|
ທົ່ວໄປ27 ສິງຫາ 2026

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມນຳສະເໜີ ຮ່າງວິໄສທັດ 2055 ແລະ ແຜນຍຸດທະສາດ 10 ປີ (2026-2035) ເພື່ອຄວາມສະເໝີພາບຍິງ-ຊາຍ

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມນຳສະເໜີ ຮ່າງວິໄສທັດ 2055 ແລະ ແຜນຍຸດທະສາດ 10 ປີ (2026-2035) ເພື່ອຄວາມສະເໝີພາບຍິງ-ຊາຍ

ໃນເຊົ້າວັນທີ 27 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 (ຕຶກໂພນໄຊ), ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມນຳສະເໜີ ຮ່າງວິໄສທັດ 2055 ແລະ ແຜນຍຸດທະສາດ 10 ປີ (2026-2035) ເພື່ອຄວາມສະເໝີພາບຍິງ-ຊາຍ ໃນຂົງເຂດການອຳນວຍຄວາມສະດວກທາງການຄ້າ ແລະ ການພັດທະນາພາກທຸລະກິດ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ; ໂດຍມີການເຂົ້າຮ່ວມຂອງ ທ່ານ ຮອງຫົວໜ້າກົມ, ຫົວໜ້າ/ຮອງຫົວໜ້າພະແນກ, ທ່ານ ນາງ My Linh, ຫົວໜ້າທີມງານໂຄງການ TGEI/RT4D, ທ່ານ ນາງ Mia Mikic, ຫົວໜ້າທີມງານຊ່ຽວຊານສາກົນ ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ.

ຈຸດປະສົງຫຼັກ ເພື່ອປິດຊ່ອງຫວ່າງການຈັດຕັ້ງປະຕິບັດ (Implementation Gap)

ໃນພິທີເປີດກອງປະຊຸມ, ທ່ານ ປອ ບົວວັນ ວິລະວົງ ໄດ້ເນັ້ນຢໍ້າວ່າ ແຜນຍຸດທະສາດສະບັບນີ້ ບໍ່ພຽງແຕ່ເປັນຍຸດທະສາດສະບັບທໍອິດເທົ່ານັ້ນ, ແຕ່ຍັງແມ່ນສ່ວນປະກອບອັນສຳຄັນຂອງການຈັດຕັ້ງປະຕິບັດພາລະບົດບາດຂອງ ກະຊວງ ອຄ ໃນອີກ 1 ທົດສະວັດຕໍ່ໜ້າ.  ທັງນີ້, ແມ່ນເພື່ອປິດຊ່ອງຫວ່າງໃນການຈັດຕັ້ງປະຕິບັດ (Implementation Gap) ໃຫ້ມີປະສິດທິຜົນ, ໂດຍສຸມໃສ່ 2 ຈຸດປະສົງຕົ້ນຕໍ:

  1. ການສ້າງຄວາມເຂັ້ມແຂງພາຍໃນອົງກອນ: ຂອງກະຊວງ ອຄ ເພື່ອເຮັດໃຫ້ວຽກງານການເຊື່ອມສານບົດບາດຍິງ-ຊາຍ ກາຍເປັນວຽກງານປະຕິບັດປົກກະຕິ.

  2. ການຍົກລະດັບການບໍລິການ: ໂດຍສະເພາະ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສະໜັບສະໜູນພາກເອກະຊົນ ໃຫ້ທົ່ວເຖິງ ທັງເປັນການກຽມຄວາມພ້ອມຮອງຮັບຜົນກະທົບຕໍ່ແມ່ຍິງ ແລະ ກຸ່ມຄົນດ້ອຍໂອກາດ ໃນໄລຍະທີ່ ສປປ ລາວ ກໍາລັງຈະກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ທ່ານ ປະທານກອງປະຊຸມ ຍັງໄດ້ຊີ້ໃຫ້ເຫັນຕື່ມວ່າ: "ໃນບໍລິບົດທີ່ ສປປ ລາວ ກໍາລັງຈະກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC), ແມ່ຍິງ ແລະ ກຸ່ມຄົນທີ່ດ້ອຍໂອກາດ ແມ່ນກຸ່ມທີ່ມີຄວາມສ່ຽງສູງ ຕໍ່ຜົນກະທົບຈາກການສູນເສຍສິດທິພິເສດທາງດ້ານການຄ້າ. ດັ່ງນັ້ນ, ການກະກຽມຄວາມພ້ອມໃນດ້ານນີ້ ຈຶ່ງເປັນເລື່ອງທີ່ຮີບດ່ວນ ແລະ ຂາດບໍ່ໄດ້."

