ຄວາມຄືບໜ້າ ການປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການຂັບເຄື່ອນ ດ້ວຍພະລັງງານສະອາດ

ນະໂຍບາຍສົ່ງເສີມການຂັບເຄື່ອນ ດ້ວຍພາຫະນະພະລັງງານສະອາດເປັນມິດກັບສິ່ງແວດລ້ອມ ຫຼື “Green Mobility” ແມ່ນໜຶ່ງໃນ ນະໂຍບາຍສຳຄັນຂອງລັດຖະບານ ໃນຍຸດທະສາດການເຕີບໂຕສີຂຽວ ໂດຍມີເປົ້າໝາຍຫຼຸດຜ່ອນການນຳເຂົ້າ ແລະ ນໍາໃຊ້ນ້ຳມັນເຊື້ອໄຟ ກໍຄືຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ (Decarbonization) ປະກອບສ່ວນໃນຄາດໝາຍແຫ່ງຊາດ ໃນການປ່ອຍອາຍພິດເຮືອນແກ້ວໃຫ້ເປັນສູນ (Net Zero targets) ພາຍໃນປີ 2050 ກໍຄືການຜັນຂະຫຍາຍມະຕິ 04/ກມສພ ຂອງກົມການເມືອງສຸນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ນະໂຍບາຍສົ່ງເສີມລົດໄຟຟ້າ ແລະ ພະລັງງານສະອາດຢູ່ ສປປ ລາວ ຕາມຂໍ້ຕົກລົງສະບັບເລກທີ 31/ນຍ ໂດຍການໝູນໃຊ້ທ່າແຮງພະລັງງານສະອາດຂອງປະເທດ ເຂົ້າສູ່ການພັດທະນາເສດຖະກິດ, ການເຕີບໂຕສີຂຽວ ແລະ ຍືນຍົງ.
ໜຶ່ງໃນນະໂຍບາຍສໍາຄັນໃນການຂັບເຄື່ອນດ້ວຍພະລັງງານສະອາດ ເປັນມິດກັບສິ່ງແວດລ້ອມ ຫຼື “Green Mobility” ກໍແມ່ນ ການສົ່ງເສີມການນຳໃຊ້ພາຫະນະໄຟຟ້າ ແລະ ພາຫະນະພະລັງງານທາງເລືອກອື່ນ (Emerging technology) ເປັນຕົ້ນ: Hybrid; ໄຮໂດຣເຈັນສີຂຽວ (Green Hydrogen); ລົດນະວັດຕະກໍາໃໝ່ ທີ່ນໍາໃຊ້ພະລັງງານຕໍ່າ (Energy efficiency).
ສໍາລັບຄວາມຄືບໜ້າຂອງນະໂຍບາຍຊຸກຍູ້ສົ່ງເສີມການຂັບເຄື່ອນດ້ວຍພາຫະນະພະລັງງານສະອາດ ຮອດປະຈຸບັນມີດັ່ງນີ້:
1. ສະພາບບັນຫາ, ຄວາມຈຳເປັນຍຸດທະສາດ ແລະ ນະໂຍບາຍຂອງລັດຖະບານ
- ຄວາມຈຳເປັນຍຸດທະສາດ: ປັດຈຸບັນ ສປປ ລາວ ຍັງຕ້ອງນຳເຂົ້ານ້ຳມັນເຊື້ອໄຟ 100% ຈາກຕ່າງປະເທດ, ເຊິ່ງຂະແໜງການຂົນສົ່ງກວມເອົາເຖິງ 60%–70% ຂອງການຊົມໃຊ້ນ້ຳມັນທັງໝົດ ແລະ ມູນຄ່ານຳເຂົ້ານ້ຳມັນກວມເຖິງ 16% ຂອງຍອດມູນຄ່ານຳ ເຂົ້າສິນຄ້າທັງໝົດ ຂອງປະເທດ. ທ່າມກາງສະພາບການຜັນແປຢ່າງສັບສົນທາງພູມິລັດຖະສາດ ຢູ່ຕາເວັນອອກກາງ, ລາຄານ້ຳມັນໃນ ຕະຫຼາດໂລກມີຄວາມບໍ່ແນ່ນອນ ແລະ ສະພາບເງິນຕາຕ່າງ ປະເທດມີຄວາມກົດດັນ, ການຫັນ ປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟ ຟ້ານ້ຳຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດ ແມ່ນຍຸດທະສາດທີ່ສໍາຄັນຂອງການພັດທະນາຕາມທິດ ສອຈ.
