|
ການຄ້າ06 ພະຈິກ 2026

ກະຊວງ ອຄ ເຜີຍແຜ່ແຈ້ງການ ເລກທີ 3572/ຫກ ການອອກໃບອະນຸຍາດນຳເຂົ້າຍານພາຫະນະທາງບົກ ປະຕູດຽວແຫ່ງຊາດ (NSWA+) ແລະ ການນໍາໃຊ້ລະບົບ.

ກະຊວງ ອຄ ເຜີຍແຜ່ແຈ້ງການ ເລກທີ 3572/ຫກ ການອອກໃບອະນຸຍາດນຳເຂົ້າຍານພາຫະນະທາງບົກ ປະຕູດຽວແຫ່ງຊາດ (NSWA+) ແລະ ການນໍາໃຊ້ລະບົບ.

ໃນວັນທີ 5 ພະຈິກ 2026 ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸເພື່ອເຜີຍແຜ່ແຈ້ງການ ເລກທີ 3572/ຫກ, ລົງວັນທີ 21 ກັນຍາ 2026 ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+) ໃນການອອກໃບອະນຸຍາດນຳເຂົ້າຍານພາຫະນະທາງບົກແບບຊົ່ວຄາວ ທີ່ເລີ່ມນໍາໃຊ້ນັບແຕ່ວັນທີ 01 ຕຸລາ 2026 ເປັນຕົ້ນມາ ແລະ ຂັ້ນຕອນກ່ຽວກັບການຂໍໃບອະນຸຍາດນຳເຂົ້າຍານພາຫະນະທາງບົກແບບຊົ່ວຄາວ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນພາຍໂດຍເປັນປະທານຂອງ ທ່ານ ກຸສິມ ຈັນທະປັນຍາ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ. ເຂົ້າຮ່ວມມີໂດຍຜູ້ຕ່າງໜ້າຈາກພາກລັດທີາກ່ຽວຂ້ອງ, ບັນດາຜູ້ຕ່າງໜ້າສະຖານທູດ, ບໍລິສັດ, ໂຄງການ ແລະ ພາກສ່ວນກ່ຽວຂ້ອງ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດາຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການປ້ອນຂໍ້ມູນ, ເງື່ອນໄຂ ແລະ ຂັ້ນຕອນຕ່າງໆ ເພື່ອຂໍໃບອະນຸຍາດຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+) ແລະ ປຶກສາຫາລືບັນຫາທີ່ພົບພໍ້ໃນການນໍາໃຊ້ລະບົບ ແລະ ທິດທາງແກ້ໄຂ.

ໃນໂອກາດນີ້, ທ່ານປະທານໄດ້ເນັ້ນວ່າ: ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (NSWA+) ໃນການອອກໃບອະນຸຍາດນຳເຂົ້າຍານພາຫະນະທາງບົກແບບຊົ່ວຄາວແມ່ນວຽກການປະກອບສ່ວນໃນວຽກງານການຫັນເປັນດິຈິຕ໋ອນແບບທັນສະໃໝຂອງກະຊວງ ທັງຍັງສ້າງຄວາມໂປງໃສ ແລະ ວ່ອງໄວໃນວຽກງານສະຖິຕິຂອງກົມ ແລະ ຍັງສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ. ນອກນັ້ນ, ຜູ້ເຂົ້າຮ່ວມຍັງມີຄວາມເຂົ້າໃຈແຈ້ງຕື່ມກ່ຽວກັບຂັ້ນຕອນການປະກອບເອກະສານຜ່ານລະບົບດັ່ງກ່າວ ໃຫ້ສອດຄ່ອງຕາມແຈ້ງການ 3572/ຫກ, ລົງວັນທີ 21 ກັນຍາ 2026.

ຕອນທ້າຍກອງປະຊຸມ, ທ່ານປະທານໄດ້ມອບໝາຍໃຫ້ກອງເລຂາ ຊ່ວຍວຽກສັງລວມບັນດາຂໍ້ມູນຄໍາຄິດເຫັນ, ຂໍ້ສະເໜີ ເພື່ອນໍາໄປປັບປຸງລະບົບໃຫ້ສົມບູນຍິ່ງຂຶ້ນ ແລະ ພັດທະນາລະບົບເພື່ອສາມາດອອກອະນຸຍາດສົ່ງອອກຄືນ ໃນຕໍ່ໜ້າ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