ກອຄ ຈັດກອງປະຊຸມປຶກສາຫາລື ຊຸກຍູ້ການພັດທະນາເສດຖະກິດ-ການເງິນ ແລະ ການຫຼຸດຜ່ອນຄວາມທຸກຍາກ ຂອງແຂວງຊຽງຂວາງ

ໃນວັນທີ 6 ຕຸລາ 2026 ກະຊວງອຸດສາຫະກໍາ ແລະ ການຄ້າກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປຶກສາຫາລື, ລະດົມຄວາມຄິດ ແລະ ສ້າງຄວາມເຂົ້າໃຈ ໃນວຽກງານຊຸກຍູ້ຊ່ວຍແຂວງຊຽງຂວາງ, ໂດຍການເປັນປະທານ ຂອງ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງ ອຄ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ປະກອບມີຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ, ລັດວິສາຫະກິດ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງ ຂອງກະຊວງ.

ກອງປະຊຸມໃນຄັ້ງນີ້ ຖືເປັນການເຄື່ອນໄຫວຄັ້ງທຳອິດຂອງວຽກງານຊ່ວຍແຂວງຊຽງຂວາງ ພາຍຫຼັງທີ່ລັດຖະບານໄດ້ມອບໝາຍໃຫ້ບັນດາກະຊວງລົງຊ່ວຍແຕ່ລະແຂວງຢ່າງຮອບດ້ານ ໂດຍມີຈຸດປະສົງເພື່ອເຜີຍແຜ່ເຊື່ອມຊຶມ ແລະ ສ້າງຄວາມເປັນເອກະພາບດ້ານຫຼັກການ-ແນວທາງ; ກຳນົດກົນໄກ ແລະ ການແບ່ງງານໃຫ້ຈະແຈ້ງ; ພ້ອມທັງຮ່ວມກັນຄົ້ນຄວ້າ ແລະ ຮັບຮອງແຜນດຳເນີນງານທີ່ແທດເໝາະ ໂດຍກຳນົດວຽກງານບຸລິມະສິດ, ແຫຼ່ງທຶນ, ກຳນົດເວລາ ແລະ ກົນໄກຕິດຕາມ-ປະເມີນຜົນໃຫ້ຈະແຈ້ງ.
ກອງປະຊຸມຍັງໄດ້ເນັ້ນເຖິງການນຳເອົາມະຕິ ແລະ ຂໍ້ຕົກລົງສຳຄັນຂອງຂັ້ນເທິງມາເປັນທິດທາງຫຼັກໃນການຈັດຕັ້ງວຽກງານ, ໃນນັ້ນ ລວມມີ ມະຕິເລກທີ 62/ຄບສພ ຂອງຄະນະບໍລິຫານງານສູນກາງພັກ, ມະຕິເລກທີ 34/ສພຊ ຂອງສະພາແຫ່ງຊາດ ແລະ ຂໍ້ຕົກລົງເລກທີ 27/ນຍ ຂອງນາຍົກລັດຖະມົນຕີ ເຊິ່ງກຳນົດທິດທາງ, ແຜນງານ ແລະ ການມອບໝາຍໜ້າທີ່ໃຫ້ບັນດາກະຊວງເຄື່ອນໄຫວຊຸກຍູ້ ແລະ ຊ່ວຍເຫຼືອບັນດາແຂວງ ເພື່ອແກ້ໄຂບັນຫາການພັດທະນາເສດຖະກິດ-ການເງິນ ແລະ ການຫຼຸດຜ່ອນຄວາມທຸກຍາກ. ໃນນີ້ ກະຊວງ ອຄ ໄດ້ຮັບມອບໝາຍໃຫ້ລົງຊ່ວຍແຂວງຊຽງຂວາງ ໂດຍມຸ່ງເນັ້ນການຮ່ວມກັນຊອກຫາກົນໄກ, ແຜນງານ ແລະ ວິທີການດຳເນີນງານທີ່ສອດຄ່ອງກັບພາລະບົດບາດຂອງແຕ່ລະພາກສ່ວນ ຊຶ່ງກະຊວງ ກໍໄດ້ອອກຂໍ້ຕົກລົງເລກທີ 1883/ອຄ, ລົງວັນທີ 19ມິຖຸນາ 2026 ເພື່ອແຕ່ງຕັ້ງຄະນະຮັບຜິດຊອບລົງຊ່ວຍວຽກ.

ພ້ອມນັ້ນ, ປະທານກອງປະຊຸມ ຍັງໄດ້ເນັ້ນໃຫ້ສ້າງຄວາມເຂັ້ມແຂງຈາກພາຍໃນກະຊວງ ອຄ ໂດຍໃຫ້ບັນດາກົມ, ຫ້ອງການ ແລະ ສະຖາບັນທີ່ກ່ຽວຂ້ອງ ເຮັດວຽກເປັນທີມ, ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ແລະ ກະກຽມຂໍ້ມູນວິຊາການ, ແຜນງານ, ງົບປະມານ ແລະ ພາຫະນະໃຫ້ພ້ອມພ້ອມທັງເປັນເຈົ້າການໃນການປະສານສົມທົບກັບຂະແໜງ ການ ແລະ ອຳນາດການປົກຄອງແຂວງ ກ່ຽວຂ້ອງ ເພື່ອສ້າງກຳລັງແຮງສັງລວມໃນການແກ້ໄຂບັນຫາຢ່າງຮອບດ້ານ.

ສຳລັບແນວທາງການລົງຊ່ວຍແຂວງຊຽງຂວາງ, ກອງປະຊຸມໄດ້ເນັ້ນການກວດຄືນ ແລະ ຊຸກຍູ້ໂຄງການພັດທະນາໂຄງລ່າງ ເປັນຕົ້ນ ການພັດທະນາໄຟຟ້າໃນຊົນນະບົດ, ການສ້າງຕະຫຼາດຊຸມຊົນ ແລະ ຕະຫຼາດຊາຍແດນ, ການສົ່ງເສີມການຜະລິດເປັນສິນຄ້າ ແລະ ເຊື່ອມໂຍງຕະຫຼາດພ້ອມທັງເນັ້ນການພັດທະນາທ່າແຮງຂອງແຂວງ ໂດຍສະເພາະດ້ານພະລັງງານໄຟຟ້າ ສຳລັບການຊົມໃຊ້ພາຍໃນ, ຊົນນະບົດ ແລະ ການສົ່ງອອກ, ພ້ອມທັງເປີດກວ້າງຊ່ອງທາງຕະຫຼາດພາຍໃນ ແລະ ການຄ້າຊາຍແດນຜ່ານດ່ານສາກົນນ້ຳກັ່ນ ແລະ ເປັນເອກະພາບສູງຕໍ່ທິດທາງການຊຸກຍູ້ ແລະ ຊ່ວຍເຫຼືອແຂວງຊຽງຂວາງ ໂດຍຢັ້ງຢືນວ່າ ວຽກງານດັ່ງກ່າວບໍ່ແມ່ນພຽງການລົງໄປເກັບກຳຂໍ້ມູນ ຫຼື ຈັດກອງປະຊຸມ, ແຕ່ຕ້ອງແນໃສ່ການສ້າງອາຊີບ, ສ້າງລາຍຮັບ ແລະ ສ້າງຕະຫຼາດໃຫ້ແກ່ປະຊາຊົນແຂວງຊຽງຂວາງຢ່າງແທ້ຈິງ.
