ງານແຂ່ງຂັນປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ
By phaikhame evilay On 28 Nov, 2023 At 09:51 AM | Categorized As ຂ່າວພາຍໃນ | With 0 Comments

DSC_07290.1

            ກົມຊັບສິນທາງປັນຍາ  ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ AFD, ໄດ້ຈັດງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຂຶ້ນໃນວັນທີ 23 ພະຈິກ 2023, ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາກໂນລ ວົງໂຕເບລ ຜູ້ຕາງໜ້າ ອົງການ ເກຣັດ ປະຈໍາ ສປປ ລາວ,  ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ  ທີ່ໃຫ້ການສະໜັບສະໜູນ ເຂົ້າໄກ່ນ້ອຍ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງອ້ອມຂ້າງ ແລະ ສາທະລະນະຊົນເຂົ້າຮ່ວມ.

           ຈຸດປະສົງ ການຈັດງານແຂ່ງຂັນຄັ້ງນີ້, ແມ່ນເພື່ອຍົກສູງຈິດສໍານຶກໃຫ້ສາທາສາທາລະນະຊົນ ໄດ້ຮັບຮູ້ກ່ຽວກັບ ຄຸນນະພາບທີ່ມີເອກະລັກຂອງເຂົ້າໄກ່ນ້ອຍ ຊຽງຂວາງ ແລະ ເຂົ້າໄກ່ນ້ອຍຫົວພັນ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດໂຄສະນາສົ່ງ ເສີມທາງການຕະຫຼາດ ແລະ ຍົກສູງມູນຄ່າເພີ່ມໃຫ້ເຂົ້າໄກ່ນ້ອຍ ພ້ອມດຽວກັນນັ້ນພວກເຮົາກໍ່ໄດ້ຈັດງານວາງສະແດງສິນຄ້າຖິ່ນກຳເນີດ ແລະ ມີບູດສົ່ງເສີມຖິ່ນກຳເນີດເຂົ້າໄກ້ນ້ອຍ ຫົວພັນ ແລະ ຊຽງຂວາງ ໃນງານສະເຫຼີມສະຫຼອງຊັບປະດາຊັບສິນທາງປັນຍາ ປະຈຳປີ 2023 ທີ່ດ້ານໜ້າສູນການຄ້າລາວໄອເຕັກນີ້.

DSC_0272 .2

           ທ່ານ ໄຊສົມເພັດ ນໍຣະສິງ ກ່າວວ່າ: ການຈັດງານແຂ່ງຂັນ ປະກວດອາຫານຄັ້ງນີ້ ຖືເປັນຄັ້ງທໍາອິດ ໃນ ສປປ ລາວ ທີ່ນໍາໃຊ້ຜະລິດຕະພັນທີ່ໄດ້ຮັບການຈົດທະບຽນຖິ່ນກໍາເນີດ ເປັນສ່ວນປະກອບຫຼັກ ເປັນຕົ້ນແມ່ນ ເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຊຶ່ງນີ້ຖືວ່າເປັນມິຕິໃໝ່ອັນໜຶ່ງ ຂອງການໂຄສະນາສົ່ງເສີມທາງດ້ານການຕະຫຼາດ ແລະ ຍົກສູງຈິດສໍານຶກຂອງສາທາລະນະຊົນ ຕໍ່ກັບ ສິນຄ້າຖິ່ນກໍາເນີດ ຂອງ ສປປ ລາວ.

ເຂົ້າໄກ່ນ້ອຍໄດ້ຮັບການຈົດທະບຽນເປັນຖິ່ນກໍາເນີດ ໃນປີ 2018, ເປັນສິນຄ້າເອກະລັກທ້ອງຖິ່ນ ທີ່ໄດ້ຮັບການຢັ້ງຢືນຖິ່ນກໍາເນີດ ອັນທໍາອິດຂອງ ສປປ ລາວ ໂດຍປະກອບມີເຂົ້າໄກ່ນ້ອຍ ທີ່ມາຈາກແຂວງ ຊຽງຂວາງ ແລະ ແຂວງຫົວພັນ. ການກະກຽມການຈົດທະບຽນແມ່ນໄດ້ເລີ່ມຂຶ້ນໃນປີ 2016 ໂດຍໄດ້ຮັບທຶນຈາກອົງການ AFD ແລະ ມີກົມຊັບສິນທາງປັນຍາ ແລະ  ອົງການອາຫານ ແລະ ກະສິກໍາ ຫຼື FAO ເປັນຜູ້ຈັດຕັ້ງຕົວຈິງ ແລະ ໄດ້ສໍາເລັດໃນປີ 2018. ຫຼັງຈາກນັ້ນ ໃນປີ 2020 ໄດ້ມີການຈັດຕັ້ງປະຕິບັດໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກໍາເນີດ ເຂົ້າໄກ່ນ້ອຍ ໂດຍແມ່ນອົງການ ຝຣັ່ງ ເພື່ອການພັດທະນາ ຫຼື AFD ເປັນຜູ້ໃຫ້ທຶນ ຊຶ່ງແມ່ນ ກົມຊັບສິນທາງປັນຍາ ຮ່ວມກັບ ອົງການ ເກຣັດ ປະຈໍາ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ. ມາຮອດປີ 2023, ຖິ່ນກໍາເນີດເຂົ້າໄກ່ນ້ອຍ ໄດ້ຖືກແຍກອອກເປັນສອງຖິ່ນກໍາເນີດຄື ເຂົ້າໄກ່ນ້ອຍຫົວພັນ ແລະ ເຂົ້າໄກ່ນ້ອຍຊຽງຂວາງ ອັນເນື່ອງມາຈາກ ເຂົ້າໄກ່ນ້ອຍຈາກສອງແຂວງດັ່ງກ່າວ ແມ່ນມີເອກະລັກສະເພາະຂອງໃຜມັນ. ພາຍໃຕ້ໂຄງການໄລຍະໃໝ່ນີ້ ພວກເຮົາໄດ້ຈັດຕັ້ງປະຕິບັດໜ້າວຽກທີ່ສໍາຄັນຫຼາຍດ້ານ ເປັນຕົ້ນແມ່ນ ການປັບປຸງການຄຸ້ມຄອງຄຸນນະພາບຂອງເຂົ້າໄກ່ນ້ອຍ, ການສ້າງຍຸດທະສາດ ແລະ ເຄື່ອງມືໂຄສະນາສົ່ງເສີມທາງການຕະຫຼາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍ ໃນການເຮັດໜ້າທີ່ດ້ານການສົ່ງເສີມ ແລະ ຄຸ້ມຄອງ ຖິ່ນກໍາເນີດເຂົ້າໄກ່ນ້ອຍ ໃຫ້ມີຄວາມຍືນຍົງ.

