ຈັດກອງປະຊຸມຄະນະກຳມະການໜ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນ ວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ອາຊຽນ ຄັ້ງທີ 10.
By ໄພວັນ On 3 May, 2024 At 03:32 PM | Categorized As ຂ່າວພາຍໃນ | With 0 Comments

IMG_0181.jpg 1

ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຮັບຜິດຊອບອົງການມາດຕະຖານແຫ່ງຊາດ ແລະ ທັງເປັນຄະນະກຳມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບອາຊຽນ (ACCSQ) ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການໜ່ວຍງານວິຊາການດ້ານການຄຸ້ມຄອງຜະລິດຕະພັນວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ອາຊຽນ ຄັ້ງທີ 10 ຫຼື the 10th Meeting of Members of the Building and Construction Working Group (BCWG) ຂື້ນໃນລະຫວ່າງວັນທີ 02 – 03 ພຶດສະພາ 2024 ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ.

IMG_0267.jpg 1

ໃຫ້ກຽດການເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ນາງ ລັດດາວັນ ສີວົງໄຊ ຫົວໜ້າພະແນກມາດຕະຖານ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກອງປະຊຸມໃນຄັ້ງນີ້ ມີບັນດາຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ດໍາເນີນໂດຍການເປັນປະທານຂອງ ທ່ານ ນາງ  Maricel A. Reduca, ຫົວໜ້າ​ຜູ້​ຊ່ຽວຊານ​ດ້ານ​ການ​ຄ້າ ​ແລະ ພັດທະນາ​ອຸດສາຫະກຳ, ສຳນັກງານ​ມາດຕະຖານ​ຟີ​ລິບ​ປິນ, ກົມ​ການ​ຄ້າ ​ແລະ ອຸດສາຫະກຳ ປະເທດ ​ຟີ​ລິບ​ປິນ ແລະ ຮອງປະທານໂດຍ ທ່ານ ນາງ Pattaraporn Krongyuth,  ວິຊາການ​ມາດຕະຖານ​ວິຊາ​ຊີບ​, ສະ​ຖາ​ບັນ​ມາດຕະຖານ​ອຸດສາຫະກຳ​ ປະ​ເທດ​ໄທ. ຈຸດປະສົງຂອງກອງປະຊຸມຈັດຂຶ້ນຄັ້ງນີ້ແມ່ນສືບຕໍ່ຄົ້ນຄວ້າ ແລະ ປຶກສາຫາລືທົບທວນແກ້ໄຂຫຼາຍບັນຫາທີ່ຍັງຄົງຄ້າງໃນກອງປະຊຸມຄັ້ງທີ 9 ທີ່ຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

IMG_0337.jpg 1

ໃນກອງປະຊຸມ BCWG ໄດ້ລາຍງານຄວາມຄືບໜ້າການພັດທະນາມາດຕະຖານ ແລະ ການປະເມີນຄວາມສອດຄ່ອງໃນອາຊຽນ ໂດຍຍົກໃຫ້ເຫັນຜົນໄດ້ຮັບຈາກລັດຖະມົນຕີເສດຖະກິດອາວຸໂສ ຂອງກອງປະຊຸມ ຄະນະລັດຖະມົນຕີເສດຖະກິດອາຊຽນ AEM ແລະ ຄະນະກຳມະການທີ່ປຶກສາດ້ານວຽກງານມາດຕະຖານ ແລະ ຄຸນນະພາບອາຊຽນ (ACCSQ). ຊຶ່ງມີຫຼາຍບັນຫາ ແລະ ສິ່ງທ້າທາຍທີ່ໄດ້ປະຕິບັດສຳເລັດ ແລະ ບາງບັນຫາຕ້ອງໄດ້ສືບຕໍ່ແກ້ໄຂຂໍ້ຄົງຄ້າງໃຫ້ເປັນເອກະພາບກັນໃນຄັ້ງຕໍ່ໄປ. ພ້ອມນີ້, ຜູ້ຕາງໜ້າຈາກບັນດາສະມາຊິກອາຊຽນ​ໄດ້​ປຶກສາ​ຫາລື ​ແລະ ຕົກລົງກໍານົດຂົງເຂດມາດຕະຖານທີ່ມີທ່າແຮງສໍາລັບການເຊື່ອມໂຍງກັນໃນສັນຍາຂໍ້ຕົກລົງຮັບຮູ້ຮ່ວມກັນ ສໍາລັບວັດສະດຸກໍ່ສ້າງ ແລະ ຕຶກອາຄານ (MRA BCM) ຊຶ່ງໄດ້ຍົກເອົາຜົນການສຶກສາກ່ຽວກັບມາດຕະຖານລະດັບພາກພື້ນ ແລະ ສາກົນ (ISO) ລວມມີບັນດາຜະລິດຕະພັນດັ່ງຕໍ່ໄປນີ້:​ ຜະລິດຕະພັນແກ້ວ ໃນວຽກງານກໍ່ສ້າງ; ກະເບື້ອງເຊລາມິກ/ກະເບື້ອງຫີນທຳມະຊາດ ແລະ ຫີນທຽມ (Ceramic tiles/natural and artificial stone tiles); ເຫຼັກໂຄງສ້າງ Scaffolding (ຮ້ານນັ່ງໃນການກໍ່ສ້າງ); ເຄື່ອງສຸຂະພັນ ເຊລາມິກ Ceramic sanitary wares; ທໍ່ເຫຼັກ (Steel pipe).

IMG_0296.jpg 1

ໃນ ໂອກາດນີ້, ທ່ານ ນາງ ລັດດາວັນ ສີວົງໄຊ ໄດ້ກ່າວສະແດງຄວາມຍິນດີ ຕ້ອນຮັບບັນດາຄະນະຜູ້ແທນຢ່າງອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາ ແລະ ການຄຸ້ມຄອງມາດຕະຖານດ້ານວັດສະດຸການກໍ່ສ້າງ ແລະ ຕຶກອາຄານ ໃນ ສປປ ລາວ. ພ້ອມທັງສະແດງຄວາມຂອບໃຈຕໍ່ການໃຫ້ການສະໜັບສະໜູນຂອງບັນດາປະເທດສະມາຊິກອາຊຽນ ເຊິ່ງຈະເຮັດໃຫ້ການເປັນເຈົ້າພາບ ແລະ ເປັັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -