ຍົກລະດັບວຽກງານລິຂະສິດ ແລະ ສົ່ງເສີມຜູ້ປະກອບການໃຫ້ເຂັ້ມແຂງ
By ໄພວັນ On 28 Nov, 2023 At 01:46 PM | Categorized As ຂ່າວພາຍໃນ | With 0 Comments

IMG_0410

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມໃນຫົວຂໍ້    ວັນລິຂະສິດ (Copyring Day) ຂື້ນໃນວັນທີ 24 ພະຈິກ 2023, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານກ່າວເປີດຂອງ ທ່ານ ສັນຕິສຸກ ພູນສະຫວັດ, ອາດີດຫົວໜ້າກົມຊັບສິນທາງປັນຍາ, ມີບັນດາສິນລິປິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງການຝືກອົບຮົມໃນມື້ນີ້ ເພື່ອເປັນການແລກປ່ຽນ, ແບ່ງປັນ ແລະ ສົນທະນາ ໂດຍເນັ້ນໃສ່ການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຊິ່ງເປັນໜຶ່ງໃນຫົວຂໍ້ທີ່ສໍາຄັນຂອງວຽກງານຊັບສິນທາງປັນຍາ.

IMG_0351

ທ່ານ ສັນຕິສຸດ ພູນສະຫວັດ ໄດ້ກ່າວ: ບົດບາດ ແລະ ຄວາມສໍາຄັນ ຂອງ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມີຫຼາຍຕໍ່ບັນດາຜົນງານການສ້າງສັນທາງດ້ານສິລະປະກໍາ, ວັນນະກໍາ, ບົດເພງ, ຮູບເງົາ ແລະ ອື່ນໆ ທີ່ເຈົ້າຂອງສິດ ກໍ່ຄື ຜູ້ສ້າງສັນທີ່ໄດ້ລິເລີ່ມດ້ວຍການນໍາໃຊ້ສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ຄວາມອຸສະຫະ ໃນການສ້າງຜົນງານເຫຼົານັ້ນ.

ໃນປັດຈຸບັນກໍ່ຄືຍຸກດິຈິຕອລ; ມີຫຼາຍເຄື່ອງມືທີ່ເຂົ້າມາມີບົດບາດໃນການສ້າງຜົນງານຕ່າງໆ ໂດຍສະເພາະແມ່ນສິລະປະກໍາ, ວັນນະກໍາ, ບົດເພງ ແລະ ອື່ນໆ ຕາມທີ່ບັນດາທ່ານຫຼາຍຄົນອາດພົບເຫັນ ຫຼື ຜ່ານຕາໃນສື່ສັງຄົມອອນລາຍຕ່າງໆ ເຊິ່ງໃນອະນາຄົດບັນດາຜົນງານທີ່ສ້າງດ້ວຍເຄື່ອງມືເຫຼົານັ້ນ ອາດເຂົ້າມາມີອິດທິພົນ ແລະ ສົ່ງຜົນກະທົບ ຕໍ່ຜູ້ສ້າງສັນຜົນງານ ແລະ ຜົນງານ ທີ່ກ່າວມານັ້ນ ກໍ່ອາດເປັນໄປໄດ້.

IMG_0374

ສະນັ້ນ; ເພື່ອເປັນການສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ກັບເຈົ້າຂອງສິດ ໃນການປົກປ້ອງຜົນປະໂຫຍດອັນຊອບທໍາ ລວມເຖິງການບໍລິຫານຈັດການ ແລະ ຮັບມືກັບບັນດາປັນຫາທີ່ອາດເກີດຂື້ນກັບຜົນງານກໍ່ຄື ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຂອງຕົນ.

ໃນໂອກາດນີ້ ຂ້າພະເຈົ້າກໍ່ຫວັງຢ່າງຍິ່ງວ່າ ບັນດາທ່ານທີ່ເຂົ້າຮ່ວມອົບຮົມ ຈະເອົາໃຈໃສ່ຮຽນຮູ້ ພ້ອມທັງແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງເປັນກັນເອງ ເພື່ອເຮັດແນວໃດໃຫ້ພວກເຮົາສາມາດນຳເອົາບົດຮຽນ ຫຼື ປະສົບການທີ່ເປັນປະໂຫຍດ ໄປຈັດຕັ້ງປະຕິບັດໃນການປົກປ້ອງສິດໃນຊັບສິນທາງປັນຍາຂອງຕົນໃນອະນາຄົດ.

IMG_0355

ໃນກອງປະຊຸມ ທ່ານ ສັນຕິສຸກ ພູນສະຫວັດ ໄດ້ຂື້່ນບັນຍາຍ ແລະ ກ່ຽວຂ້ອງກັບລິຂະສິດ ເປັນຕົ້ນແມ່ນເລື່ອງຂອງເພງເຊັ່ນ: ຜົນງານ, ສິດທີ່ເກີດຈາກການສ້າງຜົນງານ, ເຈົ້າຂອງລິຂະສິດໃນເພງມີຫຍັງແດ່, ສິດດ້ານເສດຖະກິດ ແລະ ສິດດ້ານຈາລິຍະທໍາ ການດັດແປງຜົນງານເປັນຕົ້ນ ໃຫ້ຜູ້ເຂົ້າຮ່ວມ ແລະ ນັກສິນລະປິນໄດ້ເຂົ້າໃຈເລິກເຊິ່ງ. ນອກຈາກນີ້ຍັງມີເວທີສົນທະນາກ່ຽວກັບວັນລິຂະສິດ ທີ່ກ່ຽວຂ້ອງກັບວັນນະກໍາ, ບັນຫາທ້າທາຍຂອງວັນນະກໍາລາວໃນຍຸກດີຈີຕອນ, ທິດທາງ ແລະ ອານາຄົດຂອງວັນນະກໍາລາວ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ກະຊວງ ອຄ.

About -