ກົມຊັບສິນທາງປັນຍາ ໄດ້ຊຸກຍູ້ສິນຄ້າຖິ່ນກຳເນີດ (GI) ລາວ ບຸກຕະຫຼາດສາກົນ ພ້ອມທັງສົ່ງເສີມ GI ເຂົ້າໄກ່ນ້ອຍ ແລະ ຊາລາວ ໃຫ້ເປັນທີ່ຮັບຮູ້ໃນເວທີລະດັບໂລກ
By phaikhame evilay On 27 Dec, 2023 At 12:07 PM | Categorized As ຂ່າວພາຍໃນ | With 0 Comments

1

      ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ  ໄດ້ໃຫ້ສຳພາດວ່າ “ ກົມຊັບສິນທາງປັນຍາ ໃຫ້ຄວາມສຳຄັນ ແລະ ສົ່ງເສີມ ສິນຄ້າຖິ່ນກຳເນີດ ຫຼື GI ລາວຢ່າງຕໍ່ເນື່ອງ ເພື່ອໃຫ້ຄວາມຄຸ້ມຄອງ ແລະ ຍົກລະດັບສິນຄ້າ ຈາກທ້ອງຖິ່ນໃຫ້ເປັນທີ່ຮູ້ຈັກຢ່າງແຜ່ຫຼາຍ ທັງຕະຫຼາດພາຍໃນ ແລະ ສາກົນ” ລວມທັງການພັກດັນ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ GI ຜ່ານໂຄງການຕ່າງໆ ເພື່ອຂະຫຍາຍຊ່ອງທາງການຕະຫຼາດ ແລະ ການສ້າງຄວາມເຊື່ອໝັັ້ນໃນຄຸນນະພາບ, ເອກະລັກສະເພາະ ແລະ ມາດຕະຖານ GI  ໃຫ້ກັບຜູ້ບໍລິໂພກ.

 3

       ໂດຍໃນລະຫວ່າງວັນທີ 15-18 ທັນວາ 2023 ທີ່ຜ່ານມາ ກົມຊັບສິນທາງປັນຍາ ໄດ້ນຳເອົາສິນຄ້າ GI ຈຳນວນ 03 ລາຍການ (ຊາກໍແມນ, ເຂົ້າໄກ່ນ້ອຍຊຽງຂວາງ, ເຂົ້າໄກ່ນ້ອຍຫົວພັນ) ເຂົ້າຮ່ວມວາງສະແດງສິນຄ້າໃນງານ

THE 16 th CAMBODIAN & IMPORT-EXPORT GOODS EXHIBITION ທີ່ປະເທດກຳປູເຈຍ ຊຶ່ງເປັນງານວາງສະແດງສິນຄ້າ ທີ່ຍິ່ງໃຫ່ຍ ເພື່ອເຮັດໃຫ້ຜູ້ຄ້າ ແລະ  ຜູ້ນຳເຂົ້າສິນຄ້າ ທີ່ເຂົ້າມາຮ່ວມງານ ໄດ້ທົດລອງຊິມສິນຄ້າ ແລະ ສ້າງໂອກາດໃນການເຈລະຈາທຸລະກິດ ສ້າງໂອກາດໃນການສົ່ງອອກສິນຄ້າ ໄປຍັງຕ່າງປະເທດ. ກິດຈະກຳດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນທຶນຮອນ ຈາກອົງການຝຣັ່ງເພື່ອການພັດທະນາ  (AFD) ໂດຍຜ່ານໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດ ລະດັບອະນຸພາກພື້ນ ຊຶ່ງ ລວມມີ 03 ປະເທດ ຄື: ສປປ ລາວ, ກຳປູເຈຍ ແລະ ມຽນມາ. ງານ​ວາງສະ​ແດງນີ້ ​ເປັນໂອກາດໃຫ້ກັບສິນຄ້າ GI ຂອງ ສປປ ລາວ ​ເນື່ອງຈາກວ່າເປັນການ​ເຕົ້າ​ໂຮມ​ບັນດາ​ນັກທຸລະ ກິດ, ຜູ້​ປະກອບ​ການ, ນັກ​ຊ່ຽວຊານ​ດ້ານ​ອຸດສາຫະກຳ ​ຈາກ​ທົ່ວ​ພາກ​ພື້ນ ແລະ ​ເປັນ​ເວທີ​ໃຫ້​ບັນດາ​ຜູ້ຕາງໜ້າ​ຂອງ ສປປ ລາວ ​ໄດ້​ສ້າງ​ເຄືອ​ຂ່າຍ, ​ໂຄສະນາ​ຜະລິດ​ຕະພັນ​ ຂອງ​ຕົນ ​ແລະ ຄົ້ນ​ຫາ​ຄູ່​ຮ່ວມ​ມື ​ທີ່​ມີ​ທ່າ​ແຮງ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຄ້າ ​ຂອງ ​ກຳປູ​ເຈຍ ​ແລະ ສາກົນ, ສ້າງຄວາມຮັບຮູ້ຂອງຜະ​ລິດ​ຕະ​ພັນ GI ຂອງ​ລາວ ​ຢ່າງ​ກວ້າງ​ຂວາງ, ສ້າງໂອກາດການສົ່ງອອກ ປະກອບສ່ວນຊຸກຍູ້​ເສດຖະກິດ​ຊຸມ​ຊົນ, ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​, ຊຸມຊົນໃຫ້​ດີ​ຂຶ້ນ​ ຢ່າງ​ຍືນ​ຍົງ.

 4

       ຜົນໄດ້ຮັບຈາກການວາງສະແດງແມ່ນສິນຄ້າ GI ຂອງ ສປປ ລາວ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຈາກຜູ້ປະ ກອບການ ແລະ ຜູ້ບໍລິໂພກ ຈົນເຮັດໃຫ້ສິນຄ້າທີ່ນຳມາວາງສະແດງ ຖືກຂາຍໝົດພາຍໃນໄລຍະເວລາອັນສັ້ນ. ທັງເປັນ Soft power ທີ່ສຳຄັນທີ່ຊ່ວຍໃນການຖ່າຍທອດຄວາມເປັນເອກະລັກສະເພາະຂອງຊຸມຊົນທ້ອງຖິ່ນ ທັງເປັນການໂຄສະນາສະແດງໃຫ້ເຫັນລັກສະນະພິເສດຂອງສິນຄ້າ GI ຂອງແຕ່ພຶ້ນທີ ທີ່ໄດ້ຕິດພັນກັບປັດໃຈທາງ ທຳມະຊາດ ແລະ ປັດໃຈມະນຸດ ກໍຄືບັນດາພູມປັນຍາຂອງຄົນໃນທ້ອງຖິ່ນ ໃນການຜະລິດສິນຄ້າ GI.  ນອກຈາກນັ້ນແລ້ວ ສິນຄ້າຖິ່ນກໍາເນີດ ແຕ່ລະຊະນິດ ແມ່ນມີເລື່ອງລາວ ແລະ ປະຫວັດຄວາມເປັນມາສະເພາະຂອງໃຜລາວ  ຊຶ່ງຈຸດເດັ່ນ ແລະ ຄວາມນ່າສົນໃຈນີ້ ສາມາດພັດທະນາຕໍ່ຍອດກັບ ໃນການທ່ອງທ່ຽວທາງດ້ານວັດທະນະທຳ ຫຼື ການທ່ອງທ່ຽວທາງດ້ານອາຫານ (Gastronomy Tourism) ໄດ້.

ພາບ-ຂ່າວ: ໄດ້ມາຈາກ ກົມຊັບສິນທາງປັນຍາ ກະຊວງ ອຄ.