ບັນຫາ ແລະ ສິ່ງທ້າທາຍ ທາງດ້ານພະລັງງານ ຂອງ ສປປ ລາວ ໃນໄລຍະ 5 ປີ (2021-2025)

ເຖິງວ່າໃນໄລຍະຜ່ານມາ, ຈະມີຜົນສຳເລັດໃນການເພີ່ມກຳລັງການຜະລິດໄຟຟ້າ ແລະ ການຂະຫຍາຍຕາໜ່າງໄຟຟ້າ, ແຕ່ຂະແໜງພະລັງງານຍັງປະເຊີນກັບ 5 ສິ່ງທ້າທາຍຫຼັກທາງດ້ານໂຄງສ້າງ:
1) ການເພິ່ງພາໄຟຟ້ານ້ຳຕົກຫຼາຍເກີນໄປ ແລະ ຄວາມຜັນຜວນຂອງສະພາບອາກາດທີ່ເພີ່ມຂຶ້ນ
ຂາດສະຖຽນລະພາບຕາມລະດູການ: ເຂື່ອນໄຟຟ້ານ້ຳຕົກກວມເອົາເຖິງ 94.27% ຂອງກຳລັງຕິດຕັ້ງທັງໝົດ (ປີ 2025). ໃນລະດູແລ້ງ (ແຕ່ປີ 2020-2025) ການນໍາເຂົ້າພະລັງງານສະເລ່ຍ ປະມານ 1,601 GWh/ປີ, ໂດຍສະເພາະໃນປີ 2024 ທີ່ນໍາເຂົ້າສຸງຮອດ 2,621 GWh ຕ້ອງໄດ້ນຳເຂົ້າໄຟຟ້າທີ່ມີຕົ້ນທຶນສູງ ຈາກຕ່າງປະເທດ.
ຜົນກະທົບ: ເກີດສະພາວະ "ພະລັງງານໄຟຟ້າເຫຼືອໃນລະບົບ ໃນລະດູຝົນ, ແຕ່ຂາດແຄນໃນລະດູແລ້ງ".
ດ້ານສິ່ງແວດລ້ອມ-ສັງຄົມ: ໂຄງການເຂື່ອນໄຟຟ້າຍັງສົ່ງຜົນກະທົບຕໍ່ການໄຫຼຂອງຕະກອນ, ການເຄື່ອນຍ້າຍຂອງປາ, ຊີວະນາໆພັນ ແລະ ການດຳລົງຊີວິດຂອງຊຸມຊົນ.
2) ຂໍ້ຈຳກັດທາງດ້ານການເງິນ, ສິ່ງທ້າທາຍດ້ານລາຍຮັບ ແລະ ພາລະໜີ້ສິນຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ)
ຟຟລ ປະເຊີນຄວາມກົດດັນທາງດ້ານການເງິນ, ຂາດສະພາບຄ່ອງ ຍ້ອນຂາຍໄຟຟ້າໃນລາຄາທີ່ຕ່ຳກວ່າຕົ້ນທຶນ.
ຂໍ້ຈຳກັດດ້ານງົບປະມານ ສົ່ງຜົນໃຫ້ ຟຟລ ຂາດຄວາມສາມາດໃນການບຳລຸງຮັກສາ, ຍົກລະດັບໂຄງລ່າງພື້ນຖານ, ຊຳລະເງິນໃຫ້ຜູ້ຜະລິດໄຟຟ້າ (IPPs) ແລະ ລະດົມທຶນມາພັດທະນາໂຄງສ້າງພື້ນຖານລະບົບໄຟຟ້າ ສາຍສົ່ງ ແລະ ສະຖານີໄຟຟ້າ.
3) ຂໍ້ຈຳກັດຂອງລະບົບສາຍສົ່ງ, ລະບົບຈຳໜ່າຍ ແລະ ການສະໜອງໄຟຟ້າພາຍໃນປະເທດທີ່ບໍ່ພຽງພໍ
ລະບົບໄຟຟ້າ ຄວາມສະເຖຍລະພາບ ບໍ່ທັນສູງ: ລະບົບສາຍສົ່ງ ແລະ ສະຖານີໄຟຟ້າ ໃນບາງຈຸດຍັງຂາດລະບົບສຳຮອງ ບໍ່ສາມາດຮອງຮັບເງື່ອນໄຂ N-1, ສາຍສົ່ງບາງຈຸດຍັງເປັນຄໍຂວດ (115 kV ແລະ 230 kV) ເຮັດໃຫ້ເກີດຄວາມແອອັດ (Congression) ໃນລະດູຝົນ, ເຮັດໃຫ້ລະບົບໄຟຟ້າຂາດຄວາມໝັ້ນຄົງ ແລະ ຄວາມສ່ຽງເກີດໄຟດັບເປັນວົງກວ້າງ.
