|
ທົ່ວໄປ25 ພະຈິກ 2026

ຮອງລັດຖະມົນຕີ ກະຊວງ ອຄ ຕ້ອນຮັບ ຄະນະຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ເຢຍລະມັນ

ຮອງລັດຖະມົນຕີ ກະຊວງ ອຄ ຕ້ອນຮັບ ຄະນະຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ເຢຍລະມັນ

ໃນຕອນເຊົ້າຂອງວັນທີ 25 ພະຈິກ 2026, ເວລາ 10:00–10:45 ໂມງ, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພຸດທະວັນ ນັນທະວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຫາລືກັບ ທ່ານ ດຣ. ເບັດຕິນາ ເຄລເລີແມນ (Dr. Bettina Kellermann), ຫົວໜ້າພະແນກອາຊີຕາເວັນອອກສຽງໃຕ້, ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ເຢຍລະມັນ (BMZ) ແລະ ທ່ານ ນາງ ມິຄາເອລາ ເຮັນນິງ (Michaela Henning), ຮອງຫົວໜ້າພະແນກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 20–25 ພະຈິກ 2026.

ໃນໂອກາດດັ່ງກ່າວ, ທ່ານ ພຸດທະວັນ ນັນທະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນເຢຍລະມັນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ ໂດຍສະເພາະໃນຂົງເຂດການພັດທະນາເສດຖະກິດ, ການຄ້າ ແລະ ການເຊື່ອມໂຍງເສດຖະກິດພາກພື້ນ ລວມທັງການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ທີ່ຜ່ານມາ. ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ການກະກຽມຈັດກອງປະຊຸມເຈລະຈາ ລະຫວ່າງລັດຖະບານ ລາວ–ເຢຍລະມັນ ປະຈຳປີ 2026 ເຊິ່ງເປັນກົນໄກສຳຄັນໃນການທົບທວນຜົນການຮ່ວມມື ແລະ ກຳນົດທິດທາງບູລິມະສິດໃນອະນາຄົດໃຫ້ສອດຄ່ອງກັບຍຸດທະສາດການພັດທະນາຂອງ ສປປ ລາວ.

ພ້ອມດຽວກັນນີ້, ສອງຝ່າຍໄດ້ທົບທວນຄືນໝາກຜົນການຮ່ວມມືທີ່ພົ້ນເດັ່ນຜ່ານ BMZ ແລະ ອົງການ GIZ ໃນລະດັບພາກພື້ນ ແລະ ສອງຝ່າຍ ເປັນຕົ້ນແມ່ນ: ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບການລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI), ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກຊ່ວຍເຫຼືອ MSMEs ໃນພາກພື້ນອາຊຽນ (ASEAN Access ແລະ ASEAN Access MATCH), ໂຄງການສົ່ງເສີມການຄ້າທີ່ກ່ຽວຂ້ອງກັບເສດຖະກິດ

ໝູນວຽນໃນອາຊຽນ (TRACE 2025–2029) ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ ແລະ ເອກະຊົນ ໃນການກະກຽມຄວາມພ້ອມຮັບມືກັບການປ່ຽນແປງທາງດ້ານການຄ້າພາຍຫຼັງທີ່ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC Graduation) ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ຫາກໍໄດ້ຮັບໃນວັນທີ 1 ພະຈິກ 2026 ທີ່ຜ່ານມາ.

ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ທ່ານຮອງລັດຖະມົນຕີ ໄດ້ຢືນຢັນຄວາມພ້ອມຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນການສືບຕໍ່ປະສານງານຢ່າງໃກ້ຊິດກັບ BMZ ແລະ GIZ ພ້ອມທັງສະເໜີໃຫ້ຝ່າຍເຢຍລະມັນພິຈາລະນາຂະຫຍາຍການສະໜັບສະໜູນທາງດ້ານວິຊາການ, ການສ້າງຂີດຄວາມສາມາດ ແລະ ງົບປະມານ ໂດຍສຸມໃສ່ 5 ຂົງເຂດບູລິມະສິດສຳຄັນ ຄື:

1.     ການເພີ່ມທະວີວຽກງານເສດຖະກິດດິຈິຕອນໃນ ສປປ ລາວ ທັງດ້ານພື້ນຖານໂຄງຮ່າງ, ລະບຽບການ ແລະ ການສ້າງຂີດຄວາມສາມາດໃຫ້ພາກລັດ ແລະ ພາກທຸລະກິດ;

2.     ການສະໜັບສະໜູນການຈັດຕັ້ງປະຕິບັດຂໍ້ຜູກພັນພາຍໃຕ້ສັນຍາການຄ້າສິນຄ້າອາຊຽນ (ATIGA) ແລະ ຂໍ້ຕົກລົງການຄ້າອາຊຽນອື່ນໆ, ການແກ້ໄຂອຸປະສັກທາງການຄ້າທີ່ບໍ່ແມ່ນພາສີ (NTBs), ການອຳນວຍຄວາມສະດວກທາງການຄ້າ, ການພັດທະນາມາດຕະຖານ ແລະ ການຮັບຮູ້ເຊິ່ງກັນ ແລະ ກັນ (MRA);

3.     ການສືບຕໍ່ເຊື່ອມໂຍງ MSMEs ຂອງລາວເຂົ້າສູ່ຕະຫຼາດອາຊຽນ ຜ່ານແພລັດຟອມ ASEAN Access, ASEAN Access MATCH ແລະ SME Laos ຄອບຄູ່ກັບການຫັນເປັນດິຈິຕອນ, ການຈັບຄູ່ທຸລະກິດ, ການເພີ່ມມູນຄ່າຜະລິດຕະພັນ ແລະ ການເຂົ້າເຖິງແຫຼ່ງທຶນ;

4.     ການພັດທະນານະໂຍບາຍການຄ້າທີ່ຍືນຍົງ, ການຄ້າສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ, ການຣີໄຊເຄິນ ແລະ ການຍົກລະດັບມາດຕະຖານສິນຄ້າໃຫ້ສອດຄ່ອງກັບຂໍ້ກຳນົດສິ່ງແວດລ້ອມສາກົນ;

5.     ການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງທາງເສດຖະກິດຂອງແມ່ຍິງໃນ ສປປ ລາວ (EMPOWER) ຢູ່ບັນດາແຂວງເປົ້າໝາຍ ເຊັ່ນ: ແຂວງຫຼວງນໍ້າທາ, ແຂວງສາລະວັນ ແລະ ແຂວງວຽງຈັນ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