ໃນວັນທີ 11 ມິຖຸນາ 2025, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີການພົບປະ 2 ຝ່າຍ ໃນເວລາ 9:00-10:00 ໂມງ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນຕໍ່ໜ້າ. ພາຍຫຼັງສໍາເລັດການພົບປະ ທັງສອງຝ່າຍກໍໄດ້ເຂົ້າຮ່ວມ ພິທີລົງນາມຖະແຫຼງການຮ່ວມມື ລາວ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນການກວດສອບເນື້ອໃນສິດທິບັດ ຢູ່ ສປປ ລາວ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ (JPO) ຊຶ່ງຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ຕາງໜ້າຝາຍຍີ່ປຸ່ນ ລົງນາມໂດຍ ທ່ານ Yasuda Futoshi, ຮອງຫົວໜ້າສໍານັກງານສິດທິບັດຍີ່ປຸ່ນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະ ມົນຕີ ກະຊວງ ອຄ, ມີບັນດາທ່ານຄະນະກົມຊັບສິນທາງປັນຍາ, ບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້້າຮ່ວມ.
ໃນບົດບັນທຶກຖະແຫຼງການໃນຄັ້ງນີ້ ແມ່ນຕິດພັນກັບການຮ່ວມມືອັນຍາວນານຂອງທັງສອງຝ່າຍ ຊຶ່ງໄດ້ລົງເລິກບາງວຽກງານດ້ານວິຊາສະເພາະ ດັ່ງນີ້: ສະໜອງການຝຶກອົບຮົມທີ່ຈໍາເປັນ ຕາມການສະເໜີຂອງກົມຊັບສິນທາງປັນຍາ ສໍາລັບນັກກວດສອບໃໝ່ ເພື່ອຮອງຮັບໃຫ້ແກ່ການລິເລີ້ມວຽກງານການກວດສອບເນື້ອໃນ; ຮ່ວມມືໃນການສ້າງຄູ່ມືການກວດສອບສິດທິບັດ; ແລະ ສືບຕໍ່ການຮ່ວມມືທີ່ຈໍາເປັນ ເພື່ອຊຸກຍູ້ການນໍາໃຊ້ ຮູບແບບການຮ່ວມມືເພື່ອອໍານວຍຄວາມສະດວກໃຫ້ແກ່ການອອກສິດທິບັດ ລວມທັງກິດຈະກໍາອື່ນໆທີ່ກ່ຽວຂ້ອງ ສໍາລັບຜູ້ຊົມໃຊ້ ແລະ ສາທາລະນະຊົນ ໃຫ້ເປັນທີ່ຮັບຮູ້ຫຼາຍຂຶ້ນກວ່າເກົ່າ.
ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາ ແລະ ສໍານັກງານສິດທິບັດຍີ່ປຸ່ນ ໄດ້ເປັນຄູ່ຮ່ວມມືກັນອັນຍາວນານ ຊຶ່ງທັງສອງຝ່າຍໄດ້ຮ່ວມມືກັນ ດັ່ງນີ້: ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໃນຂົງເຂດຊັບສິນອຸດສາຫະກໍາ (Memorandum of Understanding on Cooperation In the field of Industrial Property) ລົງວັນທີ 24/5/2015, ອາຍຸການຮ່ວມມື 3 ປີ ແລະ ຕໍ່ເອງອັດຕະໂນມັດ; ເຊັນໜັງສືສະແດງເຈດຈໍານົງຮ່ວມ ວ່າດ້ວຍການຮ່ວມມື ເພື່ອອໍານວຍຄວາມສະດວກໃນການອອກສິດທິບັດ (Joint Statement of Intent on Cooperation for facilitating Patent Grant of Laos-related patent application) ລົງວັນທີ 5/10/2016, ອາຍຸການຮ່ວມມື 3 ປີ ແລະ ຕໍ່ເອງອັດຕະໂນມັດ.
ເລີ່ມແຕ່ມີການຮ່ວມມື ສໍານັກງານສິດທິບັດຍີ່ປຸ່ນ ໄດ້ຊ່ວຍເຫຼືອທຶນໃນການໄປຝຶກອົບຮົມ ໄລຍະສັ້ນ-ຍາວ ທັງພາຍໃນ ແລະ ຢູ່ປະເທດຍີ່ປຸ່ນ ໃນແຕ່ລະປີມີຫຼາຍຫົວຂໍ້ ເຊັ່ນ: ການກວດສອບສິດທິບັດ, ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ລະບົບຂໍ້ມູນຂ່າວສານຊັບສິນທາງປັນຍາ (ໄອທີ), ການເຜີຍແພ່ວຽກງານຊັບສີນທາງປັນຍາ, ການແກ້ໄຂຂໍ້ຂັດແຍ່ງ ແລະ ການສ້າງຄູຝຶກ ໃນຂົງເຂດວຽກງານຊັບສິນທາງປັນຍາ ອີກດ້ວຍ.
ຂ່າວ-ພາບ: ໄພວັນ