ການເຊື່ອມໂຍງບໍ່ທົ່ວເຖິງ: ລະບົບສາຍສົ່ງລະຫວ່າງ ພາກເໜືອ-ກາງ-ໃຕ້ ແລະ ແຂວງຫ່າງໄກສອກຫຼີກ ຍັງບໍ່ທັນເຊື່ອມຕໍ່ກັນຢ່າງສົມບູນ, ບວກກັບຄວາມລ່າຊ້າໃນການກໍ່ສ້າງສາຍສົ່ງ ແລະ ອຸປະສັກຈາກລະເບີດຕົກຄ້າງ (UXO).
ການສະໜອງໄຟຟ້າພາຍໃນປະເທດ: ແຫຼ່ງຜະລິດສະໜອງໄຟແມ່ນມາ ຈາກເຂື່ອນໄຟຟ້າພະລັງນໍ້າເປັນຫຼັກ ເຖິງວ່າຈະມີກຳລັງຕິດຕັ້ງ ຢ່າງຫຼວງຫຼາຍ, ແຕ່ ສປປ ລາວ ກໍ່ຍັງຜະເຊີນກັບສະພາວະຂາດແຄນໄຟຟ້າພາຍໃນປະເທດໃນຊ່ວງລະດູແລ້ງ ແຕ່ໃນຊ່ວງລະດູຝົນ ຕ້ອງຫຼຸດຜ່ອນ, ຢຸດການຜະລິດບາງສ່ວນ ຫຼື ປ່ອຍນໍ້າອອກຜ່ານປະຕຸລະບາຍນໍ້າ.
ເຫດການໄຟດັບບໍລິເວນກວ້າງ: ຜູ້ຄວບຄຸມລະບົບໄຟຟ້າ ຍັງບໍໍ່ມີລະບົບທີ່ທັນສະໄໝພຽງພໍ ໃນການຕອບສະໜອງ ຕໍ່ເຫດການໄຟຕົກ-ໄຟດັບໃນຈຸດທີ່ສໍາຄັນຂອງລະບົບ, ເຮັດໃຫ້ບາງຄັ້ງເກີດເຫດໄຟດັບເປັນບໍລິເວນກວ້າງ ແລະ ໃຊ້ເວລາດົນໃນການກູ້ລະບົບຄືນ.
ເຂດຊົນນະບົດ: ຍັງມີປະຊາກອນອີກປະມານ 5% ໃນເຂດຫ່າງໄກສອກຫຼີກທີ່ລະບົບຕາຂ່າຍໄຟຟ້າຍັງເຂົ້າບໍ່ເຖິງ.
4) ບັນຫາດ້ານການຄຸ້ມຄອງ, ການປະຕິບັດຕາມລະບຽບການ ແລະ ເຕັກນິກ
ພາລະບົດບາດລະຫວ່າງການວາງນະໂຍບາຍ, ການອອກລະບຽບການ ແລະ ການຄຸ້ມຄອງຕະຫຼາດໄຟຟ້າຍັງມີຄວາມທັບຊ້ອນກັນ.
ຂັ້ນຕອນການອອກໃບອະນຸຍາດ, ການເຈລະຈາສັນຍາ ຊື້-ຂາຍໄຟຟ້າ (PPA), ການອະນຸມັດດ້ານສິ່ງແວດລ້ອມ ຂາດຄວາມຕໍ່ເນື່ອງ, ຂາດຄວາມໂປ່ງໃສ ແລະ ບໍ່ມີກຳນົດເວລາຊັດເຈນ.
ຂາດກົດລະບຽບ ທີ່ກໍານົດລາຍລະອຽດ ວິສະວະກໍາໄຟຟ້າຂັ້ນສູງ ເພື່ອບັງຄັບໃຊ້ກັບ ແຫຼ່ງຜະລິດໄຟຟ້າໃນການຮັກສາຄວາມສະຖຽນລະພາບໃນລະບົບໄຟຟ້າ (Detailed Grid Code).
