊວ ແລະ ປູກຕົ້ນໄມ້ປະດັບ ມູນຄ່າ 5 ຕື້ກວ່າກີບ ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນຄຸ້ມຄອງຮັກ ພ້ອມດຽວກັນນີ້, ທາງບໍລິສັດກຽມດໍາເນີນໂຄງການໄລຍະ 2 ເນື້ອທີ່ 142 ເຮັກຕາ. ພິທີມອບ-ຮັບໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟເຍືອງທາງໂຊລ່າເຊວ ແລະ ການປູກດອກໄມ້-ຕົ້ນໄມ້ປະດັບ ລະຫວ່າງ ບໍລິສັດ ລາວວີຕາ ພັດທະນາ ຈໍາກັດ ແລະ ອົງການປັກຄອງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເມື່ອວັນທີ 22 ທັນວາ 2023 ທີ່ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ … Continue reading

ໂດຍ: admin ວັນທີ 25 Dec, 2023 ເວລາ 10:39 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
6

  ວັນທີ 21 ທັນວາ 2023 ເວລາ 08:30 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ຈັດຝຶກອົບຮົມເພື່ອສ້າງຂີດຄວາມອາດສາມາດເຕັກນິກການສ້າງນິຕິກຳ ໃຫ້ແກ່ພະນັກງານຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ນາງ ຄໍາພັດ ພູນສຸກ, ຮອງຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ. ຈຸດປະສົງແມ່ນ ເພື່ອແນ່ໃສ່ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ແລະ ສ້າງຄວາມຮັບຮູ້ ກ່ຽວກັບຂັ້ນຕອນ, ເຕັກນິກການສ້າງນິຕິກໍາ ໃຫ້ແກ່ພະນັກງານຫຼັກແຫ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ເຂົ້າໃຈຢ່າງເລິກເຊິງ, ຖືກຕ້ອງຕາມຫຼັກການ ແລະ ຂັ້ນຕອນການສັາງນິຕິກໍາ, ການກໍານົດເປົ້າໝາຍ ເຫດຜົນຂອງການສ້າງ/ປັບປຸງນິຕິກໍາຢ່າງຈະແຈ້ງ, ການຈັດລຽງບູລິມະສິດ ແລະ ຄວາມຈໍາເປັນ ນິຕິກໍາທີ່ຈະສ້າງ … Continue reading

ໂດຍ: ໄພວັນ ວັນທີ 22 Dec, 2023 ເວລາ 03:45 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0136

ກົມ​ການ​ຄ້າ​ຕ່າງ​ປະ​ເທດ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ໄດ້​ຈັດ​ພິ​ທີ​ເປີດ​ໂຕ ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ລຸ້ນທີ 3, ໃນ​ວັນ​ທີ 20 ທັນ​ວາ 2023 ທີ່​ໂຮງ​ແຮມຄາວ​ພາ​ຊ້າ ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ, ມີ​ບັນ​ດາ​ທ່ານ ຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກ​ທຸ​ລະ​ກິດ​ເຂົ້າຮ່ວມ. ​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ​ ໄດ້​ກ່າວ​ວ່າ: ເວັບໄຊທ໌ສູນຂໍ້​ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼືLao PDR Trade Portal (LTP) … Continue reading

ໂດຍ: admin ວັນທີ 21 Dec, 2023 ເວລາ 11:57 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_000,1

               ຕອນເຊົ້າເວລາ 08:30-16:00 ໂມງ ໃນວັນທີ 19 ທັນວາ 2023, ທີ່ໂຮງແຮມ ທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ກົມທະບຽນວິສາຫະກີດ (ກົມ ທວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂໍ້ມູນລົງເວບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດໍາເນີນທຸລະກິດ ຢູ່ ສປປ ລາວ(www.bned.moic.gov.la), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມ ພ້ອມດ້ວຍຄະນະກອງເລຂາຈາກ ກົມ ທວ, ຕາງໜ້າບັນດາພະແນກພາຍໃນກົມ, ຄະນະປະສານງານປັບປຸງຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ກະຊວງອຸດສາຫະກໍາ ແລະ … Continue reading

ໂດຍ: ໄພວັນ ວັນທີ 19 Dec, 2023 ເວລາ 10:21 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0024

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອຄ) ໄດ້​ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນໃນວັນ18 ທັນ​ວາ 2023 ​ທີ່​ໂຮງ​ແຮມ ຄ​ຣາວພາ​ຊາ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ, ພາກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ແລະ ຄູ່​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຈາກ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ ເຂົ້າ​ຮ່ວມຈຳ​ນວນ 100 ​ທ່ານ. ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ແມ່ນເພື່ອ​ປຶກ​ສາ​ຫາ​ລື ບັນ​ດາ​ຜົນ​ງານໄດ້​ຮັບ​ທີ່​ຫຼັກ​ທີ່​ຍາດມາ​ໄດ້ ຈາກ​ສອງ​ໂຄງ​ການ​ທີ່​ຫາກໍ່​ສຳ​ເລັດ​ລົງ ​ເຊິ່ງລວມ​ມີ ໂຄງ​ການ ສົ່ງ​ເສີ​ມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ເພື່ອ​ສົ່ງ​ອອກ​ຢູ່ 3 ແຂວງ​ພາກ​ເໜືອ​ຂອງ ສ​ປ​ປ … Continue reading

ໂດຍ: admin ວັນທີ 18 Dec, 2023 ເວລາ 10:12 AM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
ແກ້ໄຂ7

                             ໃນວັນທີ 14 ທັນວາ 2023 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດງານສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ຄັ້ງທີ 2 ໃນຫົວຂໍ້: “ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ” ພາຍໃຕ້ການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ, ສະມາຄົມນັກທຸລະກິດຍິງ ແລະ ບັນດາວິທະຍາກອນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ມະໂນທອງ … Continue reading