ອຄ ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ທຶນສົມທົບ BAF II
By ໄພວັນ On 16 Aug, 2023 At 01:37 PM | Categorized As ຂ່າວພາຍໃນ | With 0 Comments

1

ໃນວັນທີ 14 ສິງຫາ 2023, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ຂຶ້ນທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມໃນພາກທີໜຶ່ງແມ່ນເພື່ອທົບທວນການຈັດຕັ້ງປະຕິບັດທຶນສົມທົບ BAF II ທີ່ຜ່ານມາ ແລະ ແລກປ່ຽນບົດຮຽນ ເພື່ອວາງແຜນບູລິມະສິດໃນອະນາຄົດ. ສ່ວນກອງປະຊຸມໃນພາກທີສອງແມ່ນການລາຍງານຜົນປະເມິນໄລຍະກາງຂອງທຶນສົມ ທົບເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ໂດຍບໍລິສັດທີ່ປຶກສາ EMC ແລະ ໄດ້ມີການແລກປ່ຽນຄໍາຄິດເຫັນຂອງຜູ້ໄດ້ຮັບທຶນສົມທົບ BAF II ແລະ ຜູ້ສະໜອງການບໍລິການທາງດ້ານວິຊາການໃຫ້ແກ່ຜູ້ໄດ້ຮັບທຶນ BAF II ທີ່ມີຕໍ່ການຈັດຕັ້ງປະຕິບັດທຶນສົມທົບໂດຍລວມ.

2

ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍບັນດາຜູ້ຕາງໜ້າຈາກບັນດາກົມ ພາຍໃຕ້ກະຊວງອຸດສາຫະກໍາ ແລະ ການຄ້າ, NIU, ທີມງານ ທຶນສົມທົບ BAF II ແລະ ຕາງໜ້າຈາກບໍລິສັດທີ່ຮັບທຶນສົມທົບ BAF II ແລະ ບໍລິສັດສະໜອງການບໍລິການ ລວມທັງໝົດ 50 ທ່ານ.

5

ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການນໍາສະເໜີ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບຜົນສໍາເລັດ ເຊິ່ງປັດຈຸບັນລັດຖະບານໄດ້ສໍາເລັດອະນຸມັດທຶນສົມທົບ ຈໍານວນ 466 ທືນ ແລະ ເບີກຈ່າຍໃຫ້ແກ່ທຸລະກິດ ຈໍານວນ 358 ທຶນ, ສິ່ງທ້າທາຍ ແລະ ແຜນບູລິມະສິດໃນການຈັດຕັ້ງປະຕິບັດທຶນສົມທົບ BAF II. ໃນວາລະທີ 2 ທາງບໍລິສັດທີ່ປຶກສາອີເອັມຊີໄດ້ລາຍງານຜົນປະເມິນໄລຍະກາງຂອງທຶນສົມທົບ ເຊິ່ງຜົນໂດຍລວມແມ່ນບໍລິສັດທີ່ໄດ້ຮັບທຶນສະໜັບສະໜູນຈາກ BAF II ມີການເຕີບໂຕໄວກວ່າ ແລະ ມີລາຍຮັບເພີ່ມຂື້ນຫຼາຍກວ່າປະມານ 25-30% ຕໍ່ປີ ເມືອທຽບກັບບໍລິສັດລັກສະນະດຽວກັນທີ່ບໍ່ໄດ້ຮັບທຶນສົມທົບ. ນອກຈາກນີ້, ຍັງໄດ້ໃຫ້ໂອກາດແກ່ບໍລິສັດທີ່ໄດ້ຮັບທຶນສົມທົບ BAF II ແລະ ບໍລິສັດທີ່ສະໜອງການບໍລິການ ໄດ້ແລກປ່ຽນກ່ຽວກັບປະສົບການຕໍ່ກັບການຈັດຕັ້ງປະຕິບັດວຽກງານທຶນສົມທົບ BAF II

ສຸດທ້າຍນີ້, ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ໄດ້ ສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ບໍລິສັດທີ່ເປັນຜູ້ຕັ້ງໜ້າປະກອບສ່ວນເຂົ້າໃນກອງປະຊຸມດັ່ງກ່າວ ແລະ ເຫັນດີເປັນເອກະພາບຕໍ່ກັບຄວາມຄຶບໜ້າການຈັດຕັ້ງປະຕິບັດໂຄງການ ພ້ອມດ້ວຍຜົນຂອງການປະເມີນໄລຍະກາງທຶນສົມທົບ BAF II ທີ່ທາງບໍລິສັດທີ່ປຶກສາ EMCໄດ້ລາຍງານຕໍ່ທີ່ປະຊຸມ.

4

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

ແຫຼ່ງຂໍ້ມູນຂ່າວ-ພາບ: NIU

ໂພດໂດຍ: ໄພວັນ ໂຄດວັນທາ

About -