ເຫັນດີເປັນເອກະພາບ ຫັນຍຸດທະສາດເຂົ້າສູ່ແຜນງານປົກກະຕິຢ່າງຍືນຍົງ

ພາຍຫຼັງການນຳສະເໜີ ແລະ ການແລກປ່ຽນຄຳຄິດຄຳເຫັນຢ່າງຟົດຟື້ນ, ກອງປະຊຸມໄດ້ບັນລຸຜົນສຳເລັດ ແລະ ຕົກລົງເຫັນດີເປັນເອກະພາບໃນ 3 ປະເດັນສຳຄັນ ດັ່ງນີ້:

  • ເຫັນດີຕໍ່ກອບຍຸດທະສາດ: ເຫັນດີໂດຍພື້ນຖານຕໍ່ຮ່າງວິໄສທັດ 2055 ແລະ ແຜນຍຸດທະສາດ 10 ປີ (2026-2035) ເພື່ອຄວາມສະເໝີພາບຍິງ-ຊາຍ ໃນຂົງເຂດການອຳນວຍຄວາມສະດວກທາງການຄ້າ ແລະ ການພັດທະນາພາກທຸລະກິດ.

  • ຫັນເປັນວຽກງານປົກກະຕິ: ທຸກພາກສ່ວນເຫັນດີຮ່ວມກັນ ຫັນເອົາຍຸດທະສາດນີ້ ໃຫ້ກາຍເປັນ "ວຽກງານປະຕິບັດປົກກະຕິຂອງອົງກອນ" ແທນທີ່ຈະເປັນພຽງກິດຈະກຳໄລຍະສັ້ນ ທີ່ຂັບເຄື່ອນໂດຍໂຄງການ.

  • ມອບໝາຍການປັບປຸງ: ມອບໃຫ້ກອງເລຂາ ແລະ ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ສົມທົບກັບທີມງານຜູ້ຊ່ຽວຊານ ສືບຕໍ່ປັບປຸງຮ່າງຍຸດທະສາດໃຫ້ສົມບູນຕາມຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມ.

ໃນພິທີປິດກອງປະຊຸມ, ທ່ານ ປອ ບົວວັນ ວິລະວົງ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ທີມງານຜູ້ຊ່ຽວຊານ (ທ່ານ ດຣ. ເມຍ ມີກິກ ແລະ ທ່ານ ນ. ມີ ລິນ) ພ້ອມດ້ວຍຜູ້ເຂົ້າຮ່ວມທຸກທ່ານ. ທ່ານໄດ້ເນັ້ນຢ້ຳວ່າ ຫ້ອງການກະຊວງ ອຄ ໂດຍການປະສານງານຂອງ ພະແນກ ຄກມດ ຈະເຊື່ອມສານຍຸດທະສາດນີ້ ເຂົ້າໃນແຜນງານ ແລະ ງົບປະມານປົກກະຕິຂອງກະຊວງ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີຄວາມຍືນຍົງໃນໄລຍະຍາວ.

ພາບ ແລະ ຂ່າວ: ທ່ານ ສູນທອງ ພາວັນ

ກວດແກ້ໂດຍ: ຄະນະບັນນາທິການຂ່າວກະຊວງ ອຄ

ແຊຣ໌:Facebookສຳເນົາລິ້ງ
ກັບໄປຫາຂ່າວສານ