ສ້າງຄວາມເຂົ້າໃຈແຈ້ງມາດຕະຖານ GHPs, ISO 9001:2015 ແລະ ISO 14001:2015
By ໄພວັນ On 30 Oct, 2023 At 01:09 PM | Categorized As ຂ່າວພາຍໃນ | With 0 Comments

IMG_3

ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດ MR ທີ່ປຶກສາມາດຕະຖານສາກົນ ໄດ້ຈັດຝຶກອົບຮົມໃນຫົວຂໍ້ມາດຕະຖານສາກົນ GHPs, ISO 9001:2015 ແລະ ISO 14001:2015, ຂື້ນໃນລະຫວ່າງວັນ​ທີ 26-27 ຕຸລາ 2023, ທີ່ສະພາການຄ້າ ແລະ ອຸດສຸດສາຫະກໍາແຫ່ງຊາດ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ຂອງທ່ານ ສໍາລີ ບຸດສະດີ ຮອງຫົວນ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ອຄ ມີພະນັກງານພາກລັດ ແລະ ທຸລະກິດ ເຂົ້າຮ່ວມ.

IMG_0070

ຈຸດປະສົງກອງປະຊຸມຝຶກອົບຮົມຄັ້ງນີ້ ເພື່ອນໍາສະເໜີບົດຮຽນ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານ ມາດຕະຖານ GHPs, ISO 9001:2015 ແລະ ISO 14001:2015 ແລະ ປຶກສາຫາລືແລກປ່ຽນບົດຮຽນກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ໄດ້ນໍາເອົາໄປໃຊ້ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານອົງກອນຂອງຕົນ.

IMG_5

ທ່ານປະທານໄດ້ກ່າວວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດ ໄດ້ວາງທິດທາງ ແລະ ນະໂຍບາຍສົ່ງເສີມໂຮງງານຫັນເຂົ້າສູ່ການຜະລິດທີ່ໄດ້ມາດຕະຖານ, ຍົກລະດັບສະມັດຕະພາບການຜະລິດ, ສ້າງມູນຄ່າເພີ່ມ, ເຮັດໃຫ້ຜະລິດຕະພັນມີຄຸນນະພາບ ແລະ ມີຄວາມປອດໄພຕໍ່ຜູ້ບໍລິໂພກ. ສາຍເຫດ ຍ້ອນຂາດການຊຸກຍູ້ສົ່ງເສີມ ແລະ ວາງແຜນຢ່າງເປັນລະບົບ ໃນຄະນະທີ່ສະພາບລວມຂອງທຸລະກິດຕ່າງໆ ມີການແຂ່ງຂັນໃນຫຼາຍດ້ານ ເປັນຕົ້ນ ການພັດທະນາການຜະລິດ, ມາດຕະຖານການຜະລິດ, ການບໍລິການທາງການຄ້າ ແລະ ອື່ນໆ. ສະນັ້ນ ການຝຶກອົບຮົມຄັ້ງນີ້ ຈະເຮັດໃຫ້ພະນັກງານພາກລັດ ແລະ ພາກທຸລະກິດ ທີ່ເຂົ້າຮ່ວມຝຶກອົບຮົມ ມີຄວາມຮູ້ພື້ນຖານກ່ຽວກັບລະບົບມາດຕະຖານສາກົນ GHPs, ISO 9001:2015 ແລະ ISO 14001:2015 ລວມທັງວິທີຈັດຕັ້ງປະຕິບັດມາດຕະຖານດັ່ງກ່າວຂັ້ນພື້ນຖານ ເພື່ອເປັນຊ່ອງທາງໃນການປະຕິບັດໃຫ້ໄດ້ຮັບໃບຢັ້ງຍືນ ຊຶ່ງສາມາເອົາໄປນໍາໃຊ້ໃນອົງກອນຂອງຕົນ ແລະ ສາມາດແນະນໍາອົງກອນອື່ນໆທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ເພື່ອເຮັດໃຫ້ການບໍລິການ ແລະ ຜະລິດຕະພັນຂອງຕົນມີມາດຕະຖານ, ສະອາດ ແລະ ປອດໄພ, ສາມາດແຂ່ງຂັນໄດ້ ມີກໍາໄລ ແລະ ຍືນຍົງ.

IMG_0143

ຕອນທ້າຍທ່ານໄດ້ກ່າວຕື່ມວ່າ: ຂໍໃຫ້ທຸກທ່ານຈົ່ງໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດເຫັນແລກປ່ຽນບົດ ຮຽນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ມີຜົນສໍາເລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດປະກົດຜົນເປັນຈິງ ພ້ອມນີ້ກໍໄດ້ມອບໃບຢັ້ງຍືນໃຫ້ນັກສໍາມະນາກອນ ແລະ ກ່າວວ່າ: ການຝຶກອົບຮົມມາດຕະຖານສາກົນ ສຸດທີ່ມີຄວາມໝາຍຄວາມສໍາຄັນຍິ່ງຕໍ່ພະນັກງານພາກລັດ ແລະ ພາກທຸລະກິດ ຜູ້ປະກອບການ ສໍາຄັນກ່ວານັ້ນກໍຄືການນໍາເອົາມາດຕະຖານດັ່ງກ່າວນີ້ ເຂົ້າໄປນໍາໃຊ້ຂອງຫົວໜ່ວຍທຸລະກິດຕົນ ເພື່ອໃຫ້ໄດ້ມາດຕະຖານສາກົນຕາມຫົວຂໍ້ຝຶກອົບຮົມນີ້ ແລະ ທ່ານຍັງໄດ້ຊົມເຊີຍຄະນະວິຊາການຈາກກົມອຸດສາຫະກໍາ ແລະ ຫັດຖະກໍາ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ຜູ້ປະກອບກນໂຮງງານ ແລະ ບໍລິສັດທີ່ປຶກສາມາດຕະຖານສາກົນ ທີ່ໃຫ້ການສະໜັບສະໜູນໃນດ້ານຕ່າງໆ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານກະຊວງອຸດສາຫະກໍາ ແລະ ການຄ້າ

About -