DSC_0518

          ເຖິງວ່າ ເຂົ້າໄກ່ນ້ອຍ ຊຽງຂວາງ ແລະ ຫົວພັນ ຈະເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງ ເປັນເວລາຫຼາຍທົດສະວັດມາແລ້ວວ່າ ມີຄຸນນະພາບທີ່ເປັນເອກະລັກ ຊຶ່ງສິ່ງທີ່ສາມາດພິສູດໄດ້ແມ່ນ ລາຄາຂອງເຂົ້າໄກ່ນ້ອຍໃນທ້ອງຕະຫຼາດ ແມ່ນຈະແພງກວ່າເຂົ້າ     ໜຽວປະເພດອື່ນ ແຕ່ວ່າ ເມື່ອສົມທຽບກັບຄຸນນະພາບທີ່ມີເອກະລັກເພາະ ແລະ ຄຸນຄ່າທີ່ຕິດພັນກັບວັດທະນະທໍາ, ຮີດຄອງປະເພນີຂອງຄົນໃນທ້ອງຖິ່ນ ບວກກັບສະພາບແວດລ້ອມເຂດປູກເຂົ້າໄກ່ນ້ອຍຢູ່ສອງແຂວງດັ່ງກ່າວ ກໍ່ຍັງຖືວ່າ ຜູ້ຜະລິດຍັງບໍ່ໄດ້ຮັບປະໂຫຍດທາງດ້ານເສດຖະກິດທີ່ສົມເຫດສົມຜົນເທື່ອ. ພາຍໃຕ້ສະພາບການນີ້, ກົມຊັບສິນທາງປັນຍາ ຈຶ່ງໄດ້ສົມທົບກັບອົງການ ເກຣັດ ປະຈໍາ ສປປ ລາວ ໂດຍໄດ້ຮັບທຶນຈາກອົງການ AFD ຈັດຕັ້ງປະຕິບັດໂຄງການ ສົ່ງເສີມ ແລະ ປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍ ໂດຍແນໃສ່ ສົ່ງເສີມການຜະລິດໃຫ້ເປັນໄປຕາມແບບດັ້ງເດີມ ແນໃສ່ຮັກສາເອກະລັກສະເພາະໄວ້ ແລະ ໂຄສະນາສົ່ງເສີມດ້ານການຕະຫຼາດ ເພື່ອສ້າງມູນຄ່າເຂົ້າໄກ່ນ້ອຍ ຊຽງຂວາງ ແລະ ເຂົ້າໄກ່ນ້ອຍຫົວພັນໃຫ້ສູງຂຶ້ນ.

DSC_0300.3

         ການແຂ່ງຂັນຄັ້ງນີ້ ແບ່ງອອກເປັນ2ປະເພດອາຫານຄື: ເມນູອາຫານຫຼັກ (ມີຜູ້ເຂົ້າແຂ່ງຂັນທັງໝົດ 4 ທ່ານມີຜູ້ເຂົ້າແຂ່ງຂັນທັງໝົດ 4 ທ່ານ/4ເມນູ)  ແລະ ເມນູອາຫານຫວ່າງ ຫຼື ເຂົ້າໜົມ (ມີຜູ້ຮ່ວມແຂ່ງຂັນ 5 ທ່ານ/5ເມນູ). ຄະນະກໍາມະການຕັດສິນການແຂ່ງຂັນຄັ້ງນີ້ ມີ 3 ທ່ານ ຄື: 1. ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, 2. ທ່ານ ອາຈານ ສຸດາລັດ ພັນພູທອນ ຄູຝຶກ ແລະ ເປັນທີ່ປຶກສາຂອງ ສະມາຄົມໂຮງແຮມ ແລະ ຮ້ານອາຫານ, ເຈົ້າຂອງ Page Cooking Class, 3.ອາຈານ ກາລຸນ ຫຼວງໂຄດ ເຈົ້າຂອງຮ້ານ Bakery by Boris ແລະ ເປັນຜູ້ຝຶກສອນເຂົ້າໜົມ ມີປະສົບການ ຫຼາຍກວ່າ 17 ປີ. ຜົນການແຂ່ງຂັນ ຜູ້ທີ່ຊະນະເລີດ ປະເພດເມນູອາຫານຫຼັກແມ່ນ “ແໜມເຂົ້າໄກ່ນ້ອຍໄທພວນ” ແລະ ຜູ້ຊະນະເລີດປະເພດ ເມນູອາຫານຫວ່າງ ຫຼື ເຂົ້າໝົມ ແມ່ນ “ໜິງໆເຂົ້າຫຼາມໝາກພ້າວ”.

                                                                                                                                                                                                                                                                                                                                   ຂ່າວ-ຮູບພາບ: ກົມຊັບສິນທາງປັນຍາ