ກົມການນໍາເຂົ້າ ແລະ ສົ່ງອອກ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025
By ໄພວັນ On 21 Sep, 2023 At 01:44 PM | Categorized As ຂ່າວພາຍໃນ | With 0 Comments

2jpg

ໃນວັນທີ 18 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ເປີດຂະບວນ​ການແຂ່ງຂັນ  ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ.

ທ່ານປະທານກອງປະຊຸມ ໄດ້ກ່າວວ່າ: ເພື່ອປະຕິບັດຕາມດຳລັດຂອງ​ລັດຖະບານ ວ່າດ້ວຍການແຂ່ງຂັນແລະ ຍ້ອງຍໍ ສະບັບ​ເລກທີ 116/ລບ, ລົງ​ວັນ​ທີ 22 ເມສາ 2019; ອີງຕາມ ເນື້ອໃນແຜນການຂໍ້ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ກະຊວງອຸດສາຫະກໍາ ແລະ ການຄ້າ 05 ປີ (2021 – 2025) ສະບັບເລກທີ 0183/ຄຊຂຍ.ອຄ.

1

ທ່ານກ່າວຕື່ມວ່າ ການເປີດກອງປະຊຸມ ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກົມການນໍາເຂົ້າ ແລະ ສົ່ງອອກ ຂຶ້ນແຕ່ນີ້ ຮອດປີ 2025 ບົນພື້ນຖານ ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX ເຮັດໃຫ້ວຽກງານແຂ່ງຂັນ ແລະ ຍ້ອງຍໍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ທັງເປັນຄວາມຮັບຜິດຊອບໂດຍກົງຂອງຄະນະໜ່ວຍພັກ-ຄະນະກົມ ແລະ ເພື່ອເປັນການກະຕຸກຊຸກຍູ້ວຽກງານວິຊາສະເພາະວຽກດີຄົນເດັ່ນ. ໃນນີ້,   ກົມກໍ່ຍັງໄດ້ກຳນົດຂໍ້ແຂ່ງຂັນຂອງກົມ ຄື: ວ່ອງໄວ, ໂປ່ງໃສ, ຫັນເປັນທັນສະໄໝ, ຫຼຸດຂັ້ນຂອດການນຳເຂົ້າ ແລະ ສົ່ງອອກ. ພ້ອມດຽວກັນນີ້, ຈະໄດ້ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງກົມ, ຈະໄດ້ຂຶ້ນຈັບມືແຂ່ງຂັນຮັກຊາດ ແລະ ພັດທະນາ ລະຫວ່າງຄະນະກົມຜູ້ຊີ້ນຳພະແນກ, ພະແນກ ກັບ ພະແນກ, ບຸກຄົນກັບບຸກຄົນ ເພື່ອເປັນການຢັ້ງຢືນໃຫ້ບັນດາພະ ນັກງານພາຍໃນກົມ.

4

ຕອນທ້າຍທ່ານປະທານໄດ້ຕີລາຄາສູງ ຕໍ່ຄະນະກະກຽມຈັດພິທີເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄດ້ຕາມຈຸດປະສົງເປົ້າໝາຍວາງໄວ້ ແລະ ກອງປະຊຸມໄດ້ປິດລົງໃນວັນດຽວກັນ.

ແຫຼ່ງຂໍ້ມູນ-ພາບ: ກົມການນໍາເຂົ້າ ແລະ ສົ່ງອອກ.

ຮຽບຮຽງລົງຂ່າວໂດຍ: ທ ໄພວັນ ໂຄດວັນທາ, ກົມ ຜຮ/ກະຊວງ ອຄ.

About -