ພິທີເຊັນບົດບັນທຶກຄວາມເຂົ້າໃຈ
By ໄພວັນ On 18 Oct, 2023 At 10:27 AM | Categorized As ຂ່າວພາຍໃນ | With 0 Comments

IMG_0097

ໃນວັນທີ 16 ຕຸລາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ລະຫວ່າງ ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ມູນນິທິເອເຊຍ ປະຈໍາ ສປປ ລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ” ມີທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ກະຊວງ ອຄ, ທ່ານ ປອ ແກ້ວມໍລະກົດ ສິດລາກອນ ຫົວໜ້າ ສະຖາບັນອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ໂທ໋ດ ວັກເຊວ, ອົງການມູນນິທິເອເຊຍ, ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

ຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈໃຫ້ຫຼາຍຂຶ້ນໂດຍຜ່ານການສຶກສາຄົ້ນຄວ້າກ່ຽວກັບບັນຫາ ແລະ ສິ່ງທ້າທາຍຕໍ່ຜູ້ປະກອບການໃນການດຳເນີນທຸລະກິດໃນໄລຍະຜ່ານມາ ເປັນຕົ້ນແມ່ນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ຍັງຕ້ອງການປັບປຸງແກ້ໄຂ, ເພື່ອປັບປຸງສະພາບແວດລ້ອມຂອງທຸລະກິດຂັ້ນທ້ອງຖິ່ນ ທີ່ສາມາດນໍາໄປສູ່ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ເໝາະສົມ ແລະ ເພື່ອສ້າງບັນຍາກາດໃຫ້ແກ່ການຄ້າ ແລະ ການລົງທຶນໃນຂອບເຂດທົ່ວປະເທດໃຫ້ມີການພັດທະນາ ແລະ ຂະຫຍາຍໂຕ.

IMG_0009

ທ່ານປະທານໄດ້ກ່າວໃນງານວ່າ: ສະແດງຄວາມຊົມເຊີຍທັງສອງຝ່າຍ ທີ່ສາມາດບັນລຸຈຸດປະສົ່ງລວມ, ກໍ່ຄືການຕັດສິນໃຈຮ່ວມກັນໃນການເຂົ້າຮ່ວມຈັດຕັ້ງປະຕິບັດໂຄງການ ຜ່ານການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນນຳກັນຈົນໄດ້ມີພິທີໃນມື້ນີ້ ກໍ່ຄືການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກັນໃນຄັ້ງນີ້. ຜ່ານການຮັບຟັ່ງການລາຍງານຂອງທັງສອງຝ່າຍ ຕາງໜ້າຄະນະນຳກະຊວງ ອຄ ຂໍມີຄຳເຫັນ ແລະ ບາງທິດຊີ້ນຳດັ່ງນີ້: ຄະນະນຳກະຊວງ ຕີລາຄາສູງກ່ຽວກັບໂຄງການດັ່ງກ່າວນີ້ ແມ່ນມີຄວາມສຳຄັນ ແລະ ຈຳເປັນຫຼາຍຕໍ່ກັບຂະແໜງການ ອຄ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງໃນການຮ່ວມກັນເພື່ອຍົກສູງວຽກງານອຳນວຍຄວາມສະດວກການຄ້າ ແລະ ການລົງທຶນ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ຈຸດປະສົ່ງຂອງໂຄງການ ກໍ່ໄດ້ສະແດງໃຫ້ເຫັນຈະແຈ້ງແລ້ວວ່າ ຜົນໄດ້ຮັບກໍ່ຄື ການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ເປັນການຕີລາຄາ ແລະ ຊີ້ໃຫ້ເຫັນວ່າພວກເຮົາຈະແກ້ໄຂບັນຫາຫຍັງ, ຢູ່ໃສ່, ຈຸດໃດ, ພາກສ່ວນໃດ, ດ້ວຍວິທີແນວໃດ ແລະ ພາຍໃຕ້ໂຄງການນີ້ກໍຍັງໄດ້ມີການຊ່ວຍ ເຫຼືອຍົກລະດັບ ຄວາມຮູ້ວິຊາການໃຫ້ກັບທ້ອງຖິ່ນ ໂດຍຜ່ານການຝຶກອົບຮົມ ແລະ ການສະໜູບສະໜູນເຄື່ອງມື ຈໍານວນໜຶ່ງທີ່ເຫັນວ່າມີຄວາມຈຳເປັນຢູ່ບາງທ້ອງຖິ່ນ ເພື່ອຍົກລະດັບການບໍລິການ ແລະ ການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດພາຍໃນປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເທື່ອລະກ້າວ.

IMG_0106

ທ່ານໄດ້ເນັ້ນຕື່ມວ່າ: ຄະນະນໍາ ກະຊວງ ກໍເຫັນວ່າ ໂຄງການດັ່ງກ່າວນີ້ ເປັນໂຄງການທີ່ຕິດພັນກັບຫຼາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ທີ່ຢູ່ສູນກາງ ແລະ ທ້ອງຖິ່ນ ເຊິງປາສະ ຈາກບໍ່ໄດ້ ສິ່ງທ້າທາຍທີ່ອາດຈະເກີດຂຶ້ນໃນການຈັດຕັ້ງປະຕິບັດໂຄງການ, ດັ່ງນັ້ນ, ຂໍໃຫ້ທັງສອງພາກສ່ວນສືບຕໍ່ເຮັດວຽກຮ່ວມກັນ, ປະສານສົມທົບກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິງກັນ ແລະກັນ ແລະ ຊ່ວຍກັນແກ້ໄຂບັນຫາທີ່ອາດຈະເກີດຂຶ້ນ ດ້ວຍການຜ່ານລະບົບການຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານເປັນປົກກະຕິ. ນອກຈາກນັ້ນ, ຮຽກຮ້ອງໃຫ້ແກ່ຂະແໜງການກ່ຽວຂ້ອງຕ່າງໆທີ່ສໍາຄັນໂດຍເພາະ ກະຊວງການຕ່າງປະເທດ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃຫ້ຄວາມໃກ້ສິດຕິດແທດ ແລະ ສະໜັບສະໜູນກິດຈະກໍາຂອງໂຄງການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ສອດຄ່ອງຕາມລະບຽບການທີ່ກຳນົດໄວ້.

ຂ່າວ-ພາບ: ໄພວັນ ໂຄດວັນທາ ກະຊວງ ອຄ

About -