ຂໍ້ມູນແບບ Real-time ຍັງມີຄວາມຈໍາກັດ, ລະບົບ SCADA/EMS ຍັງບໍ່ທັນໄດ້ນໍາໃຊ້ທົ່ວເຖິງ, ຂາດການປະສານງານບໍລິຫານຈັດການນ້ຳແບບຄົບວົງຈອນ (Cascade) ແລະ ຂີດຄວາມສາມາດດ້ານວິຊາການຂອງບຸກຄະລາກອນຍັງມີຂໍ້ຈຳກັດ.
5) ຄວາມທ້າທາຍໃນການປ່ຽນຜ່ານດ້ານພະລັງງານ ໃຫ້ມີຄວາມສົມດູນ, ສະຖຽນລະພາບ ແລະ ມີລາຄາທີ່ເໝາະສົມ
ປະເທດລາວຍັງເພິ່ງພາເຊື້ອໄຟ ປະມານ 20% ຂອງຄວາມຕ້ອງການພະລັງງານທັງໝົດ (ໂດຍສະເພາະພາກຂົນສົ່ງ). ການປ່ຽນຜ່ານໄປສູ່ພະລັງງານສະອາດຕ້ອງເຮັດແບບຄ່ອຍເປັນຄ່ອຍໄປ ເພື່ອບໍ່ໃຫ້ກະທົບຕໍ່ການສະໜອງໄຟຟ້າພື້ນຖານ (Baseload) ແລະ ເຕັກໂນໂລຊີໃໝ່ໆ (ເຊັ່ນ SMR, Hydrogen) ຍັງຕ້ອງໃຊ້ເວລາສຶກສາ (long-term).
ແຜນ ແລະ ເປົ້າໝາຍການແກ້ໄຂບັນຫາ ໃນໄລຍະ 5 ປີ ຕໍ່ໜ້າ (2026-2030)
ໃນໄລຍະ 2026-2030, ລັດຖະບານ ສປປ ລາວ ຈະສຸມໃສ່ ທິດທາງຍຸດທະສາດ ແລະ ມາດຕະການຈັດຕັ້ງປະຕິບັດ ດັ່ງນີ້:
v ເປົ້າໝາຍຕົວເລກສູ້ຊົນ
1) ການເຕີບໂຕ: ຮັກສາອັດຕາການເຕີບໂຕສະເລ່ຍຂອງຂະແໜງພະລັງງານໃຫ້ໄດ້ 5% ຕໍ່ປີ.
2) ການເງິນ: ຟຟລ ຕ້ອງບັນລຸການຄືນທຶນຢ່າງເຕັມຮູບແບບ (Full cost recovery) ຈາກລາຄາຂາຍໄຟຟ້າ ພາຍໃນປີ 2030.
3) ຄຸນນະພາບ: ຢ່າງໜ້ອຍ 50% ຂອງໂຄງການລົງທຶນດ້ານພະລັງງານໃໝ່ຕ້ອງໄດ້ມາດຕະຖານຄຸນນະພາບ.
v ມາດຕະການແກ້ໄຂ ແລະ ແຜນບຸລິມະສິດ (2026-2030)
1) ປັບປຸງໂຄງສ້າງການຜະລິດໄຟຟ້າໃຫ້ມີຄວາມຫຼາກຫຼາຍ (Diversification)
ຫຼຸດການເພິ່ງພານ້ຳຕົກ: ເພີ່ມແຫຼ່ງຜະລິດໄຟຟ້າພື້ນຖານ (Base Supply) ທີ່ໝັ້ນຄົງໃນລະດູແລ້ງ ເຊັ່ນ: ໂຮງໄຟຟ້າຄວາມຮ້ອນ, ໂຮງໄຟຟ້າກ໊າຊແບບປະສົມປະສານ (Gas-hybrid), ເຂື່ອນທີ່ມີອ່າງເກັບນ້ຳ (ຜະລິດໄຟຟ້າລະດູແລ້ງໄດ້ >60%).
ຂະຫຍາຍພະລັງງານທົດແທນ: ສົ່ງເສີມຮູບແບບປະສົມປະສານ ໂຊລ່າ-ພະລັງງານນ້ຳ, ໂຄງການ ພະລັງງານລົມ (ເຊັ່ນ Monsoon Wind ທີ່ຜະລິດໄຟໄດ້ດີໃນລະດູແລ້ງ), ພະລັງງານຊີວະມວນ ແລະ ພະລັງງານຈາກສິ່ງເສດເຫຼືອ.
