ຝຶກອົບຮົມການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ
By theu vaenvongsod On 11 Oct, 2023 At 04:01 PM | Categorized As ຂ່າວພາຍໃນ | With 0 Comments

   IMG_0098

     ໂດຍອີງຕາມແຜນວຽກຂອງກົມຈັດຕັ້ງ ແລະ ພະນັກງານ ປະຈໍາປີ 2023 ແລະ ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຈັດຝຶກອົບຮົມປະເມີນຜົນ ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1309/ອຄ, ລົງວັນທີ 14 ສິງຫາ 2023.

IMG_0025

     ໃນວັນທີ 11 ຕຸລາ 2023 ກົມຈັດຕັ້ງ ແລະ ພະນັກງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມກ່ຽວກັບ ການປະເມີນຜົນ ການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ ປະຈໍາປີ 2023 ຢູ່ທີ່ ຫ້ອງປະຊຸມໃຫຍ່ຂອງກະຊວງ, ພາຍໃຕ້ການເປັນປະທານ ແລະ ກ່າວເປີດພິທີ ໂດຍ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ອຄ. ມີບັນດາທ່ານ ຄະນະກົມ, ຄະນະພະແນກສັງລວມ ພ້ອມດ້ວຍວິຊາການຜູ້ຮັບຜີດຊອບວຽກງານປະເມີນຜົນ ຈາກຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງອຸດ ສາຫະກຳ ແລະ ການຄ້າ ເຂົ້າຮ່ວມຈຳນວນ 52 ທ່ານ. ໃນໂອກາດນີ້ ມີຄະນະວິທະຍາກອນ ເຜີຍແຜ່ເນື້ອໃນເອກະສານນິຕິກໍາກ່ຽວຂ້ອງ ແລະ ແນະນໍາດ້ານເຕັກນິກ ຈາກ ກົມຄຸ້ມຄອງລັດຖະກອນ, ກະຊວງພາຍໃນ.

IMG_0080

      ຈຸດປະສົງຂອງການຈັດຝືກອົບຮົມຄັ້ງນີ້ ແມ່ນ:

  ເພື່ອເຜີຍແຜ່ເນື້ອໃນ 1/ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ແລະ 2/ ຄໍາແນະນໍາ ຂອງລັດຖະມົນຕີກະຊວງພາຍໃນ  ກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018, ພ້ອມທັງແນະນໍາດ້ານເຕັກນິກ ການນໍາໃຊ້ລະບົບສັງລວມຜົນຂອງການປະເມີນ ເພື່ອໃຫ້ບັນດາທ່ານ ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບລະບຽບຫຼັກການ, ຂັ້ນຕອນ ແລະ ວິທີດໍາເນີນການປະເມີນຜົນ ສາມາດຈັດຕັ້ງປະຕິບັດ ແລະ ດໍາເນີນການປະເມີນຜົນຕົວຈິງໄດ້ຢ່າງມີປະສິດທິຜົນສູງຢູ່ບັນດາກົມກອງອ້ອມຂ້າງກະຊວງ ອຄ. ພ້ອມນີ້ ກໍ່ໄດ້ມີການສະເໜີ ຖາມ-ຕອບ ແລກປ່ຽນ-ຖອດຖອນບົດຮຽນ ຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນໃນໄລຍະຜ່ານມາ.

IMG_0057

ການຈັດຝຶກອົບຮົມຄັ້ງນີ້ ດໍາເນີນດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຜົນຕາມລະດັບຄາດໝາຍ.IMG_0069

​ຂ່າວໂດຍ: ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ອຄ

ພາບ​ໂດຍ: ນ ຖື ​ແຫວນ​ວົງ​ສົດ, ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ ກົມ ​ຜຮ