ການດຳເນີນການນຳເຂົ້າ ແລະ ສົ່ງອອກ ສິນຄ້າ 13 ໝວດສິນຄ້າ
By ໄພວັນ On 16 Aug, 2023 At 11:00 AM | Categorized As ຂ່າວພາຍໃນ | With 0 Comments

ຫົວຂໍ້ປະກາດ

          ດ່ວນ! ວິສາຫະກິດທີ່ດຳເນີນການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ຈຳນວນ 13 ໝວດສິນຄ້າ ຕາມແຈ້ງການເລກທີ 1224/ຫອຄ, ລົງວັນທີ 23 ພຶດສະພາ 2023 ໃຫ້ຮີບຮ້ອນມາ ລົງທະບຽນເປັນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ສຳເລັດກ່ອນວັນທີ 31 ສິງຫາ 2023.

ສະຫຼຸບຫຍໍ້

ເພື່ອເປັນການຄຸ້ມຄອງຕິດຕາມການເຄື່ອນໄຫວ, ການຊໍາລະ/ຮັບຊໍາລະເງິນຕາຕ່າງປະເທດ ຈາກການນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງວິສາຫະກິດທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກ  ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຈໍາກັດການຄ້ານອກລະບົບ. ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການໃຫ້ວິສາຫະກິດໃນຂອບເຂດທົ່ວປະເທດ ທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ຈຳນວນ 13 ໝວດສິນຄ້າ ຕາມແຈ້ງການເລກທີ 1224/ຫອຄ, ລົງວັນທີ 23 ພຶດສະພາ 2023 ໃຫ້ຮີບຮ້ອນມາລົງທະບຽນເປັນຜູ້ນໍາເຂົ້າ-ຜູ້ສົ່ງອອກສິນຄ້າ ໃຫ້ສຳເລັດ ກ່ອນວັນທີ 31 ສິງຫາ 2023.​ ບໍ່ສະນັ້ນ, ວິສາຫະກິດຈະບໍ່ສາມາດນຳເຂົ້າ ຫຼື ສົ່ງອອກ ສິນຄ້າ ດັ່ງກ່າວໄດ້.

ລາຍລະອຽດ

          ອີງຕາມ ຂໍ້ຕົກລົງ ວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023 (https://www.laotradeportal.gov.la/index.php?r=site/display&id=2672 ) ແລະ ແຈ້ງການ ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກ, ເລກທີ 1224/ຫອຄ, ລົງວັນທີ 09 ມິຖຸນາ 2023 (https://www.laotradeportal.gov.la/index.php?r=site/display&id=2683). ເຊິ່ງມີເນື້ອໃນຈິດໃຈອັນສໍາຄັນຄື:

ໃຫ້ ວິສາຫະກິດທີ່ດຳເນີນການນຳເຂົ້າ ຫຼື ສົ່ງອອກ ສິນຄ້າ ປະເພດ: ສັດປີກ, ສັດນໍ້າ, ສັດໃຫຍ່ ແລະ ປະເພດຊີ້ນຕ່າງໆ, ພືດ-ຜັກ, ເຂົ້າກີນ, ສິນຄ້າ ອຸປະໂພກ-ບໍລິໂພກ, ອາຫານສັດ, ວັດສະດຸກໍ່ສ້າງ, ຍານພາຫະນະ ແລະ ນໍ້າມັນເຊື້ອໄຟ ແລະ ອາຍແກັດ ຮີບຮ້ອນປະກອບເອກະສານແຈ້ງລົງທະບຽນ ຕາມແບບພິມທີ່ຄັດຕິດຢູ່ໃນແຈ້ງການ ເລກທີ 1224/ຫອຄ ຂ້າງເທິງນີ້ ແລ້ວຍື່ນໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍກົງ ຫຼື ສົ່ງຜ່ານອີເມວ imexdiv@laomoic.org ຫຼື ພົວພັນຂໍ້ມູນເພີ່ມຕື່ມ ທີ່ເບີມືຖື 020 96996565 ຫຼື 020 55510038.

ການລົງທະບຽນຕ້ອງສຳເລັດ ກ່ອນວັນທີ 31 ສິງຫາ 2023. ຫາກວິສາຫະກິດໃດທີ່ບໍ່ລົງທະບຽນເປັນຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກ ສິນຄ້າ ນໍາ ກົມການນໍາເຂົ້າ ແລະ ສົ່ງອອກ ຕາມກຳນົດເວລາດັ່ງກ່າວ ແມ່ນຈະບໍ່ສາມາດດໍາເນີນການນໍາເຂົ້າ ຫຼື ສົ່ງອອກ ສິນຄ້ານັ້ນໄດ້.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າ ແລະ ສົ່ງອອກ

ໂຟດໂດຍ: ໄພວັນ ໂຄດວັນທາ

About -