|
ທົ່ວໄປ10 ຕຸລາ 2026

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມື ສຶກສາຄວາມເປັນໄປໄດ້ ການພັດທະນານິຄົມອຸດສາຫະກຳປຸງແຕ່ງແຮ່ທາດໂລຫະ

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມື ສຶກສາຄວາມເປັນໄປໄດ້ ການພັດທະນານິຄົມອຸດສາຫະກຳປຸງແຕ່ງແຮ່ທາດໂລຫະ

ວັນທີ 9 ຕຸລາ 2026 ເວລາ 17:30 ຢູ່ທີ່ໂຮງແຮມ ສຸພັດຕຣາ ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບໍລິສັດ ເອເວີເວວ (ເຊກອງ) ນິຄົມອຸດສາຫະກຳປຸງແຕ່ງແຮ່ທາດໂລຫະ ຈຳກັດ ພິທີຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການພັດທະນານິຄົມອຸດສາຫະກໍາ ເຊກອງ-ດາກຈຶງ ຢູ່ເຂດບ້ານຕົງຊຽງ, ບ້ານດາກເຣີນ ແລະ ບ້ານດາກຈຶງ,  ເມືອງດາກຈຶງ,  ແຂວງເຊກອງ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງທ່ານ   ເລຂາພັກແຂວງເຊກອງ, ທ່ານ ປະທານຄະນະກຳມະການປົກຄອງແຂວງເຊກອງ ແລະ ຄະນະນຳຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂດຍທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ອູ ຢາເຟີຍ (WU YAFEI)  ຜູ້ອໍານວຍການໃຫຍ່ ບໍລິສັດ ເອເວີເວວ (ເຊກອງ) ນິຄົມອຸດສາຫະກໍາປຸງແຕ່ງແຮ່ທາດໂລຫະ ຈໍາກັດ.

ໂຄງການດັ່ງກ່າວ ເປັນໂຄງການລົງທຶນຂອງພາກທຸລະກິດເອກະຊົນ ຕ່າງປະເທດ ຊຶ່ງເປັນໂຄງການທີ່ສໍາປະທານທີ່ດິນຂອງລັດ ໃນເນື້ອທີ່ ປະມານ 1,885 ເຮັກຕາ ຢູ່ເຂດເມືອງດາກຈຶງ,  ແຂວງເຊກອງ ຊຶ່ງມີເປົ້າໝາຍການສົ່ງເສີມ ການລົງທຶນໃນກິດຈະການຫຼັກ ຄື:

1.    ອຸດສາຫະກໍາປຸງແຕ່ງແຮ່ບົກຊິດເປັນ ອາລູມີນາ, ອາລູມີນຽມ ທີ່ເປັນລະບົບຕ່ອງໂສ້ການຜະລິດ  ແຕ່ຕົ້ນນໍ້າ ຫາ ປາຍນໍ້າ;

2.    ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ;

3.    ອຸດສາຫະກໍາປຸງແຕ່ງອື່ນໆ ທີ່ລັດຖະບານສົ່ງເສີມ;

4.    ຜະລິດພະລັງງານໄຟຟ້າຖ່ານຫີນ ເພື່ອສະໜອງໃຫ້ນິຄົມ.

ໂຄງການດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງໝາກຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດຕາມດຳ​ລັດ​ວ່າ​ດ້ວຍ ນິ​ຄົມ​ອຸດ​ສາ​ຫະ​ກຳ ສະບັບເລກທີ 313/ລບ, ລົງວັນທີ 06 ມີນາ 2025 ຊຶ່ງໂຄງ ການນີ້ ເປັນໂຄງການທີ່ 7 ທີ່ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ ໃນການພັດທະນານິຄົມອຸດສາຫະກໍາ ພາຍຫຼັງທີ່ລັດຖະບານ ໄດ້ອອກດໍາລັດ​ ດັ່ງກ່າວ.

ໃນໄລຍະສຶກສາຄວາມເປັນໄປໄດ້ ໂຄງການພັດທະນານິຄົມອຸດສາຫະກໍາ ເຊກອງ-ດາກຈຶງ ມີອາຍຸ 24 ເດືອນ ເລີ່ມແຕ່ມື້ລົງນາມເປັນຕົ້ນໄປ. ຖ້າສຶກສາສຳເລັດ ແລະ ມີຄວາມເປັນໄປໄດ້ ຈຶ່ງຈະສະເໜີອະນຸມັດຈາກລັດຖະບານ ເພື່ອເຊັນສັນຍາພັດທະນາ ຊຶ່ງທາງບໍລິສັດ ຄາດວ່າຈະທຸມງົບປະມານເຂົ້າໃສ່ການລົງທຶນ ໃນໂຄງການດັ່ງກ່າວທັງໝົດ ປະມານ  3,5 ຕື້ ໂດລາສະຫະລັດ ແລະ  ຄາດວ່າສາມາດສ້າງວຽກເຮັດງານທຳໄດ້ປະມານ 5 ພັນຄົນຂຶ້ນໄປ  ຊຶ່ງຈະສ້າງລາຍຮັບຈາກທາງກົງ ແລະ ທາງອ້ອມໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ທີ່ໂຄງການຕັ້ງຢູ່ ຫຼາຍພໍສົມຄວນ ປະກອບສ່ວນລົບລ້າງຄວາມທຸກຍາກ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ແລະ ຂອງຊາດ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