ຍົກລະດັບເຂື່ອນເກົ່າ: ບຳລຸງຮັກສາກົງຫັນ (Turbines), ປັບປຸງຈັກປັ່ນໄຟ, ແລະ ນຳໃຊ້ເຕັກໂນໂລຊີພະຍາກອນອຸທົກກະສາດດີຈີຕອນ ເພື່ອເພີ່ມປະສິດທິພາບເຂື່ອນທີ່ມີຢູ່ໂດຍໃຊ້ຕົ້ນທຶນຕ່ຳ.
ຈໍາເປັນຕ້ອງຫັນເອົາໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ຂອງ IPP ສົ່ງອອກທີ່ຈະໝົດອາຍຸສໍາປະທານ ມາສະໜອງໄຟໃຫ້ກັບພາຍໃນປະເທດເປັນຫຼັກ. ທີ່ສາມາດບໍລິຫານຈັດການພະລັງງານໄດ້ຢ່າງມີປະສິດທິຜົນໃນລະດູແລ້ງ ແລະ ທັງສາມາດນໍາມາເປັນ Spinning reserve ຮັກສາຄວາມຖືລະບົບໄຟຟ້າດ້ວຍຕົນເອງເທື່ອລະກ້າວ.
ພັດທະນາ ລະບົບກັກເກັນພະລັງງານເຊັ່ນ: Pump Hydro storage (ອາດພັດທະນາເປັນແຕ່ລະໄລຍະ) ແລະ ລະບົບກັກເກັບພະລັງງານປະເພດ Battery Storage (BESS) ໃນໄລຍະສັ້ນ ແລະ ກາງ.2) ປະຕິຮູບອົງກອນ, ການເງິນ ແລະ ຕະຫຼາດໄຟຟ້າ
ຟື້ນຟູ ຟຟລ: ແກ້ໄຂສະພາບຄ່ອງ, ຄຸ້ມຄອງໜີ້ສິນ, ຫຼຸດລາຍຈ່າຍ ແລະ ປັບປຸງໂຄງສ້າງລາຄາໄຟຟ້າ/ສັນຍາ PPA ໃຫ້ມີຄວາມໂປ່ງໃສ ແລະ ສະທ້ອນຕົ້ນທຶນຕົວຈິງ.
ປະຕິຮູບ 2 ເສົາຄ້ຳ:
ປະຕິຮູບອົງກອນ ແລະ ແກ້ໄຂໜີ້ສິນ/ສະພາບຄ່ອງ ຟຟລ.
ປະຕິຮູບຕະຫຼາດໄຟຟ້າ ແລະ ລະບຽບການຄຸ້ມຄອງຂອງລັດ (ແບ່ງພາລະບົດບາດລະຫວ່າງກະຊວງ ອຸດສາຫະກໍາ ແລະ ການຄ້າ, ຟຟລ, ແລະ ກະຊວງການເງິນ ໃຫ້ຊັດເຈນ).
ສ້າງຄວາມເຊື່ອໝັ້ນ: ສ້າງສະພາບແວດລ້ອມການລົງທຶນທີ່ສາມາດຄາດເດົາໄດ້ ເພື່ອດຶງດູດທຶນເອກະຊົນ.
3) ເລັ່ງພັດທະນາ ແລະ ຍົກລະດັບລະບົບສາຍສົ່ງ-ຈຳໜ່າຍ (T&D)
ແກ້ໄຂຈຸດແອອັດ: ເຂັ້ມງວດການລົງທຶນຂະຫຍາຍສາຍສົ່ງ 115 kV ແລະ 230 kV ທີ່ສຳຄັນ ພ້ອມທັງເຊື່ອມໂຍງຕາຂ່າຍ ເໜືອ-ກາງ-ໃຕ້ ໃຫ້ເປັນລະບົບດຽວກັນ.
ເພີ່ມຄວາມສະຖຽນລະພາບ: ເພີ່ມລະບົບສຳຮອງ N-1, ຕິດຕັ້ງອຸປະກອນ ຊົດເຊີຍກຳລັງໄຟຟ້າ (SVC, Capacitor banks, Shunt reactors), ຫຼຸດການເພິ່ງພາການຄວບຄຸມຄວາມຖີ່ຈາກປະເທດເພື່ອນບ້ານ (Frequency Co-ordination) ແລະ ເກັບກູ້ UXO ໃນແລວສາຍສົ່ງ.
