ຫາລື ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ
By ໄພວັນ On 15 Nov, 2023 At 01:57 PM | Categorized As ຂ່າວພາຍໃນ | With 0 Comments

IMG_0144

ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ​​ປຶກສາຫາລື ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແລະ ຂໍ້ຕົກລົງວ່າດ້ວຍຊິ້ນສ່ວນຍານພາຫະນະທາງບົກ ໃນວັນ​ທີ 14 ພະຈິກ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ, ມີຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມພາສີ ກະຊວງການເງິນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ  ແລະ ຜູ້ດໍາເນີນກິດຈະການ ໂຮງງານປະກອບລົດຈັກ ຈໍານວນ 15 ແຫ່ງໃນທົ່ວປະເທດ.

IMG_0153

ທ່ານ ປອ ບົວວັນ ວິລະວົງ, ປະທານກອງປະຊຸມໄດ້ກ່າວໃນກອງປະຊຸມວ່າ: ເພື່ອທົບທວນການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ສະບັບເລກທີ 470/ລບ ແລະ ຂໍ້ຕົກລົງວ່າດ້ວຍຊິ້ນສ່ວນຍານພາຫະນະທາງບົກ ສະບັບເລກທີ 0221/ອຄ.ກອຫ ແລະ ປຶກສາຫາລືແລກປ່ຽນບົດຮຽນກັບຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ. ດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດດໍາລັດ ແລະ ຂໍ້ຕົກລົງດັ່ງກ່າວ ໂດຍສະເພາະສະພາບການນໍາເຂົ້າ, ການຜະລິດ, ການປະກອບລົດ ແລະ ການຈໍາໜ່າຍ  ໃນສະພາບປະຈຸບັນ.

ທ່ານປະທານກອງປະຊຸມກ່າວຕື່ມວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດ ໄດ້ວາງທິດທາງ ແລະ ນະໂຍບາຍສົ່ງເສີມການຜະລິດ, ການປະກອບໃຫ້ໄດ້ມາດຕະຖານ, ຍົກລະດັບສະມັດຕະພາບການຜະລິດ, ສ້າງມູນຄ່າເພີ່ມ, ເຮັດໃຫ້ຜະລິດຕະພັນມີຄຸນນະພາບ ແລະ ມີຄວາມປອດໄພ, ໃນຄະນະທີ່ສະພາບລວມຂອງທຸລະກິດຕ່າງໆ ມີການແຂ່ງຂັນໃນຫຼາຍດ້ານ ເປັນຕົ້ນ ການພັດທະນາຜະລິດຕະພັນ, ມາດຕະຖານການຜະລິດ ກ້າວໄປສູ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ການແຂ່ງຂັນດ້ານການບໍລິການທາງການຄ້າ ແລະ ອື່ນໆ. ໃນສະພາບເສດຖະກິດມີຄວາມຫຍຸ້ງຍາກ ນັບແຕ່ການລະບາດຂອງພະຍາດໂຄວິດ 19 ເປັນຕົ້ນມາ ປະກອບໃສ່ສະພາບເສດຖະກິດຝືດເຄືອງຈາກຄວາມຂັດແຍ່ງຂອງໂລກ, ບັນຫາເງິນເຟີ້, ນໍ້າມັນແພງ ອັດຕາການນໍາເຂົ້າຫຼຸດລົງ ຈຶ່ງເຮັດໃຫ້ການຜະລິດ, ການປະກອບ ແລະ ການຈໍາໜ່າຍຫຼຸດລົງ, ຄາດວ່າປະມານ 60% ຂອງການຜະລິດໃນທົ່ວປະເທດ ທຽບໃສ່ໄລຍະກ່ອນການແຜ່ລະ ບາດພະຍາດໂຄວິດ 19.

IMG_0197

ກອງປະຊຸມໄດ້ຮັບຟັງການນໍາສະເໜີ ດໍາລັດ ວ່າດ້ວຍ ການຄຸ້ມຄອງຍານພາຫະນະທາງບົກ  ເລກທີ 470/ລບ, ລົງວັນທີ 27 ທັນວາ 2019, ການກໍານົດມາດຕະຖານເຕັກນິກຄາມປອດໄຟ ຂອງຍານພາຫະນະທາງບົກ ຂອງ ສປປ ລາວ ແລະ ສະພາບການຜະລິດ ແລະ ການປະກອບລົດ ຄະນະດຽວກັນກໍໄດ້ເປີດເວທີປະກອບຄໍາຄິດເຫັນແລກປ່ຽນບົດຮຽນຢ່າງກົງໄປ-ກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ມີຜົນສໍາເລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດປະກົດຜົນເປັນຈິງ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານ ອຄ

About -