|
ທົ່ວໄປ23 ພະຈິກ 2026

ພິທີເປີດງານ MAEKONG NEXT FORUM ປະຈຳປີ 2026 ເພື່ອສົ່ງເສີມວຽກງານລິຂະສິດ ແລະ ເສດຖະກິດສ້າງສັນ

ພິທີເປີດງານ MAEKONG NEXT FORUM ປະຈຳປີ 2026  ເພື່ອສົ່ງເສີມວຽກງານລິຂະສິດ ແລະ ເສດຖະກິດສ້າງສັນ

ໃນວັນທີ 23 ພະຈິກ 2026, ທີ່ສູນການຄ້າກັອກກັອກເມກ້າ (Kok Kok Mega) ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດງານ MAEKONG NEXT FORUM ປະຈຳປີ 2026 ຢ່າງເປັນທາງການ. ງານດັ່ງກ່າວຈັດຂຶ້ນໂດຍຄວາມຮ່ວມມືລະຫວ່າງ ອົງການລິຂະສິດຂອງນັກປະພັນເພງລາວ (LASCAP) ແລະ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ມີ ທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ, ອະດີດຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ພອນທິບ ພູມິນ ຮອງຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ບຸນຫຼາຍ ກວ້າງມະນີວັນ ປະທານອົງການລິຂະສິດຂອງນັກປະພັນເພງລາວ (LASCAP), ພ້ອມດ້ວຍບັນດາແຂກຈາກຕ່າງປະເທດ, ຜູ້ຕາງໜ້າຈາກກະຊວງ-ອົງການ, ນັກປະພັນເພງ, ນັກຮ້ອງ, ນັກດົນຕີ, ນັກສ້າງສັນ ແລະ ຜູ້ປະກອບການເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດກ່າວເປີດພິທີ, ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງຊັບສິນທາງປັນຍາ ໂດຍສະເພາະ ວຽກງານລິຂະສິດ ດ້ານດົນຕີ ແລະ ຜົນງານການປະພັນເພງ ໃນຍຸກທີ່ເຕັກໂນໂລຊີ ແລະ ສື່ດິຈິຕ໋ອນ ມີການຂະຫຍາຍຕົວຢ່າງວ່ອງໄວ. ທ່ານໄດ້ເນັ້ນໜັກວ່າ ຜົນງານເພງບໍ່ພຽງແຕ່ເປັນສິ່ງບັນເທີງເທົ່ານັ້ນ ແຕ່ຍັງເປັນມໍລະດົກທາງວັດທະນະທຳ ທີ່ສະທ້ອນເຖິງເອກະລັກ ແລະ ຈິດໃຈຂອງຄົນລາວ. ການເຄົາລົບ ແລະ ປົກປ້ອງລິຂະສິດ ຈຶ່ງເປັນການສ້າງແຮງຈູງໃຈໃຫ້ເກີດການສ້າງສັນຜົນງານໃໝ່ໆ ແລະ ຍົກລະດັບວົງການດົນຕີລາວ ໃຫ້ສາມາດແຂ່ງຂັນໄດ້.

ພ້ອມດຽວກັນນັ້ນ, ທ່ານ ຮອງຫົວໜ້າກົມຊັບສິນທາງປັນຍາ, ຍັງໄດ້ເນັ້ນໜັກ 6 ທິດທາງສຳຄັນ ເພື່ອຮ່ວມກັນຊຸກຍູ້ວຽກງານຄຸ້ມຄອງລິຂະສິດ ໃຫ້ເຂັ້ມແຂງ ຄື: ສືບຕໍ່ເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານລິຂະສິດໃຫ້ແກ່ສັງຄົມ, ນັກປະພັນເພງ, ຜູ້ປະກອບການ ແລະ ຜູ້ນຳໃຊ້ຜົນງານ ໃຫ້ຮັບຮູ້ເຖິງສິດ ແລະ ພັນທະຕາມກົດໝາຍ; ສົ່ງເສີມ ແລະ ພັດທະນາກົນໄກການຈັດການລິຂະສິດລວມ ໃຫ້ມີຄວາມຊັດເຈນ, ໂປ່ງໃສ, ກວດສອບໄດ້ ແລະ ຕອບສະໜອງຜົນປະໂຫຍດຂອງເຈົ້າຂອງສິດຢ່າງເໝາະສົມ; ຊຸກຍູ້ການນຳໃຊ້ຜົນງານເພງຢ່າງຖືກຕ້ອງຕາມກົດໝາຍ ໂດຍການຂໍອະນຸຍາດ ແລະ ປະຕິບັດພັນທະດ້ານຄ່າລິຂະສິດຕາມລະບຽບການ; ສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການບັນທຶກຂໍ້ມູນ, ລະບຸເຈົ້າຂອງສິດ, ຕິດຕາມການນຳໃຊ້ ແລະ ຈັດສັນແບ່ງປັນຄ່າລິຂະສິດຢ່າງຖືກຕ້ອງ; ເສີມຂະຫຍາຍການປະສານສົມທົບ ລະຫວ່າງ ກົມຊັບສິນທາງປັນຍາ ແລະ ອົງການລິຂະສິດຂອງນັກປະພັນເພງລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນການເຜີຍແຜ່ກົດໝາຍ ແລະ ແກ້ໄຂການລະເມີດລິຂະສິດ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ນັກປະພັນເພງ ແລະ ນັກສ້າງສັນສາມາດດຳລົງອາຊີບໄດ້ຢ່າງໝັ້ນຄົງ ແລະ ໄດ້ຮັບຜົນຕອບແທນຢ່າງເປັນທຳ.

ພາຍໃນງານ MAEKONG NEXT FORUM 2026  ຍັງໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ ອົງການລິຂະສິດຂອງນັກປະພັນເພງລາວ (LASCAP)

ງານ MAEKONG NEXT FORUM 2026 ຈັດຂຶ້ນເປັນເວລາ 2 ວັນ ເຊິ່ງປະກອບມີຫຼາກຫຼາຍກິດຈະກຳທີ່ສຳຄັນ ເປັນຕົ້ນແມ່ນ ການບັນຍາຍກ່ຽວກັບວິໄສທັດເສດຖະກິດສ້າງສັນຂອງ ສປປ ລາວ, ການເຊື່ອມໂຍງການຮ່ວມມືໃນພາກພື້ນລຸ່ມແມ່ນໍ້າຂອງ (MaeKong Creative Bloc - MCB), ການແລກປ່ຽນບົດຮຽນຈາກຄ້າຍເພງ ແລະ ຜູ້ໃຫ້ບໍລິການແພລດຟອມດິຈິຕອນຊັ້ນນຳຈາກຕ່າງປະເທດ (ເຊັ່ນ: Sony Music Thailand, Believe Thailand & TuneCore, YUPP! Thailand ແລະ 4x100 Creative Studio), ລວມໄປເຖິງເວທີເສວະນາ ກ່ຽວກັບການປົກປ້ອງ ແລະ ບັງຄັບໃຊ້ສິດຂອງນັກສ້າງສັນຜົນງານດົນຕີ, ການສຳມະນາພາຍໃຕ້ການຮ່ວມມື ອາຊຽນ-ອັງກິດ (ASEAN-UK Toolkit 2 on Copyright) ແລະ ກິດຈະກຳຖາມ-ຕອບ ຄວາມຮູ້ດ້ານຊັບສິນທາງປັນຍາ (IP Quiz) ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ.

ພາບ: ວຽງສະຫວັນ ປຣະດິດ

ຂ່າວ: ກົມຊັບສິນທາງປັນຍາ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