ນະໂຍບາຍຄວາມເປັນສ່ວນຕົວ
ອັບເດດລ່າສຸດ: ມັງກອນ 2026
1. ການເກັບກຳຂໍ້ມູນ
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເກັບກຳຂໍ້ມູນສ່ວນຕົວ ເຊັ່ນ ຊື່, ທີ່ຢູ່ອີເມລ ແລະ ເບີໂທ ເມື່ອທ່ານຕິດຕໍ່ພວກເຮົາ ຫຼື ນຳໃຊ້ການບໍລິການດ້ານດິຈິຕອນຂອງກະຊວງ.
2. ຈຸດປະສົງໃນການໃຊ້ຂໍ້ມູນ
ຂໍ້ມູນທີ່ເກັບກຳ ຈະຖືກນຳໃຊ້ເພື່ອ:
- ໃຫ້ການບໍລິການ ແລະ ຕອບຄຳຖາມຂອງທ່ານ
- ປັບປຸງຄຸນນະພາບການໃຫ້ບໍລິການ
- ສົ່ງຂ່າວສານ ແລະ ການແຈ້ງເຕືອນທາງການ
- ປະຕິບັດຕາມພັນທະທາງກົດໝາຍ
3. ການຮັກສາຄວາມປອດໄພຂໍ້ມູນ
ກະຊວງ ອຄ ມີມາດຕະການທາງດ້ານວິຊາການ ແລະ ການຈັດຕັ້ງທີ່ເໝາະສົມ ເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ ຈາກການເຂົ້າເຖິງ, ການເປີດເຜີຍ ຫຼື ການທຳລາຍໂດຍບໍ່ໄດ້ຮັບອະນຸຍາດ.
4. ການແບ່ງປັນຂໍ້ມູນ
ກະຊວງ ອຄ ຈະບໍ່ຂາຍ, ຈຳໜ່າຍ ຫຼື ໂອນຂໍ້ມູນສ່ວນຕົວຂອງທ່ານໃຫ້ພາກສ່ວນທີສາມ ຍົກເວັ້ນ ຈຳເປັນຕ້ອງໃຊ້ ໃນການໃຫ້ບໍລິການ ຫຼື ຕາມຄຳສັ່ງຂອງກົດໝາຍ.
5. ຄຸກກີ (Cookies)
ເວັບໄຊຂອງພວກເຮົາ ໃຊ້ຄຸກກີ ເພື່ອປັບປຸງປະສົບການການໃຊ້ງານ. ທ່ານສາມາດຕັ້ງຄ່າ browser ຂອງທ່ານ ເພື່ອປະຕິເສດຄຸກກີໄດ້ ແຕ່ນີ້ອາດສົ່ງຜົນຕໍ່ການໃຊ້ງານບາງຟັງຊັ່ນ.
6. ສິດທິຂອງທ່ານ
ທ່ານມີສິດໃນການ ເຂົ້າເຖິງ, ແກ້ໄຂ ຫຼື ຮ້ອງຂໍການລຶບຂໍ້ມູນສ່ວນຕົວຂອງທ່ານ ໂດຍຕິດຕໍ່ກະຊວງ ອຄ ຜ່ານທາງ info@moic.gov.la.
7. ການຕິດຕໍ່
ຫາກທ່ານມີຄຳຖາມ ກ່ຽວກັບ ນະໂຍບາຍຄວາມເປັນສ່ວນຕົວນີ້ ກະລຸນາຕິດຕໍ່:
ກະຊວງອຸດສາຫະກຳ ແລະ ການຄ້າ
ຖະໜົນ ໂພນໄຊ, ນະຄອນຫຼວງວຽງຈັນ, ສ.ປ.ປ ລາວ
ອີເມລ: info@moic.gov.la
ໂທ: +856 21 453 490
