ກະຊວງ ອຸດສາຫະກຳ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ

ໃນວັນພະຫັດ ທີ 05 ພະຈິກ 2026 ທີ່ຫ້ອງປະຊຸມຊັ້ນ 4 ກະຊວງອຸດສາຫະກຳ ແລະ ການຄ້າ (ອກ), ໄດ້ມີພິທີຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ທຊຶໂຕມຸ (H.E. Koizumi Tsutomu) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ຈະ ໝົດອາຍຸການ ດຳລົງຕຳແໜ່ງການທູດຢູ່ ສປປ ລາວ.
ໃນໂອກາດອັນສະຫງ່າລາສີນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍບົດບາດທາງການທູດອັນຕັ້ງໜ້າ ຂອງ ທ່ານ ເອກອັກຄະລັດຖະທູດ ຕະຫຼອດວາລະການດຳລົງຕຳແໜ່ງກວ່າ 2 ປີ (ກໍລະກົດ 2024 – ກໍລະກົດ 2026). ຜົນງານອັນພົ້ນເດັ່ນຄືການຮັດແໜ້ນ ແລະ ຍົກລະດັບຄວາມສຳພັນທະວີພາຄີຂຶ້ນສູ່ "ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ" ເຊິ່ງໄດ້ຮັບຮອງຢ່າງເປັນທາງການ ໃນລະຫວ່າງການຢ້ຽມຢາມ ປະເທດຍີ່ປຸ່ນ ຢ່າງເປັນທາງການ ຂອງ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃນເດືອນມັງກອນ 2025. ພ້ອມດຽວກັນນັ້ນ, ກໍໄດ້ເນັ້ນໜັກເຖິງຄວາມສຳເລັດໃນການອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນການຢ້ຽມຢາມຂັ້ນສູງທີ່ມີຄວາມໝາຍປະຫວັດສາດ ເຊັ່ນ: ການຢ້ຽມຢາມ ສປປ ລາວ ຂອງ ເຈົ້າຮາຊະກຸມານີ ໄອໂກະ (Princess Aiko) ໃນເດືອນພະຈິກ 2025, ການຢ້ຽມຢາມຍີ່ປຸ່ນ ຂອງ ທ່ານ ປະທານປະເທດ ທອງລຸນ ສີສຸລິດ (ເດືອນພຶດສະພາ 2025), ລວມທັງການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆ ຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາຍົກລັດຖະມົນຕີ.
ຝ່າຍລາວ ຍັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນການຊ່ວຍເຫຼືອລ້າ (Grant Aid) ແລະ ໂຄງການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ນຳພາຂອງ ທ່ານ ທູດ ເຊັ່ນ: ໂຄງການປັບປຸງສະໜາມບິນສາກົນວັດໄຕ, ການສະໜອງເຄື່ອງຈັກ ແລະ ອຸປະກອນສ້ອມແປງທາງ, ອຸປະກອນປ້ອງກັນໄພພິບັດ, ໂຄງລ່າງໂຮງໝໍທ້ອງຖິ່ນ, ການສະໜັບສະໜູນໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ 2024, ລວມທັງທຶນການສຶກສາ JDS, ສູນພັດທະນາຄູປະຈຳແຂວງ ແລະ ໂຄງການ GGP ຕາມທ້ອງຖິ່ນຕ່າງໆ.
ໃນການພົບປະ ຝ່າຍກະຊວງ ອຄ ໄດ້ຮັບຟັງມຸມມອງ ແລະ ຂໍ້ສະເໜີແນະເຊີງຍຸດທະສາດ ຈາກ ທ່ານ ທູດ ກ່ຽວກັບການພັດທະນາເສດຖະກິດ, ການປັບປຸງສະພາບແວດລ້ອມການລົງທຶນ-ທຸລະກິດ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ການຄຸ້ມຄອງຊັບສິນທາງປັນຍາ, ຕະຫຼອດຈົນການແລກປ່ຽນບົດຮຽນລະຫວ່າງຜູ້ຊ່ຽວຊານຍີ່ປຸ່ນ ແລະ ເຈົ້າໜ້າທີ່ລາວ.
ພ້ອມດຽວກັນນັ້ນ, ກະຊວງ ອຄ ໄດ້ແຈ້ງໃຫ້ທາບເຖິງ ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026–2030) ທີ່ຫາກໍ່ເປີດໂຕໃໝ່ ພາຍໃຕ້ຄຳຂວັນ "ຍົກລະດັບສັກກະຍາພາບດ້ານອຸດສາຫະກຳ ແລະ ການຄ້າ ເພື່ອສ້າງເສດຖະກິດທີ່ເຂັ້ມແຂງ, ເປັນເອກະລາດ ແລະ ເພິ່ງຕົນເອງ", ໂດຍມີເປົ້າໝາຍມູນຄ່າການຄ້າຕ່າງປະເທດ 143.28 ພັນລ້ານໂດລາສະຫະລັດ ແລະ ຍູ້ອັດຕາການຂະຫຍາຍຕົວຂອງອຸດສາຫະກຳປຸງແຕ່ງໃຫ້ບັນລຸ 13%. ພ້ອມທັງໄດ້ເນັ້ນໜັກເຖິງ 3 ເສົາຄໍ່າສຳຄັນ ຄື:
ການພັດທະນາອຸດສາຫະກຳ ແລະ ການປຸງແຕ່ງຂັ້ນຕໍ່ຍອດ (Downstream Processing): ເນັ້ນຂະ
ແໜງພະລັງງານ, ບໍ່ແຮ່, ກະສິກຳ (ມັນຕົ້ນ, ຢາງພາລາ, ກາເຟ, ອ້ອຍ, ສັດລ້ຽງ) ແລະ ແຮ່ທາດ (ໂປຕາດ, ໂບໄຊ), ລວມທັງການປະກອບເອເລັກໂຕຣນິກ ແລະ ອາໄຫຼ່ລົດ EV.
