ກອງປະຊຸມຄະນະປະສານງານປັບປຸງຂໍ້ມູນລົງເວບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດໍາເນີນທຸລະກິດ ຢູ່ ສປປ ລາວ ທີ່ໂຮງແຮມ ທະວີສຸກ ເມືອງວັງວຽງ ແຂວງວຽງຈັນ.
By phaikhame evilay On 21 Dec, 2023 At 11:57 AM | Categorized As ຂ່າວພາຍໃນ | With 0 Comments

IMG_000,1

               ຕອນເຊົ້າເວລາ 08:30-16:00 ໂມງ ໃນວັນທີ 19 ທັນວາ 2023, ທີ່ໂຮງແຮມ ທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ກົມທະບຽນວິສາຫະກີດ (ກົມ ທວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂໍ້ມູນລົງເວບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດໍາເນີນທຸລະກິດ ຢູ່ ສປປ ລາວ(www.bned.moic.gov.la), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມ ພ້ອມດ້ວຍຄະນະກອງເລຂາຈາກ ກົມ ທວ, ຕາງໜ້າບັນດາພະແນກພາຍໃນກົມ, ຄະນະປະສານງານປັບປຸງຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຈາກ 15 ຂະແໜງການທີ່ອອກອະນຸຍາດດໍາເນີນທຸລະກິດ ( ລວມຜູ້ເຂົ້າຮ່ວມທັງໝົດ 70 ກ່ວາທ່ານ).

WhatsApp Image 2023-,2

       ໃນພິທີກ່າວເປີດກອງປະຊຸມ ທ່ານປະທານກ່າວຈຸດປະສົງຂອງການຈັດກອງປະຊຸມ ແລະ ໄດ້ຢໍ້າຄືນເຖິງ ຄວາມຫມາຍຄວາມສໍາຄັນຂອງເວບໄຊຖານຂໍ້ມູນ www.bned.moic.gov.la  ໃນການຊຸກຍູ້ການຈັດຕັ້ງປະຕິບັດ ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020, ວ່າດ້ວຍການປັບປຸງວຽກງານການບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ໃບອະນຸຍາດລົງທຶນໃນ ສປປ ລາວ. ພ້ອມທັງ, ພາລະບົບບາດຂອງຄະນະປະສານງານ ທີ່ປະກອບມີຕາງໜ້າຈາກທຸກຂະແໜງການທີ່ອອກອະນຸຍາດດໍາເນີນທູລະກິດ ໃນການປັບປຸງຂໍ້ມູນ ບັນດານິຕິກຳ, ລະບຽບການ,​ ຂັ້ນຕອນ, ກຳນົດເວລາ, ຄ່າໃຊ້ຈ່າຍ, ເອກະສານປະກອບຕ່າງໆ ທີ່ຕິດພັນກັບການອອກ ອະນຸຍາດຂະແໜງການຕົນ ໃນເວບໄຊຖານຂໍ້ມູນດັ່ງກ່າວ.ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການລາຍງານຂອງບັນດາຂະແໜງການກ່ຽວກັບຄວາມຄືບໜ້າໃນການປ້ອນຂໍ້ມູນການອອກໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການຕົນລົງໃນເວບໄຊຖານຂໍ້ມູນ www.bned.moic.gov.la,  ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ເພື່ອປັບປຸງແກ້ໄຂຂໍ້ມູນໃນເວບໄຊຖານຂໍ້ມູນດັ່ງກ່າວໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນສົມບູນ, ສາມາດອໍານວຍຄວາມສະດວກ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ພາກທຸລະກິດ ຕໍ່ກັບການບໍລິການຂອງພາກລັດ.

WhatsApp Image 2023-,3

           ຜົນກອງປະຊຸມ ທ່ານປະທານກອງປະຊຸມໄດ້ກ່າວຂອບໃຈ ແລະ ຍ້ອງຂໍຊົມເຊີຍທີ່ຂະແໜງການທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຮ່ວມມືຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຕັ້ງໜ້າ, ເຖິງຢ່າງໃດກໍ່ຕາມ ສະເໜີໃຫ້ຂະແໜງການກ່ຽວຂ້ອງສືບຕໍ່ເອົາໃຈໃສ່ໃນການປ້ອນຂໍ້ມູນລົງໃນເວບໄຊເປັນຕົ້ນ: ກົດໝາຍ,ນິຕິກໍາ , ລະບຽບການ ແລະ ຂໍ້ມູນຕ່າງຕ່າງທີ່ຕິດພັນກັບການອອກໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການຕົນ.

ພາບ-ຂ່າວ: ຈາກກົມທະບຽນວິສາຫະກິດ ກະຊວງ ອຄ.