ຂ່າວ

ໂດຍ: ໄພວັນ ວັນທີ 18 Oct, 2023 ເວລາ 10:07 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
2 Image

ໃນວັນທິີ 17 ຕຸລາ 2023, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ກອງ​ເລຂາ​ອາ​ຊຽນ ແລະ ​​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ ໄດ້ຮ່ວມກັນຈັດ​ກອງ​ປະຊຸມ​ ລະດົມ​ຄວາມ​ຄິດ​ ເພື່ອ​ສ້າງ​ແຜນ​ປະຕິບັດ​ງານການຮ່ວມມືດ້ານ ຊັບສິນທາງປັນຍາອາ​ຊຽນ 10 ປີ (2026-2035) ​ແລະ ເພື່ອ​ຍົກລະດັບ​ສັນຍາ​ຂອບວຽກ​ອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ, ໃນລະຫວ່າງວັນທີ 17-20 ຕຸລາ 2023 ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ອຄ ແລະ ມີຜູ້ຕາງໜ້າຈາກ ອົງການຊັບສິນທາງປັນຍາໂລກ, … Continue reading

ໂດຍ: ໄພວັນ ວັນທີ 18 Oct, 2023 ເວລາ 10:27 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0002

ໃນວັນທີ 16 ຕຸລາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ລະຫວ່າງ ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ມູນນິທິເອເຊຍ ປະຈໍາ ສປປ ລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ” ມີທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ກະຊວງ ອຄ, ທ່ານ ປອ ແກ້ວມໍລະກົດ ສິດລາກອນ ຫົວໜ້າ ສະຖາບັນອຸດສາຫະກໍາ … Continue reading

ໂດຍ: ໄພວັນ ວັນທີ 16 Oct, 2023 ເວລາ 05:09 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0027

ໃນຕອນເຊົ້າຂອງວັນທີ 16 ຕຸລາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ. ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນມາດຕະຖານໂລກ 14 ຕຸລາ 2023 ຄົບ 76 ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວ ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ,  ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາກົມ, ຫ້ອງການ ແລະ ສະຖາບັນພາຍໃນກະຊວງ ເຂົ້າຮ່ວມ. ຈຸດປະສົງຂອງການສະເຫຼີມສະຫຼອງ ວັນມາດຕະຖານໂລກ … Continue reading

ໂດຍ: ໄພວັນ ວັນທີ 16 Oct, 2023 ເວລາ 04:15 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
6

ໃນວັນທີ 12 ຕຸລາ 2023, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດພິທີ ປະກາດຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຜູ້ໃໝ່, ໂດຍການປະທານຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງແຂວງອັດຕະປື, ມີພະນັກງານ ການນໍາ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມ. ໃນພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງແຂວງອັດຕະປື ສະບັບເລກທີ 1328/ຈຂອປ, ລົງວັນທີ 11 … Continue reading

ໂດຍ: ໄພວັນ ວັນທີ 15 Oct, 2023 ເວລາ 03:28 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1jpg

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເປີດກວ້າງເພື່ອເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຜ່ານທາງລົດໄຟລາວ-ຈີນ, ຈຸດປະສົງເພື່ອໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າເຖິງຂໍ້ມູນກ່ຽວກັບການບໍລິການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ແລະ ແນໃສ່ເຮັດໃຫ້ການນຳເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງ ສິນຄ້າ ຜ່ານທາງລົດໄຟລາວ-ຈີນ ຫຼາຍຂຶ້ນ ແລະ ໝູນໃຊ້ສິ່ງອໍານວຍຄວາມສະດວກດັ່ງກ່າວ, ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນດ້ານການຄ້າ ຂອງ ສປປ ລາວ ກັບ ປະເທດເພື່ອນບ້ານ, ພາກພື້ນ ແລະ ສາກົນ. ກອງປະຊຸມຈັດຂື້ນໃນວັນທີ 13 ຕຸລາ 2023, ທີ່ຫ້ອງປະຊຸມໃຫຍ່ກະຊວງ … Continue reading

ໂດຍ: admin ວັນທີ 12 Oct, 2023 ເວລາ 10:51 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0015

ຕອນບ່າຍ ເວລາ 02:30 ໂມງ ຂອງວັນທີ 11 ຕຸລາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບ ຂອງ ທ່ານ ຫຼີ ເຊິນຢາງ ຫົວໜ້າພະແນກການຄ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອເປັນການປຶກສາຫາລືໃນວຽກງານການຄ້າ ແລະ ການລົງທຶນຢູ່ລາວ, ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 19 … Continue reading

ໂດຍ: admin ວັນທີ 11 Oct, 2023 ເວລາ 04:01 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0069

         ໂດຍອີງຕາມແຜນວຽກຂອງກົມຈັດຕັ້ງ ແລະ ພະນັກງານ ປະຈໍາປີ 2023 ແລະ ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຈັດຝຶກອົບຮົມປະເມີນຜົນ ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1309/ອຄ, ລົງວັນທີ 14 ສິງຫາ 2023.      ໃນວັນທີ 11 ຕຸລາ 2023 ກົມຈັດຕັ້ງ ແລະ ພະນັກງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມກ່ຽວກັບ ການປະເມີນຜົນ … Continue reading

ໂດຍ: ໄພວັນ ວັນທີ 5 Oct, 2023 ເວລາ 11:59 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_1

ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຄັ້ງທີ່ 05 (ຕາມຂໍ້ຕົກລົງ126/ນຍ ຄັ້ງທີ່ 02) ແບບເຊິ່ງໜ້າ ແລະ ທາງໄກ ຂື້ນໃນວັນທີ 3 ຕຸລາ 2023 ທີ່ກະຊວງ ອຄ ໃຫ້ກຽດເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫັວນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຂັ້ນສູນກາງມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ ກ່່ຽວຂ້ອງ ແລະ ຂັ້ນທ້ອງຖິ່ນມີ ບັນດາຮອງເຈົ້າແຂວງ ແລະ ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, … Continue reading

ໂດຍ: admin ວັນທີ 27 Sep, 2023 ເວລາ 03:00 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0008,1

            ຕອນໃນບ່າຍເວລາ 2: 00 ໂມງ ຂອງວັນທີ 27 ກັນຍາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນ. Heather Wheeler MP, ອັງກິດ  ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ ລາວ … Continue reading

ໂດຍ: admin ວັນທີ 26 Sep, 2023 ເວລາ 02:11 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0036,1

        ສະເພາະກໍ່ຄືຢູ່ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນກະທົບ ທີ່ມາຈາກ ຫຼາຍປັດໃຈ ລວມ ເຊິ່ງສົ່ງຜົນ2023, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດ ກິດຈະກຳ ຂາຍສິນຄ້າ ຫຼຸດລາຄາ; ເປັນກຽດເຂົ້າວັນທີ 26 ກັນຍາ ຮ່ວມ ແລະ ເປັນປະທານພິທີ ໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມນັ້ນ, ພິທີເປີດໃນຄັ້ງນີ້ ກໍມີບັນດາຫົວໜ້າກົມ/ຮອງຫົວໜ້າກົມ ອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ … Continue reading