ການສົ່ງເສີມການຄ້າ ແລະ ເຂົ້າເຖິງຕະຫຼາດ: ເຊື່ອມໂຍງສາກົນ (ASEAN Strategy 2045, RCEP), ປັບປຸງໂລຈິສຕິກຕາມເສັ້ນທາງ ບໍ່ເຕັນ-ວຽງຈັນ-ບາງກອກ, ຫັນເປັນດິຈິທົນ (e-CO ຜ່ານ Lao Trade Portal), ແລະ ຮັບມືມາດຕະຖານ EU Green Deal.
ການສົ່ງເສີມภาคเอกชน ແລະ MSMEs: ໃຊ້ລະບົບຈົດທະບຽນອອນໄລນ໌ eBRS, ສ້າງຊ່ອງທາງເຂົ້າເຖິງແຫຼ່ງທຶນ (SME Fund, CGC, BAF) ແລະ ຮັກສາກົນໄກ LBF (Lao Business Forum).
ພ້ອມດຽວກັນນັ້ນ, ຍັງໄດ້ຕີລາຄາສູງຕໍ່ມູນຄ່າການຄ້າສອງຝ່າຍທີ່ບັນລຸເກີນ 283 ລ້ານໂດລາສະຫະລັດ ໃນປີ 2025, ການລົງທຶນຂອງຍີ່ປຸ່ນທີ່ຈັດຢູອັນດັບ 6 (825 ບໍລິສັດ) ພ້ອມທັງຜົນສຳເລັດຂອງ ສປປ ລາວ ໃນງານ Expo 2025 Osaka.
ໃນຕອນທ້າຍ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນອະນາຄົດ 4 ດ້ານຫຼັກຄື:
ດ້ານພະລັງງານ: ການສ້າງແຜນຄວາມໝັ້ນຄອງດ້ານພະລັງງານ (ໂຮງກັ່ນນ້ຳມັນ, ຄັງສຳຮອງ), ການປ່ຽນຜ່ານສີຂຽວ (Green Hydrogen, EMS, Energy Audit).
ດ້ານອຸດສາຫະກຳເຄມີ ແລະ ແຮ່ທາດ: ການແລກປ່ຽນຂໍ້ມູນ ແລະ ບໍລິຫານຈັດການພາຍໃຕ້ກອບອາຊຽນ-ຍີ່ປຸ່ນ.
ດ້ານການອຸດສາຫະກຳປຸງແຕ່ງ ແລະ ໄມ້: ຍົກລະດັບມູນຄ່າເພີ່ມ ແລະ ສືບຕໍ່ຮ່ວມມືດ້ານຊັບພະຍາກອນມະນຸດ (ເຊັ່ນ: MoU ກັບ ເມືອງໂອຄາວະ ປະເທດຍີ່ປຸ່ນ).
ດ້ານການຄ້າ ແລະ MSME: ສືບຕໍ່ຮ່ວມມືກັບ JICA/JETRO, ຍົກລະດັບມາດຕະຖານ (G-Mark/Good Design Award), ສົ່ງເສີມຜະລິດຕະພັນ ODOP, Lao Gift ແລະ ການປຶກສາຫາລືລັດ-ເອກະຊົນ ລາວ-ຍີ່ປຸ່ນ.
ໃນຕອນທ້າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ອວຍພອນໃຫ້ ທ່ານ ເອກອັກຄະລັດຖະທູດ ໂຄອິຊຸມິ ທຊຶໂຕມຸ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ ແລະ ສືບຕໍ່ເປັນຂົວຕໍ່ອັນສຳຄັນ ໃນການຮັກສາ ແລະ ເພີ່ມພູນຄູນສ້າງສາຍມິດຕະພາບ ລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ ໃຫ້ເລີນງອກງາມຍິ່ງໆຂຶ້ນໄປ.
ພາບ ແລະ ຂ່າວ: ສູນທອງ ພາວັນ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
ຂ່າວທີ່ກ່ຽວຂ້ອງ
06 ພະຈິກ 2026
ກະຊວງ ອຄ ເຜີຍແຜ່ແຈ້ງການ ເລກທີ 3572/ຫກ ການອອກໃບອະນຸຍາດນຳເຂົ້າຍານພາຫະນະທາງບົກ ປະຕູດຽວແຫ່ງຊາດ (NSWA+) ແລະ ການນໍາໃຊ້ລະບົບ.
02 ພະຈິກ 2026
ອົງການ KOICA ກະກຽມສ້າງສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ
02 ພະຈິກ 2026