- ນະໂຍບາຍຂອງລັດຖະບານ: ລັດຖະບານໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປ ໃນປີ 2030 ຕາມມະຕິເລກທີ 08/ລບ ແລະ ໄດ້ຍົກລະດັບກາານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດ ເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ ຕາມຄຳສັ່ງເລກທີ 40/ນຍ ແລະ ແຈ້ງການ 602/ຫສນຍ.
2. ບັນຫາ ແລະ ສິ່ງທ້າທາຍໃນການຫັນປ່ຽນໄປສູ່ລົດ EV
- ດ້ານນະໂຍບາຍ: ຍັງຂາດນະໂຍບາຍແມ່, ນະໂຍບາຍພາສີຍັງບໍ່ຊັດເຈນ, ແລະ ການປະສານງານ ລະຫວ່າງ ຂະແໜງການລັດຍັງບໍ່ທັນກົມກຽວ ແລະ ໄປໃນທິດທາງດຽວກັນ.
- ດ້ານຕະຫຼາດ (Demand): ລາຄາຊື້ລົດຍັງສູງ, ຜູ້ຊົມໃຊ້ຍັງກັງວົນເລື່ອງຄວາມປອດໄພ/ແບັດເຕີຣີ, ສິນເຊື່ອຍັງມີໜ້ອຍ, ແລະ ບໍ່ທັນມີຕະຫຼາດລົດມືສອງຮອງຮັບ.
- ດ້ານການສະໜອງ (Supply): ທາງເລືອກຍີ່ຫໍ້ລົດຍັງຈຳກັດຢູ່ກຸ່ມລົດເບົາ, ສ່ວນລົດຂົນສົ່ງຍັງຈຳກັດ ແລະ ບໍ່ທັນມີລະບົບນິເວດຮັບຮອງ, ຂາດຊ່າງສ້ອມແປງຊ່ຽວຊານ, ອາໄຫຼ່ຕ້ອງນຳເຂົ້າ 100%, ແລະ ຍັງບໍ່ມີລະບົບນຳເອົາແບັດເຕີຣີມາໃຊ້ຄືນໄດ້.
- ດ້ານໂຄງລ່າງ (Infrastructure): ສະຖານີສາກຍັງມີໜ້ອຍ (200 ກວ່າແຫ່ງ) ແລະ ສ່ວນໃຫຍ່ຢູ່ພຽງນະຄອນຫຼວງວຽງຈັນ; ຫົວສາກບໍ່ເປັນເອກະພາບ (GB/T ປົນ CCS2); ບໍ່ມີຕູ້ສາກໄວສຳລັບລົດບັນທຸກໜັກ; ແລະ ຕາຂ່າຍໄຟຟ້າທ້ອງຖິ່ນຍັງສ່ຽງກັບການໃຊ້ໄຟຫຼາຍບາດດຽວ.
- ສິ່ງທ້າທາຍໃໝ່ທີ່ກົດດັນ: ການແຂ່ງຂັນຈາກລົດໄຮບຣິດທີ່ອາດເຮັດໃຫ້ຫຼຸດເປົ້າໝາຍ EV 100%, ຄວາມສ່ຽງຕູ້ສາກຫຼ້າສະໄໝຍ້ອນເຕັກໂນໂລຊີປ່ຽນໄວ, ແລະ ແຮງກົດດັນເງິນຕາຕ່າງປະເທດໄຫຼອອກຈາກການເລັ່ງນຳເຂົ້າລົດໃໝ່.
3. ຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ການຜັນຂະຫຍາຍຕົວຈິງ (8 ເດືອນຕົ້ນປີ 2026)
1) ສະຖິຕິການນຳເຂົ້າ ແລະ ຂຶ້ນທະບຽນ:
- ໃນ 8 ເດືອນຕົ້ນປີ 2026, ມີການນຳເຂົ້າລົດທັງໝົດ 37,475 ຄັນ: ໃນນັ້ນ ເປັນລົດໄຟຟ້າ 100% ຈຳນວນ 8,330 ຄັນ (ເພີ່ມຂຶ້ນ 107%) ແລະ ລົດໄຮບຣິດ 2,804 ຄັນ (ເພີ່ມຂຶ້ນ 114%), ເຮັດໃຫ້ສັດສ່ວນລົດທີ່ໃຊ້ພະລັງງານໃໝ່ກວມເຖິງ 29.7% ຂອງຍອດການນຳເຂົ້າ.
- ດ້ານການຂຶ້ນທະບຽນໃໝ່ 8 ເດືອນຕົ້ນປີ ສາມາດຂຶ້ນທະບຽນລົດໄຟຟ້າໄດ້ 6,104 ຄັນ.
2) ເຄືອຂ່າຍສະຖານີສາກ: ອະນຸຍາດຜູ້ປະກອບການແລ້ວ 43 ບໍລິສັດ, ມີສະຖານີ ສາກເປີດບໍລິການແລ້ວ 200 ຈຸດ ທົ່ວ 18 ແຂວງ/ນະຄອນຫຼວງ, ພ້ອມທັງເປີດໃຊ້ງານແອັບ ພລິເຄຊັນ Lao EV Charging ເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມໃນການຄົ້ນຫາ ແລະ ນຳໃຊ້ສະຖານີສາກ.
3) ການຫັນເຂົ້າສູ່ລະບົບການເງິນ: ທະນາຄານແຫ່ງ ສປປ ລາວ ໄດ້ຊຸກຍູ້ການຊຳລະສະສາງການຊື້-ຂາຍລົດຜ່ານລະບົບທະນາຄານ ແລະ ສຳເລັດການອອກຮຸ້ນກູ້ສີຂຽວ (Green Bond) ເພື່ອລະດົມທຶນເຂົ້າໃສ່ໂຄງລ່າງ EV ເປັນຕົ້ນແບບແລ້ວ.
4. ທິດທາງສົ່ງເສີມທີ່ຊັດເຈນຮອດປີ 2030 ແລະ ຄຳຊີ້ແຈງຕໍ່ຄຳຖາມຂໍ້ທີ 4
ເພື່ອບັນລຸເປົ້າໝາຍ 30% ໃນປີ 2030 (ຄາດຄະເນລົດ EV 4 ລໍ້ ປະມານ 222,784 ຄັນ ແລະ ສະຖານີສາກສາທາ ລະນະ 1,307 ແຫ່ງ), ກະຊວງ ອຄ ໄດ້ສັງລວມທິດທາງ ແລະ ມາດຕະການແກ້ໄຂຕາມການເຈາະຈິ້ມຂອງສະພາ ດັ່ງນີ້:
1. ທິດທາງການຊຸກຍູ້-ສົ່ງເສີມທີ່ຊັດເຈນ ແລະ ເປັນລະບົບ (Promotional Strategy):
1) ການສົ່ງເສີມດ້ານໂຄງສ້າງລາຄາໄຟຟ້າ ແລະ ສະຖານີສາກ: ລັດວິສາຫະກິດໄຟຟ້າລາວ ໄດ້ສຶກສາຫຼຸດລາຄາໄຟຟ້າສະເລ່ຍ 10% ຈາກລາຄາທຸລະກິດປົກກະຕິສຳລັບສະຖານີສາກ, ພ້ອມທັງກຳນົດໂຄງສ້າງລາຄາໄຟຟ້າຕາມຊ່ວງເວລາ (Time of Use - TOU) ໂດຍກຳນົດຊ່ວງລາຄາສະໜັບສະໜູນຖືກກວ່າປົກກະຕິໃນຊ່ວງ ຄົນໃຊ້ໄຟຟ້າບໍ່ຫຼາຍ (Off-peak) ເພື່ອຊຸກຍູ້ໃຫ້ປະຊາຊົນໄປສາກຢູ່ສະຖານີ, ຊ່ວຍຫຼຸດຜ່ອນການໂຫຼດກະແສໄຟຟ້າແຮງດັນຕ່ຳຕາມຄົວເຮືອນ. ພ້ອມກັນນັ້ນ, ຍັງຍົກເວັ້ນຄ່າ Minimum Charge ແລະ ອຳນວຍຄວາມສະດວກ ດ້ານພື້ນທີ່ດິນລັດ ເພື່ອຕິດຕັ້ງສະຖານີສາກ.
