ເປີດໂຕກາໝາຍຫັດຖະກຳ ແຫ່ງຊາດ
By ໄພວັນ On 20 Mar, 2024 At 04:50 PM | Categorized As ຂ່າວສຳຄັນ | With 0 Comments

IMG_6944

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ USAID ໄດ້ຈັດພິທີງານເປີດໂຕກາໝາຍຫັດຖະກຳ ແຫ່ງຊາດ ຂື້ນໃນວັນທີ 19 ມີນາ 2024 ທີ່ໂຮງແຮມ ດອນຈັນ ພາເລດ ໃຫ້ກຽດການເປັນປະທານເປີດງານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດຮັກສາການຊົ່ວຄາວ ສະຖານທູດອາເມລິກາປະຈຳລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ, ບັນດາສະຖານທູດຕ່າງປະເທດປະຈຳລາວ ແລະ ອົງການຈັດຕັ້ງສາກົນ, ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ພະນັກງານພາກລັດ, ເອກະຊົນ ແລະ ຫົວ ໜ່ວຍທຸລະກິດ ເຂົ້າຮ່ວມງານໃນຄັ້ງນີ້.

IMG_81

ທ່ານ ປອ ມະໂນທອງ ວົງໄຊ ກ່າວໃນພິທີເປີດງານວ່າ: ງານໃນຄັ້ງນີ້ເປັນການເປີດ ໂຕກາໝາຍຫັດຖະກຳແຫ່ງຊາດ ເຊິ່ງວຽກງານດັ່ງກ່າວ ແມ່ນການຜັນຂະຫຍາຍ ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 2021 – 2025 ກໍ່ຄື ພັດທະນາອຸດສາຫະກຳປຸ່ງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ໂດຍໃຫ້ສອດຄ່ອງກັບນະໂຍບາຍລັດຖະບານ ແລະ ຄວາມຕ້ອງການຕົວຈິງຂອງຜະລິດຕະພັນຫັດຖະກຳຕະຫຼາດພາຍໃນ ພາກພື້ນ ແລະ ສາກົນ ພາຍໃຕ້ການສະໜັບສະໜູນຂອງ ອົງການ USAID ກາໝາຍຫັດຖະກໍາ ແຫ່ງຊາດ ເປັນເຄື່ອງມືໜຶ່ງໃນການສົ່ງເສີມທາງດ້ານການຜະລິດ ແລະ ການຕະຫຼາດ ທີ່ມີຄວາມໝາຍຄວາມສຳຄັນໃຫ້ແກ່ຫັດຖະກໍາລາວ ໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງ ແລະ ທົ່ວເຖິງ ກາໝາຍຫັດຖະກໍາ ແຫ່ງຊາດ ໄດ້ຖືກຮັບຮອງຢ່າງເປັນທາງການຈາກລັດຖະບານ ຕາມແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1871/ຫສນຍ, ລົງວັນທີ 02 ຕຸລາ 2023 ພ້ອມດຽວກັນນີ້ ໃນວັນທີ 06 ທັນວາ 2023 ອົງການ UNESCO ກໍ່ໄດ້ປະກາດ​ “​ການ​ທໍ​ຜ້າ​ລາຍນາກ​ຂອງ​ປະຊາ​ຊົນລາວ” ເປັນມໍລະດົກວັດທະນະທໍາຂອງມວນມະນຸດ ເຊິ່ງເປັນສິ່ງທີ່ໜ້າພາກພູມໃຈ.

IMG_6689

ຂະແໜງຫັດຖະກໍາ ມີສ່ວນປະກອບສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມ ໂດຍສະເພາະ ໃນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນລາວບັນດາເຜົ່າ ທັງເປັນການອະນຸລັກ ແລະ ສືບສານມູນເຊື້ອວັດທະນະທຳອັນດີງາມຂອງປະຊາຊົນລາວບັນດາເຜົ່າ. ເພື່ອສົ່ງເສີມ ແລະ ຄຸ້ມຄອງ ກາໝາຍຫັດຖະກໍາ ແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍ ກາໝາຍຫັດຖະກຳ ແຫ່ງຊາດ ສະບັບເລກທີ 0144/ອຄ, ລົງວັນທີ 31 ມັງກອນ 2024, ພ້ອມດຽວກັນ ໄດ້ສໍາເລັດການສ້າງປື້ມຄູ່ມືການນໍາໃຊ້ກາໝາຍຫັດຖະກຳ ແຫ່ງຊາດ ເພື່ອເປັນສິ່ງອຳນວຍຄວາມສະດວກໃຫ້ແກ່ຄວາມຮັບຮູ້ ແລະ ເຂົ້າໃຈໃນການນຳໃຊ້ກາໝາຍຫັດຖະກຳ ແຫ່ງຊາດ ໃຫ້ບຸກຄະລາກອນຜູ້ຮັບຜິດຊອບວຽກງານຫັດຖະກຳ, ພາກທຸລະກິດຫັດຖະກຳ ແລະ ມວນຊົນທົ່ວໄປ ຮັບຮູ້ຄວາມໝາຍ, ຄວາມສຳຄັນ ຂອງກາໝາຍຫັດຖະກໍາ ແຫ່ງຊາດ ເຊິ່ງໄດ້ຖືກຮັບຮອງ ຄັ້ງວັນທີ 16 ມີນາ 2024 ໂດຍ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

IMG_6975

ໃນງານເປີດໂຕກາໝາຍຫັດຖະກຳ ແຫ່ງຊາດຄັ້ງນີ້ ປະກອບມີຫຼາຍກິດຈະກຳປິ່ນອ້ອມ ໂດຍສະເພາະການເດີນແບບເຄື່ອງຫັດຖະກໍາ Fashion show, ວາງສະແດງສິນຄ້າຫັດຖະກໍາເຊັ່ນ: ຫັດຖະກຳແຜ່ນແພ, ໄມ້, ຫວາຍ ແລະ ໄມ້ປ່ອງ, ເຄື່ອງປະດັບ-ເຄື່ອງເອ້ຍ້ອງ ແລະ ອື່ນໆ ພ້ອມກັນນັ້ນ ໃນວັນທີ 20 ມີນາ 2024 ກໍ່ໄດ້ສືບຕໍ່ ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກາ    ໝາຍຫັດຖະກຳ ແຫ່ງຊາດ ແລະ ການສົ່ງອອກສິນຄ້າຫັດຖະ ກຳ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໄດ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດໃນທາງດຽວກັນ.

ຂ່າວ-ພາບ: ໄພວັນ ຂ່າວສານ ຫອຄ

About -