ກົມອຸດສາຫະກຳ ແລະ ຫັດຖະກຳ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025
By ໄພວັນ On 20 Sep, 2023 At 10:25 AM | Categorized As ຂ່າວພາຍໃນ | With 0 Comments

2

ໃນວັນທີ 19 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ ໄດ້ເປີດຂະບວນ​ການແຂ່ງຂັນ  ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ.

ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ ໄດ້ກ່າວວ່າ: ເພື່ອປະຕິບັດຕາມແຈ້ງການຂອງກົມຈັດຕັ້ງ ແລະ ພະນັກງານ ສະບັບເລກທີ 637/ກຈພງ, ລົງວັນທີ 3 ສິງຫາ 2023 ວ່າດ້ວຍການສືບຕໍ່ຈັດຕັ້ງຜັນຂະຫຍາຍ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພາຍໃນກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ. ຈຶ່ງໄດ້ຈັດພິທີເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ ຮອດປີ 2025 ບົນພື້ນຖານ ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ແຜນພັດທະນາ ເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຮັດໃຫ້ວຽກງານດັ່ງ​ກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

03jpg

ທ່ານໄດ້ກ່າວຕື່ມວ່າ: ກອງ​ປະ​ຊຸມເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແມ່ນຈະໄດ້ຮັບຟັງການຜ່ານບັນດາເອກະສານສຳຄັນ ເພື່ອແຈ້ງໃຫ້ພະນັກງານທັງໝົດພາຍ​ໃນກົ​ມອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ ໄດ້​ຮັບ​ຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ບັນລຸຕາມເປົ້າໝາຍ ກໍຄືແຜນການທີ່ວາງໄວ້ ຊຶ່ງເອກະສານມີຄື: 1) ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຂອງ ​ກອ​ຫ ຮອດປີ 2025; 2) ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ກອ​ຫ ຮອດປີ 2025; 3) ຜ່ານຂໍ້ຕົກລົງວ່າດ້ວຍ ການຮັບຮອງແຜນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ກອ​ຫ ຮອດປີ 2025; ແລະ 4) ຈະໄດ້ຂຶ້ນຈັບມືແຂ່ງຂັນຮັກຊາດ ແລະ ພັດທະນາ ລະຫວ່າງຄະນະກົມຜູ້ຊີ້ນຳພະແນກ, ພະແນກ ກັບ ພະແນກ, ສູນ ແລະ ຫ້ອງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ເຂດ​-ນິ​ຄົມອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ວຽງ​ຈັນ-ໂນນ​ທອງ ເພື່ອເປັນການຢັ້ງຢືນໃຫ້ບັນດາພະ ນັກງານພາຍໃນກົມ ພ້ອມກັນ​ສູ້​ຊົນຈັດຕັ້ງປະຕິບັດໜ້າ​ທີ່​ວຽກ​ງານ ທີ່​ໄດ້​ກຳ​ນົດ​ໄວ້​ຢູ່​ໃນ​ແຜນ​ ​ຂອງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃຫ້ບັນລຸຕາມເປົ້າ​ໝາຍທີ່ວາງໄວ້.

ຕອນທ້າຍ ທ່ານປະທານຕີລາຄາສູງ ຕໍ່ຄະນະກະກຽມຈັດພິທີຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ ໃນ​ຄັ້ງ​ນີ້ ໄດ້ບັນລຸຕາມຈຸດປະສົງ ຄາດໝາຍຢ່າງຈົບງາມ ແລະ ມີຄວາມເປັນລະບຽບຮຽບຮ້ອຍເປັນ​ຢ່າງດີ.

ແຫຼ່ງຂໍ້ມູນ-ພາບ: ກົມອຸດສາຫະກໍາ ແລະ ຫັດຖະກໍາ

ຮຽບຮຽງໂດຍ: ທ ໄພວັນ ໂຄດວັນທາ, ກົມ ຜຮ/ກະຊວງ ອຄ.

About -