ສຳມະນາ ວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ
By ໄພວັນ On 21 Sep, 2023 At 03:59 PM | Categorized As ຂ່າວພາຍໃນ | With 0 Comments

IMG_001

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ໄດ້ຈັດກອງ​ປະ​ຊຸມສຳ​ມະ​ນາ ກ່ຽວກັບ ວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໃຫ້ຫຼາຍຂື້ນ.

ກອງປະຊຸມໄດ້ຈັດຂື້ນໃນລະຫວ່າງວັນທີ 21-22 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຮ່ວມຂອງ ທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ດີໂນ້ ຊານຕາເນຍໂລ້ ຫົວໜ້າຫ້ອງການ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ມີພະນັກງານຈາກບັນດາກະຊວງກ່ຽວຂ້ອງເຂົ້າຮ່ວມ.

IMG_006

ທ່ານ ມາຄະ ຈັນທະລາ ໄດ້ກ່າວຈຸດປະສົງຂອງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາໃຫ້ຫຼາຍຂື້ນ, ບັນດາທ່ານທີ່ເຂົ້າຮ່ວມສໍາມະນາໃນຄັ້ງນີ້ຈະໄດ້ຮັບຟັງ ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ຈາກພາກສ່ວນ ກົມຊັບສິນທາງປັນຍາ, ກົມການຄ້າພາຍໃນ ແລະ ຂັ້ນຕອນການຈັດຕັ້ງປະຕິບັດຂອງ ອົງການຕຸລາການ, ກົມຕຳຫຼວດເສດຖະກິດ ແລະ ຮັບຟັງການແລກປ່ຽນບົດຮຽນຈາກພາກສ່ວນທະນາຍຄວາມ ຈາກລາຊາອາຈັກໄທ ຂອງບໍລິສັດ ທີລລິກີແອນກີບບິນສ໌ ປະຈຳລາວ ໃນການຈໍາແນກສິນຄ້າຂອງແທ້-ປອມ ແລະ ຂັ້ນຕອນການດຳເນີນການແກ້ໄຂການລະເມີດສິດຊັບສິນທາງປັນຍາ.

ທ່ານໃຫ້ຮູ້ຕື່ມວ່າ ສຳລັບວຽກງານແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາປະເທດເຮົາ ແມ່ນດໍາເນີນການດ້ວຍຄວາມສະໝັກໃຈຂອງຜູ້ປະກອບການ ແລະ ຜູ້ປະກອບການສ່ວນຫຼາຍຈະເລືອກດຳເນີນແກ້ໄຂໃນຂະບວນການທາງດ້ານບໍລິຫານ, ສຳລັບການຍື່ນຄຳຮ້ອງຟ້ອງຕໍ່ສານປະຊາຊົນແມ່ນຍັງມີໜ່ອຍ. ເນື່ອງຈາກວ່າ, ຄວາມຮັບຮູ້ ແລະ ເຂົ້າໃຈໃນວຽກງານແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ຍັງມີຂໍ້ຈໍາກັດ ແລະ ບັນດາພາກສ່ວນຈັດຕັ້ງປະຕິບັດວຽກງານ ການຕັດສິນການລະເມີດສິດຊັບສິນທາງປັນຍາ ຕ້ອງມີຄວາມຊໍານານສະເພາະທາງ ແລະ ວຽກງານດັ່ງກ່າວນີ້ກໍ່ມີຄວາມສໍາຄັນເປັນຢ່າງຍິ່ງໃນການພັດທະນາລະບົບການປົກປ້ອງສິດຊັບສິນທາງປັນຍາ ຢູ່ພາຍໃນປະທດໃຫ້ນັບມື້ນັບມືຄວາມເຂັ້ມແຂງຂື້ນ.

IMG_005

ໃນໂອກາດນີ້  ທ່ານຮຽກຮ້ອງມາຍັງບັນດາທ່ານນັກສໍາມະນາກອນ ຈົ່ງສຸມຈິດສຸມໃຈ ເພື່ອຍາດແຍ່ງບົດຮຽນ ແລະ ປະສົບການ ອັນລ້ຳຄ່າຈາກບັນດານັກວິທະຍາກອນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳມາໝູນໃຊ້, ພັດທະນາວຽກງານຂອງຕົນໂດຍສະເພາະ ແມ່ນວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ ແລະ ຂໍຂອບໃຈນັກວິທະຍາກອນທຸກໆທ່ານ ທີ່ໄດ້ສະຫຼະເວລາເພື່ອມາມອບຄວາມຮູ້ ແລະ ບົດຮຽນທີ່ດີ ກ່ຽວກັບ ຂັ້ນຕອນການດຳເນີນການແກ້ໄຂການລະເມີດສິດຊັບສິນທາງປັນຍາຂອງແຕ່ລະພາກສ່ວນ ທາງພາຍໃນ ແລະ ຕ່າງປະເທດ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ກົມ ຜຮ/ກະຊວງ ອຄ

About -