ໃນຕອນເຊົ້າເວລາ 11:00 ໂມງ ຂອງວັນທີ 1 ທັນວາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຊາມີນາ ເມຕາບ, ເອກອັກຄະລັດຖະທູດ ປາກິດສະຖານ ປະຈໍາ ສປປ ລາວ ໃນໂອກາດເຂົ້າພົບປະປຶກສາຫາລື ກັບ ທ່ານ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີ ໂຮມຊຸມນຸມ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ແລະ ເຊື່ອມຊື່ມເອກະສານສໍາຄັນຂອງພັກໃນວັນທີ 1 ທັນວາ 2023 ທີ່ກະຊວງ ອຄ, ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ-ລັດຖະມົນຕີກະຊວງ ອຄ, ມີຮອງເລຂາຄະນະພັກ, ບັນດາເລຂາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານ ທົ່ວກະຊວງ ອຄ ເຂົ້າຮ່ວມ. ໂດຍປະຕິບັດຕາມແຈ້ງການແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ການຕົກລົງເຫັນດີຂອງລັດຖະມົນຕີ ກະຊວງ … Continue reading →
ໃນຕອນບ່າຍ ເວລາ 13 : 30 ໂມງຂອງວັນທີ 01 ທັນວາ 2023 ທີ່ ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ນ. ອິນາ ມາຈູລໍນິແຕ (Ms. Ina Marčiulionytė), ເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ມີຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 18 … Continue reading →
ໃນວັນທີ 29 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບຂຶ້ນ 190ກີບ/ລິດ, ແອັດຊັງທໍາມະດາປັບລົງ 70 ກີບ/ລິດ, ສ່ວນນໍ້າມັນກາຊວນປັບຂຶ້ນ 290 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1183 ກຄພນ
ຄະນະກຳມາທິການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງອຸດສາຫະກຳ ແລະ ການຄ້າ ( ຄກມດ-ອຄ) ໄດ້ຈັດຕັ້ງຂະບວນການລະນຶກວົນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ຄັ້ງວັນທີ 30 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ພັຕ ນາງ ມະນີວັນ ວິລະຈິດ ຮອງຫົວໜ້າພະແນກໂຄສະນາ, ກົມຕຳຫຼວດສະກັດກັ້ນ … Continue reading →
ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 29 ພະຈິກ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Kao Kim Hourn (ເກົາ ກິມຮຸນ) ເລຂາທິການໃຫຍ່ອາຊຽນ ພ້ອມຄະນະ, ມີຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 ທ່ານ. … Continue reading →
ໃນລະຫວ່າງວັນທີ 27-29 ພະຈິກ 2023 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍ ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍນັບ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງ ແຂວງສະຫວັນນະເຂດ ແລະ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວລົງຢ້ຽມຢາມໃນຄັ້ງນີ້ວ່າ: ເນື່ອງໃນໂອກາດທີ່ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫລື (LBE) ໄດ້ປະກາດການເພີ່ມທຶນ … Continue reading →
ພິທີເປີດງານຕະຫຼາດນັດການຄ້າຊາຍແດນ 3 ແຈ ປະເທດ ລາວ-ຈີນ-ຫວຽດນາມ ຕິດພັນກັບເທດສະການດື່ມນໍ້າຊາ ຄັ້ງທີ III ຢູ່ແຂວງຜົ້ງສາລີ, ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 22 ພະຈິກ 2023 ຜ່ານມານີ້, ຢູ່ທີ່ເດີນສວນສາທາລະນະຂອງແຂວງ ທີ່ເມືອງບຸນເໜືອ. ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີບັນດາທ່ານ ການນຳຈາກເມືອງຈຽງເຊີນ, ເມືອງຫລ້າ ແຫ່ງ ສປ ຈີນ, ຕົວແທນສະມາຄົມທຸລະກິດຊາວຫວຽດນາມ ປະຈຳແຂວງຜົ້ງສາລີ, ມີບັນດາທ່ານການນໍາພັກ-ລັດແຂວງ, ຄະນະຜູ້ແທນຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ບັນດາທ່ານເຈົ້າເມືອງ – ຮອງເຈົ້າເມືອງ 7 … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມໃນຫົວຂໍ້ ວັນລິຂະສິດ (Copyring Day) ຂື້ນໃນວັນທີ 24 ພະຈິກ 2023, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານກ່າວເປີດຂອງ ທ່ານ ສັນຕິສຸກ ພູນສະຫວັດ, ອາດີດຫົວໜ້າກົມຊັບສິນທາງປັນຍາ, ມີບັນດາສິນລິປິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການຝືກອົບຮົມໃນມື້ນີ້ ເພື່ອເປັນການແລກປ່ຽນ, ແບ່ງປັນ ແລະ ສົນທະນາ ໂດຍເນັ້ນໃສ່ການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຊິ່ງເປັນໜຶ່ງໃນຫົວຂໍ້ທີ່ສໍາຄັນຂອງວຽກງານຊັບສິນທາງປັນຍາ. ທ່ານ ສັນຕິສຸດ ພູນສະຫວັດ … Continue reading →
ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ AFD, ໄດ້ຈັດງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຂຶ້ນໃນວັນທີ 23 ພະຈິກ 2023, ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາກໂນລ ວົງໂຕເບລ ຜູ້ຕາງໜ້າ ອົງການ ເກຣັດ ປະຈໍາ ສປປ … Continue reading →