ຫັນເປັນດີຈີຕອນ: ຍົກລະດັບລະບົບ SCADA/EMS ເພື່ອສັ່ງການຜະລິດ ອັດຕະໂນມັດ (Automatic Generation Control, AGC) ແລະ ຈ່າຍໄຟຟ້າ (Dispatch) ແບບ Real-time ທົ່ວປະເທດ.
4) ສະໜອງໄຟຟ້າຮັບຮອງພາກອຸດສາຫະກຳ ແລະ ເຂດເສດຖະກິດພິເສດ (SEZ)
ຄາດວ່າການຊົມໃຊ້ໄຟຟ້າພາກອຸດສາຫະກຳຈະເກີນ 50% ພາຍໃນປີ 2035. ລັດຈະສ້າງແຫຼ່ງຜະລິດ ແລະ ລະບົບສາຍສົ່ງໃກ້ກັບລະບຽງອຸດສາຫະກຳ ແລະ ເຂດ SEZ ເພື່ອຫຼຸດຜ່ອນການສູນເສຍໄຟຟ້າ ແລະ ສະໜອງໄຟຟ້າທີ່ໝັ້ນຄົງ ໃນລາຄາທີ່ສົມເຫດ ສົມຜົນ.
ຂະຫຍາຍຕາໜ່າງໄຟຟ້າຂະໜາດນ້ອຍ (Off-grid/Mini-grid) ແລະ ພະລັງງານແສງຕາເວັນ ເພື່ອສະໜອງໄຟຟ້າໃຫ້ປະຊາກອນອີກ 5% ໃນເຂດຊົນນະບົດຫ່າງໄກສອກຫຼີກ.
5) ເພີ່ມທະວີການເຊື່ອມໂຍງ ແລະ ສົ່ງອອກໄຟຟ້າໃນພາກພື້ນ
ສືບຕໍ່ພັນທະສັນຍາສົ່ງອອກໄຟຟ້າ (ໄທ, ຫວຽດນາມ, ກຳປູເຈຍ, ມາເລເຊຍ, ສິງກະໂປ), ແຕ່ ກຳນົດໃຫ້ priority ແກ່ການສະໜອງໄຟຟ້າພາຍໃນປະເທດໃນລະດູແລ້ງ ເປັນບູລິມະສິດ.
ແຜນນໍາໃຊ້ສາຍສົ່ງແຮງສູງເຊື່ອມຕໍ່ກັບຕ່າງປະເທດທີ່ມີຄວາມພ້ອມແລ້ວຂອງ ແຫຼ່ງຜະລິດໄຟຟ້າຂອງ IPP ສົ່ງອອກຕ່າງປະເທດໂດຍກົງທີ່ຈະໝົດອາຍຸສໍາປະທານ (CA) ໃຫ້ເປັນຊັບສິນຂອງລັດ ແລະ ໃຫ້ການ ຄ້າ-ຂາຍ ພະລັງງານ ເປັນແບບ Grid to Grid ເພື່ອເປັນການເພີ່ມລາຍຮັບໃຫ້ກັບ ຟຟລ.
ເລັ່ງສ້າງສາຍສົ່ງ 500 kV ລາວ-ຈີນ ລວມທັງການພັດທະນາລະບົບສາຍສົ່ງ ແລະ ຊຸກຍູ້ ສປປ ລາວ ໃຫ້ເປັນສູນກາງການຄ້າພະລັງງານສະອາດໃນອະນຸພາກພື້ນລ້ານຊ້າງ-ແມ່ນ້ຳຂອງ ຫຼື “A Regional Green Energy Hub”.
‘’ການປະຢັດພະລັງງານ ແມ່ນຮັກຊາດ’’ ດ້ວຍຄວາມປາຖະໜາດີ ຈາກກະຊວງ ອຸດສາຫະກໍາ ແລະ ການຄ້າ
ຂ່າວໂດຍ: ນ. ຄໍາພັດ ພູນສຸກ
ຂ່າວທີ່ກ່ຽວຂ້ອງ
06 ຕຸລາ 2026
ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ມະຕິຕົກລົງ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
06 ຕຸລາ 2026
ກອຄ ຈັດກອງປະຊຸມປຶກສາຫາລື ຊຸກຍູ້ການພັດທະນາເສດຖະກິດ-ການເງິນ ແລະ ການຫຼຸດຜ່ອນຄວາມທຸກຍາກ ຂອງແຂວງຊຽງຂວາງ
05 ຕຸລາ 2026
