ສະຫະພັນກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ບໍລິຈາກເລືອດຊ່ວຍຊີວິດ
By ໄພວັນ On 21 Oct, 2023 At 11:40 AM | Categorized As ຂ່າວພາຍໃນ | With 0 Comments

2

ສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບສະຖາບັນເລືອດແຫ່ງຊາດ, ອົງການການກາແດງແຫ່ງຊາດລາວ ຈັດກິດຈະກໍາບໍລິຈາກເລືອດ ໃນງານສະແດງ ມະຫະກໍາຕະຫລາດນັດສິນຄ້າ ຈຸລະວິສາຫະກິດ (ຈນກ), ຂື້ນໃນວັນທີ 18 ຕຸລາ 2023, ທີ່ຈອມມະນີ ເຊັນເຕີ.

3

ຈຸດປະສົງເພື່ອສ້າງຂະບວນການ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົງ ກໍຄືຊ່ວຍເຫຼືອປິ່ນປົວຄົນເຈັບຢູ່ຕາມໂຮງໝໍຕ່າງ ໂດຍສະເພາະແມ່ນຄົນເຈັບ: ພະຍາດເລືອດຈາງຍ້ອນກໍາມະພັນ, ຟອກໄຂ່ຫຼັງ, ໄຂ້ຍູງລາຍ, ເສຍເລືອດຍ້ອນການເກີດລູກ, ຖືພານອກພົກ, ເກີດອຸປະຕິເຫດ, ມະເຮັງເມັດເລືອດຂາວ, ມະເຮັງອຶ່ນໆ ແລະ ອີກຫຼາຍພະຍາດທີ່ຈໍາເປັນໃຊ້ເລືອດຊ່ວຍຊີວິດ.

4

ສະຫະພັນກໍາມະບານກະຊວງ ອຄ ໄດ້ລະດົມສະມາຊິກເຂົ້າຮ່ວມບໍລິຈາກເລືອດຄັ້ງນີ້ ນໍາໂດຍ ທ່ານ ປອ ບົວວັນ ວິລະວົງ ປະທານສະຫະພັນກໍາມະບານກະຊວງ ອຄ, ມີສະມາຊິກ ຈາກສະຫະພັນ ແລະ ກໍາມະບານຮາກຖານ ຂື້ນກັບສະຫະພັນກໍາມະບານກະຊວງ ອຄ ຈໍານວນ 20 ສະຫາຍ ແລະ ຈາກພາກສ່ວນອຶ່ນ ຈໍານວນ 15 ສະຫາຍ ລວມທັງໝົດ 35 ສະຫາຍ, ຍິງ 17 ສະຫາຍ (ໄດ້ເລືອດ 35 ຖົງ) ເກີນເປົ້າໝາຍທີ່ວາງໄວ້.

ຂ່າວ: ໄພວັນ ໂຄດວັນທາ ກະຊວ ອຄ

ພາບ: ກໍາມະບານ ກະຊວງ ອຄ

About -