ຝຶກອົບຮົມພາຍໃຕ້ໂຄງການ ຄລີນິກການບໍລິຫານຈັດການຊັບສິນທາງປັນຍາສຳລັບວິສາຫະກິດອາຊຽນ
By ໄພວັນ On 22 Nov, 2023 At 12:14 PM | Categorized As ຂ່າວພາຍໃນ | With 0 Comments

IMG_0090          ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ຫ້ອງການຊັບສິນທາງປັນຍາໂລກ ປະຈຳປະເທດ ສິງກະໂປ ໄດ້ຈັດກອງປະຊຸມຝຶກອົບຮົມ ພາຍໃຕ້ໂຄງການ ຄລີນິກການບໍລິຫານຈັດການຊັບສິນທາງປັນຍາ ສຳລັບວິສາຫະກິດອາຊຽນ, ໂດຍສະເພາະວິສາຫະກິດຂອງ ສປປ ລາວ. ຂື້ນໃນລະຫວ່າງວັນທິີ 21-22 ພະຈິກ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ.

ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ ແລະ  ທ່ານ Kenichiro NATSUME ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ, ທ່ານ ນາງ Thitapha Wattanapruttipaisan ຫົວໜ້າຫ້ອງການຊັບສິນທາງປັນຍາໂລກ ປະຈຳ ປະເທດ ສິງກະໂປ, ທ່ານ Dixon Soh ຫົວໜ້າພະແນກ ຊັບສິນທາງປັນຍາ ແລະ ຊັບສິນທາງປັນຍາ ບໍ່ມີຕົວຕົນ ປະຈໍາ ປະເທດ ສິງກະໂປ ແລະ ທ່ານ ນາງ ມົນມະນີ ຢາການາກີ ຕາງໜ້າຈາກບໍລິສັດ ລາວອິນເຕີຄອນຊາວສ, ມີບໍລິສັດທີ່ປືກສາທາງດ້ານກົດໝາຍຂອງ ສປປ ລາວ ແລະ ຫົວໜ້າສູນບໍລິການຊັບສິນທາງປັນຍາ ພ້ອມດ້ວຍຄະນະວິຊາການ.ມີຜູ້ຕາງໜ້າຈາກ ບັນດາບໍລິສັດ,​ ວິສາຫະກິດ ແລະ ພະນັກງານກົມຊັບສິນທາງປັນຍາເຂົ້າຮ່ວມ.

IMG_0030

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກ່າວບາງຕອນວ່າ: ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອຊ່ວຍວິສາຫະກິດໃນການສ້າງ, ​ບໍລິຫານຈັດການ ແລະ ນຳໃຊ້ປະໂຫຍດຈາກກົນລະຍຸດຊັບສິນທາງປັນຍາ ແລະ ຊັບສິນທີ່ບໍ່ມີຕົວຕົນຂອງພວກເຂົາ ເພື່ອຜົນປະໂຫຍດທາງທຸລະກິດ ແລະ ພັດທະນາວິສາຫະກິດຂອງຕົນແບບຍົກລະດັບສູງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ ແລະ ເພື່ອໃຫ້ຄວາມຮູ້ສຳຄັນກ່ຽວກັບການສ້າງມູນຄ່າໃຫ້ແກ່ເຄື່ອງໜາຍການຄ້າຂອງວິສາຫະກິດ.

ນອກຈາກນີ້ ແຜນກິດຈະກໍາຂອງໂຄງການດັ່ງກ່າວ ຜູ້ຊຽວຊານ ແລະ ບັນດາວິສາຫະກິດ ທີ່ເຂົ້າຮ່ວມ ຈະໄດ້ວິເຄາະ ເຖິງເປົ້າໜາຍຂອງທຸລະກິດ ຫຼື ວິສາຫະກິດ ແລະ ປະຕິບັດຍຸດທະສາດຊັບສິນທາງປັນຍາເພື່ອບັນລຸເປົ້າໜາຍທີ່ວາງໄວ້. ໂດຍສະເພາະວິສາຫະກິດຈະໄດ້ຮັບການໃຫ້ຄຳປຶກສາກ່ຽວກັບຍຸດທະສາດຊັບສິນທາງປັນຍາທີ່ເໜາະສົມ ແລະ ການສ້າງຫຼັກຊັບ,​ ການຄຸ້ມຄອງຊັບສິນທາງປັນຍາ ເພື່ອສົ່ງເສີມເປົ້າໜາຍຂອງທຸລະກິີດ ແລະ ຜູ້ຊ່ຽວຊານຈະມີການນຳສະເໜີຂໍ້ມູນແມ່ນເລິກເຊິ່ງໃນການນຳໃຊ້ຊັບສິນທາງປັນຍາ ຈະນຳໃຊ້ຍຸດທະສາດຊັບສິນທາງປັນຍາໃນລະດັບໃດ ເພື່ອເພີ່ມມູນຄ່າໃຫ້ທຸລະກິດ ເພື່ອຂັບເຄື່ອນການຈະເລີນເຕີບໂຕຂອງທຸລະກິດ ແລະ ໂລກາພິວັດ.

IMG_0099

ທ່ານກ່າວຕື່ມວ່າ: ກອງປະຊຸມສໍາມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ ຈາກນັກວິທະຍາກອນທັງພາຍໃນ ແລະ ຕ່າງປະເທດ ໃນຫົວຂໍ້ຕ່າງໆ ເຊັ່ນ: ໂຄງການຊັບສິນທາງປັນຍາ ຂອງອົງການຊັບສິນທາງປັນຍາໂລກ ແລະ ເຄື່ອງມືສຳລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ຍຸດທະສາດໃນການວາງແຜນດ້ານຊັບສິນທາງປັນຍາທີ່ດີ ສາມາດນຳສິ່ງໃດແດ່ມາສູ່ທຸລະກິດຂອງທ່ານ, ກົນລະຍຸດໃນການນຳໃຊ້ຊັບສິນທາງປັນຍາ ເພື່ອໃຫ້ໄດ້ຜົນສຳລັບທຸລະກິດຂອງທ່ານ, ການວິເຄາະ ແລະ ພາກວາງແຜນຍຸດທະສາດ. ພ້ອມດຽວກັນນັ້ນ ກໍໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການ ຈາກຊ່ຽວຊານທີ່ມີປະສົບການສູງຜ່ານການຈັດຕັ້ງປະຕິບັດຕົວຈິງ, ກ່ຽວກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ ເພື່ອເປັນບົດຮຽນໃຫ້ແກ່ ນັກສໍາມະນາກອນ ນໍາມາປັບປຸງ ແລະ ໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຂອງຕົນ ໃຫ້ເກີດປະໂຫຍດ ແລະ ມີປະສິດຜົນສູງ.

ຂ່າວ-ພາບ: ໄພວັນ ຂ່າວສານ ກະຊວງ ອຄ

About -