|
ບໍ່ແຮ່06 ພະຈິກ 2026

ເຜີຍແຜ່ສັນຍາສໍາປະທານ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ເຂດບ້ານນາໂພ - ຫ້ວຍສຽດ, ເມືອງລ້ອງຊານ ແຂວງ ໄຊສົມບູນ

ເຜີຍແຜ່ສັນຍາສໍາປະທານ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ເຂດບ້ານນາໂພ - ຫ້ວຍສຽດ, ເມືອງລ້ອງຊານ ແຂວງ ໄຊສົມບູນ

ໃນຄັ້ງວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງເມືອງລ້ອງຊານ ແຂວງໄຊສົມບູນ. ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ໃນເນື້ອທີ່ 1,216 ເຮັກຕາ ຢູ່ເຂດບ້ານນາໂພ - ຫ້ວຍສຽດ, ເມືອງລ້ອງຊານ ແຂວງໄຊສົມບູນ ຂອງບໍລິສັດ ພັດທະນາທອງແດງ ລາວ -  ຈີນ ຈຳກັດຜູ້ດຽວ   ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສົມພັນ ສີສົມບຼົງ ປະທານຄະນະກໍາມະການປົກຄອງ ເມືອງລ້ອງຊານ, ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ແລະ ທ່ານ ຜາເງິນ ວົງພະຈັນ ຮອງຫົວ

ໜ້າພະແນກອູດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ນອກຈາກນີ້ ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ, ແຂວງ, ເມືອງ, ​ບ້ານ,​ ຕາແສງ ແລະ ບໍລິສັດ  ທີ່ໂຄງການຕັ້ງຢູ່ ເຂົ້າຮ່ວມຢ່າງພ້ອມພຽງ.

 

       ຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ, ຕາແສງ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ບັນດາບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ແລະ ຕາແສງ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດໝາຍ, ສັນຍາ ແລະ ລະບຽບການທີ່ກ່ຽວຂ້ອງ.

ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ບໍ່ແຮ່

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