ຖະແຫຼງຂ່າວກຽມຈັດງານງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 22
By ໄພວັນ On 27 Oct, 2023 At 06:21 PM | Categorized As ຂ່າວພາຍໃນ | With 0 Comments

DSC_4ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງ, ອຸດສາຫະກໍາ ແລະ ການຄ້າ ຮ່ວມກັບສະມາຄົມຫັດຖະກໍາລາວ ໄດ້ຈັດງານຖະແຫຼງຂ່າວກຽມຈັດງານສະເຫຼີມສະຫຼອງ ວັນຫັດຖະກໍາແຫ່ງຊາດ ແລະ  ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 22  ທີ່ສູນການຄ້າລາວໄອເຕັກ.

ພິທີຖະແຫຼງຂ່າວງານດັ່ງກ່າວ ໄດ້ຈັດຂຶ້ນວັນທີ 24 ຕຸລາ 2023 ຜ່ານມາ, ທີ່ກະຊວງ ອຄ ເຂົ້າຮ່ວມຖະແຫຼງຂ່າວໂດຍ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ, ກະຊວງ ອຄ, ທ່ານ ນາງ ສຸນິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ມີຜູ້ຕ່າງໜ້າບັນດາກົມອ້ອມຂ້າງກະຊວງ ອຄ ແລະ ພາກທຸລະກິດເຂົ້າຮ່ວມ.

DSC_1

ທ່ານ  ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກ່າວວ່າ: ໃນວັນທີ 1 ພະຈິກ ຂອງທຸກໆປີ ທີ່ຈະມາເຖິງນີ້ ເປັນ ວັນຫັດຖະກໍາແຫ່ງຊາດ ໄດ້ກໍານົດໃນກົດໝາຍວ່າດ້ວຍຫັດຖະກຳ (ວັນທີ 1 ພະຈິກ 2007 ຫາ ວັນທີ 1 ພະຈິກ 2023) ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍກົດໝາຍວ່າດ້ວຍຫັດຖະກຳ ໃຫ້ກວ້າງຂວາງ ແລະ ລົງເລີກທາງດ້ານວິຊາການໃນໄລຍະຜ່ານມາລັດຖະບານ ເຫັນໄດ້ເຖິງຄວາມສໍາຄັນ ຂອງວຽກງານຫັດຖະກຳ ແລະ ໄດ້ເອົາໃຈໃສ່ ໃນການຊຸກຍູ້ສົ່ງເສີມຜູ້ປະກອບການໂຮງຊ່າງ, ໂຮງງານ ຫັດຖະກຳ ໃຫ້ມີການຜະລິດເປັນສິນຄ້າຫຼາຍປະເພດມີຄຸນນະພາບສູງ, ເປັນເອກະລັກ ໂດດເດັ່ນ ເພື່ອນຳໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ແນໃສ່ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ທັງເປັນການອະນຸລັກມູນເຊື້ອ, ປົກປ້ອງມໍລະດົກຫັດຖະກຳໃຫ້ຍືນຍົງ, ສີໄມ້ລາຍມືທີ່ມີຄຸນຄ່າທາງດ້ານສິລະປະວັດທະນະທຳ  ແລະ ເສດຖະກິດ ຊຶ່ງມີມາແຕ່ບູຮານນະການໃຫ້ຍືນຍົງຄົງຢູ່ຕະຫຼອດໄປ.

IMG_20231024_150008

ທ່ານ ກ່າວວ່າ: ເນື່ອງຈາກວ່າ ວັນຫັດຖະກຳແຫ່ງຊາດປີນີ້ ເປັນວັນທີ່ໃກ້ຄຽງກັບການກໍານົດເວລາຈັດງານມະຫາກຳສີມືຫັດຖະກຳລາວ ສະນັ້ນ ຈະຈັດງານສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ແລະ ງານມະຫາກໍາສີມືຫັດຖະກໍາເຊິ່ງຂຶ້ນເປັນຄັ້ງທີ 22 ປະຈຳປີ 2023 ທີ່ສູນການຄ້າ ລາວ-ໄອເຕັກ ( ຕຶກເກົ່າ ) ໃນວັນທີ 5 ພະຈິກ 2023 ພາຍໃນງານມີການນໍາສິນຄ້າ ຫັດຖະກຳເຂົ້າຮ່ວມວາງສະແດງ, ການຊົມການສາທິດຂັ້ນຕອນການຜະລິດຫັດຖະກຳ+ຝຶກອົບຮົມສຳມະນາ ແລະ ອື່ນໆ.

ຂ່າວ-ພາບ: ໜັງສືພິມເສດຖະກິດການຄ້າ

ຮຽບຮຽງລົງຂ່າວ: ໄພວັນ ໂຄດວັນທາ ຂ່າວສານກະຊວງ ອຄ

About -