|
ທົ່ວໄປ20 ພະຈິກ 2026

ຊຸດຝຶກອົບຮົມວຽກງານປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ

ຊຸດຝຶກອົບຮົມວຽກງານປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ

ໃນຕອນບ່າຍວັນທີ 20 ພະຈິກ 2026, ທີ່ຫ້ອງປະຊຸມ 404, ລັດວິສາຫະກິດໄຟຟ້າລາວ (ບ້ານໂສກປ່າຫຼວງ), ໄດ້ມີການຈັດຊຸດຝຶກອົບຮົມວຽກງານປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ແກ່ຄະນະຮັບຜິດຊອບຂອງແຕ່ລະພາກສ່ວນອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ). ຊຸດຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 46 ສະຫາຍ, ໃນນັ້ນ ມີຍິງ 17 ສະຫາຍ, ຊື່ງທັງໝົດ ມາຈາກ 4 ສະຫະພັນກຳມະບານ ແລະ 24 ກຳມະບານຮາກຖານ ລວມທັງໝົດ 28 ພາກສ່ວນ.

ຊຸດຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດກ່າວຈຸດປະສົງ ແລະ ເປີດພິທີໂດຍ ສະຫາຍ ສີສັງຄົມ ໂຄດໂຍທາ ຄະນະບໍລິຫານງານສູນກາງກຳມະບານລາວ ທັງເປັນປະທານຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງ ອຸດສາຫະກຳ ແລະ ການຄ້າ. ການດຳເນີນການຝຶກອົບຮົມແມ່ນຮັບຜິດຊອບໂດຍຕາງໜ້າຈາກ ສູນກາງສະຫະພັນກໍາມະບານລາວ ເພື່ອແນະນຳຂັ້ນຕອນ ແລະ ວິທີການປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ຖືກຕ້ອງຕາມລະບຽບການ ແລະ ມີຄວາມເປັນເອກະພາບກັນໃນທົ່ວກະຊວງ.

ໃນລະຫວ່າງການຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມຈາກແຕ່ລະພາກສ່ວນ ໄດ້ມີການສົນທະນາ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອແກ້ໄຂຂໍ້ຂ້ອງໃຈ ແລະ ຮັບປະກັນໃຫ້ການປະເມີນຜົນໃນຕໍ່ໜ້າໄດ້ຮັບຜົນດີ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ບຸນຈັນ ລໍວັນໄຊ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນກ່າວສະຫຼຸບຜົນຂອງການຝຶກອົບຮົມ, ສະແດງຄວາມຂອບໃຈຕໍ່ວິທະຍາກອນ ແລະ ຜູ້ເຂົ້າຮ່ວມ ພ້ອມທັງກ່າວປິດຊຸດຝຶກອົບຮົມຢ່າງເປັນທາງການ.

ພາບ ລະ ຂ່າວ: ວຽງສະຫວັນ ປຣະດິດ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