ຈັດຝຶກອົບຮົມເພື່ອສ້າງຂີດຄວາມອາດສາມາດເຕັກນິກການສ້າງນິຕິກຳ ໃຫ້ແກ່ພະນັກງານຂອງກະຊວງອຸດສາຫະກໍາ ແລະ ການຄ້າ
By Miss Phetpakai SISOMBOUN On 25 Dec, 2023 At 10:39 AM | Categorized As ຂ່າວພາຍໃນ | With 0 Comments

6

 

ວັນທີ 21 ທັນວາ 2023 ເວລາ 08:30 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ຈັດຝຶກອົບຮົມເພື່ອສ້າງຂີດຄວາມອາດສາມາດເຕັກນິກການສ້າງນິຕິກຳ ໃຫ້ແກ່ພະນັກງານຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ນາງ ຄໍາພັດ ພູນສຸກ, ຮອງຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ. ຈຸດປະສົງແມ່ນ ເພື່ອແນ່ໃສ່ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ແລະ ສ້າງຄວາມຮັບຮູ້ ກ່ຽວກັບຂັ້ນຕອນ, ເຕັກນິກການສ້າງນິຕິກໍາ ໃຫ້ແກ່ພະນັກງານຫຼັກແຫ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ເຂົ້າໃຈຢ່າງເລິກເຊິງ, ຖືກຕ້ອງຕາມຫຼັກການ ແລະ ຂັ້ນຕອນການສັາງນິຕິກໍາ, ການກໍານົດເປົ້າໝາຍ ເຫດຜົນຂອງການສ້າງ/ປັບປຸງນິຕິກໍາຢ່າງຈະແຈ້ງ, ການຈັດລຽງບູລິມະສິດ ແລະ ຄວາມຈໍາເປັນ ນິຕິກໍາທີ່ຈະສ້າງ ຫຼື ປັບປຸງ. ສໍາຄັນ ນິຕິກໍາທີ່ສ້າງຂຶ້ນຕ້ອງຊ່ວຍໜູນ ແລະ ອໍານວຍຄວາມສະດວກ ໃຫ້ການດໍາເນີນທຸລະກິດ.

4

ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນນຳສະເໜີໂດຍພະແນກນິຕິກໍາ, ຫ້ອງການກະຊວງ ອຄ ໃນຫົວຂໍ້ເຊັ່ນ: 1. ການລາຍງານສະພາບລວມການສ້າງ ແລະ ປັບປຸງນິຕິກໍາຂອງກະຊວງອຸດສາຫະກໍາ ແລະ ການຄ້າ; 2. ການບັນລະຍາຍ ກ່ຽວກັບ ຂັ້ນຕອນ, ຫຼັກການ, ເຕັກນິກການສ້າງກົດໝາຍ ແລະ ດໍາລັດ ຕາມກົດໝາຍ ວ່າດວ້ຍການສ້າງນິຕິກໍາ; 3. ການບັນລະຍາຍ ກ່ຽວກັບ ຂັ້ນຕອນ, ຫັຼກການ ແລະ ເຕັກນິກການສ້າງນິຕີກໍາ ຂັ້ນກະຊວງ (ນິຕິກໍາໃຕ້ກົດໝາຍ); 4. ການບັນລະຍາຍ ກ່ຽວກັບ ການປະເມີນນິຕິກໍາ ທີ່ຈະສ້າງ ແລະ ປັບປຸງ ແລະ ປະເມີນຜົນ, ຕິດຕາມການຈັດຕັ້ງປະຕິບັດນິຕິກໍາ ທີ່ມີຜົນບັງຄົບໃຊ້ແລ້ວ; 5. ການບັນລະຍາຍ ກ່ຽວກັບ ວຽກງານຈົດໝາຍເຫດທາງລັດຖະການ; ແລະ 6. ການບັນລະຍາຍ ກ່ຽວກັບການໂຄສະນາເຜີຍແຜ່ກົດໝາຍ.

3

ໃນໂອກາດນີ້, ທ່ານ ນາງ ຄໍາພັດ ພູນສຸກ, ຮອງຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ຫັວງຢ່າງຍິ່ງວ່າ  ຈະໄດ້ຮັບໝາກຜົນອັນສໍາຄັນ ໃນການສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ແກ່ພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ ໃນວຽກງານການສ້າງນິຕິກໍາຫຼາຍຂຶ້ນ ໂດຍສະເພາະບັນດາກົມ ທີ່ມີແຜນສ້າງ ແລະ ປັບປຸງນິຕິກໍາຈໍານວນຫຼວງຫຼາຍ ໃຫ້ສາມາດເຂົ້າໃຈຢ່າງຈະແຈ້ງ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕໍ່ຫຼັກການ ແລະ ວິທີການສ້າງນິຕິກໍາ. ຂ້າພະເຈົ້າ ຂໍສະເໜີບັນດາວ່າ ເນື່ອງຈາກເປັນການຝຶກອົບຮົມ ໃຫ້ຖືວ່າ  ເປັນກັນເອງ ເພື່ອເຮັດໃຫ້ບັນຍາກາດຜ່ອນຄາຍ ໃນການແລກປ່ຽນຄໍາຄິດເຫັນ ແລະ ຕັ້ງຄໍາຖາມ ເພື່ອໃຫ້ໄດ້ແລກປ່ຽນຖອດບົດຮຽນນໍາກັນໃຫ້ໄດ້ຫຼາຍທີ່ສຸດ ເພາະເຂົ້າໃຈວ່າບັນດາທ່ານທີ່ເຂົ້າຮ່ວມແມ່ນມີພື້ນຖານທີ່ແຕກຕ່າງກັນ ແລະ ການບັນລະຍາຍທີ່ກະກຽມກໍ່ອາດຈະບໍ່ຕອບໂຈດຄວາມຕ້ອງການຂອງທຸກທ່ານ.  ສະນັ້ນ, ຂໍໃຫ້ພະຍາຍາມມີການຕັ້ງຄໍາຖາມ ແລະ ປະເດັ່ນໃນການສົນທະນາໃຫ້ ຫຼາຍໆ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານ ທີ່ສະຫຼະເວລາ ໃນການເຂົ້າຮ່ວມ, ພ້ອມນີ້ກໍ່ຂໍສະແດງຄວາມຂອບໃຈມາຍັງໂຄງການ LCT ທີ່ໃຫ້ການສະໜັບສະໜູນໃນການຈັດຝຶກອົບຮົມຄັ້ງນີ້ ແລະ ຫັວງຢ່າງຍິ່ງວ່າ ໂຄງການຈະສືບຕໍ່ໃຫ້ການສະໜັບສະໜູນ ກິດຈະການສ້າງຄວາມເຂັ້ມແຂງດ້ານນິຕີກໍາ ໃນໂອກາດໜ້າຕໍ່ໄປ ເພື່ອເຮັດແນວໃດໃຫ້ຄາດໝາຍໃນການຄຸ້ມຄອງຂະແໜງ ອຄ ດ້ວຍກົດໝາຍ ທີ່ກໍານົດໃນແຜນການ 5 ປີ ປະກົດຜົນເປັນຈິງເທື່ອລະກ້າວ.

ແປງ

 

ຮູບພາບ: ໄພວັນ ໂຄວັນທາ

ຂ່າວ: ເພັດປະກາຍ ສີສົມບູນ