2) ການຊຸກຍູ້ສິນເຊື່ອສີຂຽວ (Green Finance): ສົມທົບກັບ ທຫລ ແລະ ອົງການ IFC ຜັນຂະຫຍາຍມາດຕະຖານການຈັດໝວດໝູ່ກິດຈະກຳສີຂຽວ (Green Taxonomy) ເພື່ອໃຫ້ທະນາຄານທຸລະກິດປ່ອຍສິນເຊື່ອຊື້ລົດ EV ດ້ວຍດອກເບ້ຍຜ່ອນຜັນ ແລະ ຂະຫຍາຍໄລຍະ ເວລາຜ່ອນຊຳລະ.
3) ພາກລັດເປັນແບບຢ່າງນຳໜ້າ: ເລັ່ງຫັນປ່ຽນລົດບໍລິຫານລັດ ແລະ ລົດປະຈຳຕຳແໜ່ງທີ່ຈັດຊື້ໃໝ່ໃຫ້ເປັນລົດໄຟຟ້າ 100%, ພ້ອມທັງສົ່ງເສີມໃຫ້ບໍລິສັດຂົນສົ່ງສິນຄ້າ ແລະ ໂດຍສານຫັນມານຳໃຊ້ລົດໄຟຟ້າໃຫ້ກວມ 10% ຂຶ້ນໄປ.
4) ການພັດທະນາຊັບພະຍາກອນມະນຸດ: ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຮອງຫຼັກສູດວິຊາຊີບສ້ອມແປງລົດໄຟຟ້າ ແລະ ສ້າງສູນຝຶກອົບຮົມເຕັກນິກ EV ຂຶ້ນສະເພາະ ເພື່ອຮອງຮັບຕະຫຼາດແຮງງານ ແລະ ສູນສ້ອມແປງໃນໄລຍະຍາວ.
2. ການກຳນົດມາດຕະຖານເຕັກນິກ ແລະ ການປົກປ້ອງຜູ້ຊົມໃຊ້ (Consumer Protection):
1) ການຮັບຮອງມາດຕະຖານແຫ່ງຊາດ: ໄດ້ຄົ້ນຄວ້າຮັບຮອງເອົາມາດຕະຖານສາກົນ ແລະ ພາກພື້ນ (ISO, IEC, GB/T, UN Regulations) ມາເປັນມາດຕະຖານແຫ່ງຊາດ ໂດຍ ເນັ້ນໃສ່ 3 ອຸປະກອນຫຼັກ: ຫົວສາກ, ຕູ້ສາກ ແລະ ແບັດເຕີຣີ. ປັດຈຸບັນ ຮ່າງຂໍ້ຕົກລົງ ວ່າດ້ວຍມາດຕະຖານເຕັກນິກ, ຄວາມປອດໄພ ແລະ ການກວດສອບຢັ້ງຢືນຄຸນນະພາບອຸປະກອນ EV ໄດ້ສຳເລັດຂັ້ນວິຊາການແລ້ວ.
