|
ທົ່ວໄປ20 ພະຈິກ 2026

ກະຊວງອຸດສາຫະກຳ ແລະ ການຄ້າ ສະຫຼຸບວຽກງານກຳມະບານ ໄລຍະ 5 ປີ ແລະ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026

ກະຊວງອຸດສາຫະກຳ ແລະ ການຄ້າ ສະຫຼຸບວຽກງານກຳມະບານ ໄລຍະ 5 ປີ ແລະ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026

ໃນວັນທີ 20 ພະຈິກ 2026, ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ (ບ້ານໂສກປ່າຫຼວງ), ສະຫະພັນກຳມະບານ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກຳມະບານ ຮອບດ້ານ ໄລຍະ 5 ປີ (2021-2025), ວາງທິດທາງແຜນການ 5 ປີ (2026-2030) ແລະ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ.

ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ. ນອກຈາກນີ້ ຍັງມີ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານ ລາວ, ສະຫາຍ ສີສັງຄົມ ໂຄດໂຍທາ ປະທານສະຫະພັນກໍາມະບານກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະປະທານ, ແຂກຖືກເຊີນ ແລະ ຕົວແທນຈາກສະຫະພັນກຳມະບານຮາກຖານຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ພາຍໃນກອງປະຊຸມ ສະຫາຍ ສີສັງຄົມ ໂຄດໂຍທາ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກຳມະບານຮອບດ້ານ ໃນໄລຍະ 5 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນໃນການລະດົມຂົນຂວາຍພະນັກງານກຳມະບານ ໃຫ້ມີຈິດໃຈເອື້ອເຟື້ອເຜື່ອແຜ່, ມີນ້ຳໃຈສາມັກຄີ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ຜ່ານການເຂົ້າຮ່ວມກິດຈະກຳຊ່ວຍເຫຼືອຜູ້ປະສົບໄພພິບັດທຳມະຊາດ ເຊັ່ນ: ອຸທົກກະໄພ, ການບໍລິຈາກເງິນ, ວັດຖຸສິ່ງຂອງ ແລະ ເຄື່ອງອຸປະໂພກບໍລິໂພກ, ການບໍລິຈາກເລືອດ, ການອອກແຮງງານອາສາສະໝັກ ລວມທັງການເຂົ້າຮ່ວມກິດຈະກຳສາທາລະນະປະໂຫຍດຕ່າງໆ ເຊິ່ງສະແດງອອກເຖິງນ້ຳໃຈອັນດີງາມ, ຄວາມສາມັກຄີ ແລະ ບົດບາດຂອງອົງການກຳມະບານໃນການຮ່ວມສ້າງສັງຄົມໃຫ້ມີຄວາມເຂັ້ມແຂງ. ການປົກປ້ອງ ສິດອັນຊອບທຳຂອງ ຜູ້ອອກແຮງງານ ຍັງບໍ່ທັນເຮັດໄດ້ດີ ເທົ່າທີ່ຄວນ.

ພ້ອມນັ້ນ, ຍັງໄດ້ມີການຜ່ານບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຈັດພິທີຈັບມືແຂ່ງຂັນລະຫວ່າງ 4 ສະຫະພັນກຳມະບານ ແລະ 24 ກຳມະບານຮາກຖານ ລວມຈຳນວນ 28 ພາກສ່ວນ ເພື່ອເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2026.

ໂອກາດທີ່ມີຄວາມໝາຍສຳຄັນນີ້, ຕາງໜ້າຄະນະພັກ-ຄະນະນຳກະຊວງ ອຄ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນກຳມະບານກະຊວງຍາດມາໄດ້ຕະຫຼອດໄລຍະ 5 ປີ. ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນກຳມະບານກະຊວງຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກະຊວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງສູນກາງສະຫະພັນກຳມະບານລາວ ໃຫ້ປະກົດຜົນເປັນຈິງ. ຄະນະນຳກະຊວງຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເຊີດຊູຄວາມສາມັກຄີ, ສູ້ຊົນປະຕິບັດແຜນພັດທະນາອຸດສາຫະກຳ ແລະ ການຄ້າ ຮອດປີ 2030 ເພື່ອປະກອບສ່ວນພັດທະນາຂະແໜງການດັ່ງກ່າວໃຫ້ຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສ້າງພື້ນຖານອັນໜັກແໜ້ນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