ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມສຳມະນາການປັບປຸງວັດທະນະທຳອົງກອນ ແລະ ການປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ

ໂດຍປະຕິບັດຕາມແຜນດຳເນີນງານຂອງຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ VI (2026-2030) ສະບັບເລກທີ 022/ຄບພ.ອຄ, ລົງວັນທີ 06 ກຸມພາ 2026; ໃນວັນທີ 09 ຕຸລາ 2026, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ໄຟຟ້າລາວ. ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ;

ໂດຍມີບັນດາຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະພະແນກຂຶ້ນໄປຂອງຫ້ອງການ, ບັນດາກົມ, ສະຖາບັນ, ຄະນະຜູ້ອຳນວຍການບໍລິສັດ, ລັດວິສາຫະກິດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທີ່ຂຶ້ນກັບອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມທັງໝົດ 550 ສະຫາຍ.

ໃນພາກເຊົ້າ, ໄດ້ດຳເນີນກອງປະຊຸມສຳມະນາໃນ ຫົວຂໍ້: ການປັບປຸງວັດທະນະທຳອົງກອນ ໂດຍໄດ້ຮັບຟັງການບັນຍາຍຈາກ ທ່ານ Chen Yijing, ຜູ້ບໍລິຫານ ບໍລິສັດ ຫົວເຫວີຍ ລາວ (ຕາງໜ້າຈາກບໍລິສັດ ຫົວເຫວີຍ ລາວ). ການສຳມະນາໃນຫົວຂໍ້ນີ້ມີຈຸດປະສົງ ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ແນວຄິດການບໍລິຫານອົງກອນຈາກພາກທຸລະກິດຊັ້ນນຳ; ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບການສ້າງວັດທະ ນະທຳອົງກອນທີ່ເຂັ້ມແຂງ, ການສ້າງຄຸນຄ່າຮ່ວມ, ການສື່ສານພາຍໃນອົງກອນ ແລະ ການສ້າງແຮງຈູງໃຈໃຫ້ສະມາຊິກພັກ-ພະນັກງານ ເພື່ອນຳເອົາແນວຄິດດັ່ງກ່າວໄປປັບໃຊ້ເຂົ້າໃນການບໍລິຫານພາກລັດ, ບໍລິສັດ, ລັດວິສາຫະກິດ ແລະ ສະພາການຄ້າ ໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິພາບສູງຂຶ້ນ.

ກອງປະຊຸມໄດ້ສືບຕໍ່ສຳມະນາໃນ ຫົວຂໍ້: ການປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ ໂດຍໄດ້ຮັບຟັງການບັນຍາຍຈາກ ສະຫາຍ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ. ທັງນີ້ ເພື່ອຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການປັບປຸງແບບແຜນການນຳພາ-ຊີ້ນຳຂອງຄະນະພັກ, ເສີມສ້າງຄວາມຮູ້ ແລະ ແບບແຜນວິທີເຮັດວຽກໃໝ່ໃຫ້ກັບຄະນະພັກແຕ່ລະຂັ້ນ, ເນັ້ນໃສ່ໃຫ້ການຈັດຕັ້ງປະຕິບັດໜ້າທີ່ການ ເມືອງມີຄວາມສະອາດ, ໂປ່ງໃສ, ສາມາດກວດກາໄດ້ ແລະ ສອດຄ່ອງກັບແນວທາງ/ກົດລະບຽບຂອງພັກໃນໄລຍະໃໝ່. ນອກຈາກນີ້, ໃນພາກເຊົ້າຍັງໄດ້ຈັດພິທີປະກາດການຈັດຕັ້ງ ແລະ ໄດ້ຮັບຟັງຄຳເຫັນໂອ້ລົມ ແລະ ກ່າວປິດພາກເຊົ້າ ໂດຍ ສະຫາຍ ເລຂາຄະນະພັກກະຊວງ.

ຂ່າວທີ່ກ່ຽວຂ້ອງ
09 ຕຸລາ 2026
ພິທີປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ກະຊວງອຸດສາຫະກຳ ແລະ ການຄ້າ ວັນທີ 09 ຕຸລາ 2026
09 ຕຸລາ 2026
ເສີມຂະຫຍາຍມູນເຊື້ອວັນທີ 12 ຕຸລາ ອັນສະຫງ່າລາສີ ເພື່ອຍົກສູງສະຕິຊາດ ແລະ ຄວາມຮັບຜິດຊອບການເມືອງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
09 ຕຸລາ 2026