2) ການຍົກລະດັບເງື່ອນໄຂຜູ້ນຳເຂົ້າ ແລະ ຈຳໜ່າຍ: ປັບປຸງດຳລັດ 470/ລບ ວ່າດ້ວຍການ ຄຸ້ມຄອງທຸລະກິດຍານພາຫະນະທາງບົກ ໂດຍກຳນົດຢ່າງເຂັ້ມງວດໃຫ້ຜູ້ນຳເຂົ້າຕ້ອງເປັນຕົວແທນຈຳໜ່າຍທີ່ຖືກຕ້ອງ, ມີສູນບໍລິການຫຼັງການຂາຍ, ມີອາໄຫຼ່ຮອງຮັບຢ່າງພຽງພໍ, ມີການຮັບປະກັນຄຸນນະພາບ (Warranty) ຢ່າງຊັດເຈນ, ພ້ອມທັງຕ້ອງມີລະບົບບໍລິຫານຈັດການໝໍ້ໄຟເສື່ອມສະພາບ (4Rs) ທີ່ປອດໄພຕໍ່ສິ່ງແວດລ້ອມ.
3. ມາດຕະການຄຸ້ມຄອງລາຄາ ແລະ ການຕ້ານການຜູກຂາດ (Fair Pricing & Anti-Monopoly):
1) ກຳນົດໂຄງສ້າງລາຄາຈຳໜ່າຍ: ປະຕິບັດຕາມແຈ້ງການ 602/ຫສນຍ, ກະຊວງ ອຄ ໄດ້ສຳເລັດຮ່າງໂຄງສ້າງລາຄາຈຳໜ່າຍລົດ EV ໂດຍກຳນົດອົງປະກອບຢ່າງໂປ່ງໃສ ຄື: ລາຄາໜ້າໂຮງງານ (FOB/CIF) + ຄ່າຂົນສົ່ງ + ພາສີ-ອາກອນ + ຄ່າບໍລິການຕົວຈິງ ແລະ ເພດານກຳໄລທີ່ເໝາະສົມ ເພື່ອສະກັດກັ້ນບໍ່ໃຫ້ບໍລິສັດສວຍໂອກາດເກງກຳໄລ ຫຼື ຂາຍລາຄາສູງ ເກີນຄວາມເປັນຈິງ.
2) ສົ່ງເສີມການແຂ່ງຂັນທີ່ເປັນທຳ, ບໍ່ຜູກຂາດ: ລັດຖະບານໄດ້ຍົກເລີກການເກັບຄ່າຊື້ສິດ ນຳເຂົ້າສຳລັບລົດ EV 100% ທີ່ມີລາຄາຕ່ຳກວ່າ 50,000 ໂດລາສະຫະລັດ, ບໍ່ຈຳກັດໂຄຕ້າການນຳເຂົ້າ ແລະ ເປີດກວ້າງໃຫ້ທຸກບໍລິສັດທີ່ມີມາດຕະຖານສູນບໍລິການຫຼັງການຂາຍສາມາດນຳເຂົ້າ ແລະ ແຂ່ງຂັນກັນຕາມກົນໄກຕະຫຼາດບົນພື້ນຖານກົດໝາຍ ແລະ ລະບຽບການ, ບໍ່ອະນຸຍາດໃຫ້ມີການຜູກຂາດ.
3) ມາດຕະການລົງໂທດ: ຫາກກວດພົບເຫັນບໍລິສັດໃດມີພຶດຕິກຳກັກຕຸນ, ຂຶ້ນລາຄາແບບບໍ່ສົມເຫດສົມຜົນ ຫຼື ເອົາປຽບຜູ້ຊົມໃຊ້, ຈະຖືກດຳເນີນມາດຕະການປັບໃໝ, ລົງໂທດຢ່າງເດັດຂາດ ຈົນເຖິງຂັ້ນຖອນໃບອະນຸຍາດດຳເນີນທຸລະກິດ.
ຂ່າວທີ່ກ່ຽວຂ້ອງ
12 ຕຸລາ 2026
ການເຄື່ອນໄຫວຕິດຕາມ ກວດກາ ໂຄງການຂຸດຄົ້ນແຮ່ທາດ ທີ່ແຂວງວຽງຈັນ ແລະ ແຂວງໄຊສົມບູນ
10 ຕຸລາ 2026
ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມື ສຶກສາຄວາມເປັນໄປໄດ້ ການພັດທະນານິຄົມອຸດສາຫະກຳປຸງແຕ່ງແຮ່ທາດໂລຫະ
09 ຕຸລາ 2026
