ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນແບບວົງແຄບ
By ໄພວັນ On 8 Dec, 2023 At 08:44 AM | Categorized As ຂ່າວພາຍໃນ | With 0 Comments

IMG_011

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແບບວົງແຄບ (SEOM Retreat) ໃນລະຫວ່າງວັນທີ 7-8 ທັນວາ 2023, ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 70 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆທີ່ກ່ຽວຂ້ອງໃນປີ 2024 ເຊິ່ງ ສປປ ລາວ ຈະໄດ້ເປັນປະທານ ແລະ ເປັນເຈົ້າພາບ.

IMG_009

ໃນກອງປະຊຸມຄັ້ງນີ້ໄດ້ມີການປຶກສາຫາລືກ່ຽວກັບແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ ປີ 2024 ພາຍໃຕ້ການເປັນປະທາອາຊຽນ ຂອງ ສປປ ລາວ, ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກບູລິມະສິດ 2023 ແລະ ຄວາມຄືບໜ້າຂອງການຮ່າງແຜນຍຸດທະສາດວິໄສທັດປະຊາຄົມອາຊຽນພາຍຫຼັງປີ 2025. ນອກຈາກນັ້ນ, ໄດ້ປຶກສາຫາລືກ່ຽວກັບແຜນເຄື່ອນໄຫວກອງປະຊຸມເສດຖະກິດອາຊຽນ ປີ 2024 ເພື່ອໃຫ້ປະເທດສະມາຊິກອາຊຽນ ພິຈາລະນາຮັບຮອງ ແລະ ປະເດັນອື່ນໆທີ່ ກ່ຽວຂ້ອງ. ພິເສດ, ສປປ ລາວ ໄດ້ນໍາສະເໜີແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ (PEDs) ເຊິ່ງກວມເອົາ 3 ກຸ່ມຍຸດທະສາດຄື: 1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, 2) ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ 3) ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ ເຊິ່ງລວມມີ 14 ແຜນວຽກບູລິມະສິດ ເພື່ອໃຫ້ປະເທດສະມາຊິກອາຊຽນມີຄໍາເຫັນ ແລະ ສະເໜີໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນພິຈາລະນາຮັບຮອງໃນຕົ້ນເດືອນ ມີນາ 2024.

IMG_03

ໃນໂອກາດນີ້, ທ່ານ ໄຊຊະນະ ໄຊຍະກອນ ປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງກ່ຽວກັບສະພາບຈຸດພິເສດຂອງແຂວງ ກໍຄືນະຄອນຫຼວງພະບາງ ເຊິ່ງເປັນເມືອງມໍລະດົກໂລກ ພ້ອມທັງເຊີນຊວນບັນດາເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ບັນດາຄະນະຜູ້ແທນທຸກທ່ານຫາໂອກາດໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ ທີ່ສວຍງາມໃນຕົວເມືອງຫຼວງພະບາງ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈ ແລະ ຂໍການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ ເພື່ອເຮັດໃຫ້ການເປັນເຈົ້າພາບ ແລະ ເປັັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

IMG_0194

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -