ກອງປະຊຸມສຳມະນາ ກ່ຽວກັບການພັດທະນາກະສິກຳແບບຍືນຍົງ ແລະ ຄົງທົນທານຕໍ່ສະພາບອາກາດ ໃນ ສປປ ລາວ ແລະ ການປົກປ້ອງພັນພືດ ພາຍໃຕ້ລະບົບ UPOV
By ໄພວັນ On 3 Aug, 2023 At 04:05 PM | Categorized As ຂ່າວພາຍໃນ | With 0 Comments

IMG_0076

ໃນວັນທີ 03 ສິງຫາ 2023 ທີ່ ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຈັດກອງ​ປະ​ຊຸມສຳ​ມະ​ນາ ກ່ຽວກັບການພັດທະນາກະສິກຳແບບຍືນຍົງ ແລະ ຄົງທົນທານຕໍ່ສະພາບອາກາດ ໃນ ສປປ ລາວ ແລະ ການປົກປ້ອງພັນພືດ ພາຍໃຕ້ລະບົບສະຫະພັນສາກົນ ເພື່ອການປົກປ້ອງພັນພືດ UPOV, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ, ມີທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ຫ້ອງການສົ່ງອອກ ແລະ ພົວພັນຕ່າງປະເທດ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ (MAFF) ແຫ່ງປະເທດ ຍີ່ປຸ່ນ ແລະ ທ່ານ Petter Button, ຮອງເລຂາທິການ, ສະຫະພັນສາກົນເພື່ອການປົກປ້ອງພັນພືດໃໝ່ (UPOV).

ໃນກອງປະຊຸມສໍາມະນາຄັ້ງນີ້ ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າຫົມຊັບສິນທາງປັນຍາ, ມີຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ແລະ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ, ຕາງໜ້າຈາກ ສະມາຄົມເຕັກໂນໂລຊີ ແລະ ນະວັດຕະກຳ ດ້ານກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງປະເທດຍີ່ປຸ່ນ (JATAFF); ຕາງໜ້າບັນດາປະເທດສະມາຊິກອາຊຽນ+3 (ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ທີ່ເປັນສະມາຊິກຂອງ EAPVP Forum ແລະ ສະມາຊິກຂອງ UPOV, ພ້ອມດ້ວຍພະນັກງານກົມຊັບສິນທາງປັນຍາ ທີ່ກ່ຽວຂ້ອງເຂົ້າຮ່ວມ 80 ທ່ານ.

IMG_0001

ໃນໂອກາດນີ້ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ, ກໍໄດ້ກ່າວເປີດກອງປະຊຸມສໍາມະນາໃນຄັ້ງນີ້ ວ່າ: ຈຸດປະສົງຂອງການຈັດກອງປະຊຸມສຳມະນາ ແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບການພັດທະນາ ກະສິກຳແບບຍືນຍົງ ແລະ ທົນທານຕໍ່ສະພາບອາກາດແລະ ການປົກປ້ອງພັນພືດພາຍໃຕ້ລະບົບຂອງສະຫະພັນສາກົນ ເພື່ອການປົກປ້ອງພັນພືດໃໝ່ (UPOV System) ເຫັນໄດ້ເຖິງຜົນປະ ໂຫຍດຂອງການປົກປ້ອງພັນພືດໃໝ່ ໂດຍສະເພາະຜົນປະໂຫຍດຕໍ່ການພັດທະນາກະສິກຳ; ການຄຸ້ມຄອງລະບົບປົກປ້ອງພັນພືດ ແລະ ການລົງທຶນຕ່າງປະເທດ, ແລະ ຜົນປະໂຫຍດລະບົບປົກປ້ອງພັນພືດພາກພື້ນ. ພ້ອມນັ້ນ, ຍັງຈະໄດ້ມີການແລກປ່ຽນ ແລະ ຮຽນຮູ້ບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ສິ່ງທ້າທາຍຕ່າງໆ ຂອງການເຂົ້າເຖິງລະບົບປົກປ້ອງພັນພືດໃໝ່ ຈາກບັນດາຊ່ຽວຊານທີ່ມີຄວາມຮູ້ ແລະ ປະສົບການ ຈາກສະຫະພັນສາກົນເພື່ອການປົກປ້ອງພັນພືດໃໝ່, ປະເທດ ຍີ່ປຸ່ນ, ສສ ຫວຽດນາມ, ມາເລເຊຍ, ໄທ ແລະ ອົງການຈັດຕັ້ງສາກົນ.

IMG_0055

ຄືດັ່ງທີ່ຮູ້ນຳແລ້ວກັນວ່າ ປະເທດກຳລັງພັດທະນາສ່ວນຫຼາຍແລ້ວແມ່ນ ໄດ້ຖືເອົາກະສິກຳເປັນກະດູກສັນຫຼັງຂອງການພັດທະນາເສດຖະກິດ ແລະ ການສ້າງວຽກເຮັດງານທຳໃຫ້ປະຊາຊົນ. ພັກ ແລະ ລັດຖະບານ ສປປ ລາວແມ່ນໄດ້ໃຫ້ຄວາມສຳຄັນ ຕໍ່ບັນຫາການພັດທະນາກະສິກຳ ຊຶ່ງສະແດງອອກໃນມະຕິຕ່າງໆ ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃນແຕ່ລະໄລຍະ, ຍຸດທະສາດກະສິກຳຮອດປີ 2025 ແລະ ວິໄສທັດຮອດປີ 2030 ແມ່ນແນ່ໃສ່ “ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຜະສິດສິນຄ້າກະສິກຳທີ່ມີທ່າແຮງ, ພັດທະນາກະສິກຳສະອາດ ປອດໄພ ແລະ ຍືນຍົງ ບົນພື້ນຖານການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອປະກອບສ່ວນສ້າງພື້ນຖານເສດຖະກິດແຫ່ງຊາດ”. ລະບົບການປົກປ້ອງພັນພືດໃໝ່ທີ່ມີປະສິດທິຜົນ ເປັນປັດໄຈຊຸກຍູ້ສົ່ງເສີມທີ່ສຳຄັນສຳລັບ ການຄົ້ນຄວ້າ-ວິໄຈ ແລະ ພັດທະນາ ພັນພືດໃໝ່ໆອອກສູ່ສັງຄົມ ຊຶ່ງເປັນພັນພືດທີ່ມີຄຸນນະພາບດີ ແລະ ມີຄວາມທົນທານຕໍ່ສະພາບອາກາດ, ຕອບສະໜອງສະບຽງອາຫານ; ປະກອບສ່ວນເຂົ້າໃນການພັດທະນາການກະສິກຳແບບຍືນຍົງ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ທັງເປັນການສົ່ງເສີມການຄ້າ, ການລົງທຶນ ຢູ່ພາຍໃນ ແລະ ຕ່າງປະເທດ.

IMG_0078

ພ້ອມດຽວກັນນັ້ນ, ໃນກອງປະຊຸມ ທ່ານ ໄດ້ຮຽກຮ້ອງມາຍັງ ບັນດານັກສໍາມະນາກອນ ຈົ່ງຮຽນຮູ້ເອົາບົດຮຽນ ແລະ ປະສົບການທີດີ ແລະ ສຸມຈິດສຸມໃຈ ເພື່ອຍາດແຍ່ງບົດຮຽນອັນລ້ຳຄ່າຈາກ ບັນດານັກວິທະຍາກອນ ເພື່ອນຳມາໝູນໃຊ້, ພັດທະນາວຽກງານຂອງຕົນ ໂດຍສະເພາະ ຜົນປະໂຫຍດ ແລະ ສິ່ງທ້າທາຍ ກ່ຽວກັບລະບົບປົກປ້ອງພັນພືດ ຕໍ່ການພັດທະນາຂະແໜງການກະສິກຳ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ແຫຼ່ງຂໍ້ມູນຂ່າວ: ກົມຊັບສິນທາງປັນຍາ

ພາບ: ໄພວັນ ໂຄດວັນທາ, ກົມແຜນການ ແລະ ການຮ່ວມມື, ອຄ

About -